ຂ່າວ: ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຂວາ ແຂວງຜົ້ງສາລີ ປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງການ
02 Apr 2025 | ໂດຍ: ນ. ພວງມະນີ ວົງວິຈິດ |
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 2 ເມສາ 2025 ນີ້,
ທີ່ຫ້ອງປະຊຸມຂອງຫ້ອງການດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາວຽກພັກ-ພະນັກງານຂັ້ນເມືອງ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ຫົວໜ້າໜ່ວຍງານ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນຫ້ອງການເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ໂນລາ ໄຊຍະຈິດ ຫົວໜ້າໜ່ວຍງານພະນັກງານຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານ ເຈົ້າເມືອງ ສະບັບເລກທີ 123/ມຂ, ລົງວັນທີ 26 ມີນາ 2025 ແລະ ສະບັບເລກທີ 124/ມຂ ລົງວັນທີ 26 ມີນາ 2025 ວ່າດ້ວຍການແຕ່ງຕັ້ງໃຫ້ພະນັກງານດໍາລົງຕໍາແໜ່ງບໍລິຫານໃນນີ້,ໄດ້ຕົກລົງແຕ່ງຕັ້ງ ທ່ານ ອານຸວົງ ອຸ່ນຄໍາ ຫົວໜ້າໜ່ວຍງານບໍລິຫານ ທີ່ຂຶ້ນກັບຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເປັນຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຂວາ ແລະ ທ່ານ ທິດພວງ ສີລາພອນ ຫົວໜ້າໜ່ວຍງານສະຫວັດດີການເມືອງ ທີ່ຂຶ້ນກັບຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເປັນຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຂວາ ແຂວງຜົ້ງສາລີ.ຈາກນັ້ນ, ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາວຽກພັກ-ພະ
ນັກງານຂັ້ນເມືອງໄດ້ມອບຂໍ້ຕົກລົງໃຫ້ແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ຢ່າງສົມກຽດ.
ໃນໂອກາດດັ່ງກ່າວ, ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້
ຮັບການແຕ່ງຕັ້ງ ທີ່ສາມາດຍາດມາໄດ້ຜົນງານຫຼາຍດ້ານໃນໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງເຊື່ອມຊຶມກໍາແໜ້ນຍົກສູງຄວາມຮັບຜິດ
ຊອບຕໍ່ໜ້າທີການເມືອງ ແລະ ວຽກງານວິຊາສະເພາະໃຫ້ສູງຂຶ້ນ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານການເມືອງ-ແນວຄິດ, ທັດສະນະ, ພາວະການເປັນຜູ້ນໍາ, ເພີ່ມທະວີຄວາມເປັນແບບຢ່າງໃຫ້ແກ່ມະຫາຊົນ, ສືບຕໍ່ເຕົ້າໂຮມ ຄວາມສາມັກຄີພາຍໃນໃຫ້ປຶກແຜນ, ເພີ່ມທະວີການເຊື່ອມຊຶມການເມືອງ-ແນວຄິດ, ມະຕິ, ຄໍາສັ່ງ ຂອງພັກ-ລັດໃຫ້ ພະນັກງານ-ລັດຖະກອນໃຫ້ເລິກເຊິ່ງ ແລະ ພ້ອມກັນ ຈັດຈັ້ງປະຕິບັດວຽກງານ ວິຊາສະເພາະ ຂອງຕົນໃຫ້ມີຜົນສໍາເລັດຂຶ້ນເປັນກ້າວໆ ສືບຕໍ່ພັດທະນາວຽກງານແຮງ
ງານ ແລະ ສະຫວັດດີການສັງຄົມໃຫ້ມີບາດກ້າວອັນໃໝ່ ສາມາດບັນລຸຕາມຄາດໝາຍທີ່ວາງໄວ້.
Share: