ຂ່າວ: ພິທີ ເປີດປ້າຍກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ(ຜະລິດຕະພັນໜັງຍໍາ).
08 Apr 2025 | ໂດຍ: ນ.ພວງມະນີ ວົງວິຈິດ |
ໃນຕອນເຊົ້າຂອງວັນທີ 8 ເມສາ 2025 ນີ້ທີ່ ສະຫວັນຄໍາ ເມືອງຂວາ ແຂງຜົ້ງສາລີ
ໄດ້ຈັດພິທີຮັບຮອງເອົາຜະລິດຕະພັນໜັງຍໍາ ຂອງທ່ານ ສົມພອນ ແກ້ວພິລາ ສາມາດນໍາໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດຂຶ້ນຢ່າງເປັນທາງການໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາເຫຼັກ ແສນຕະພູມ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຜົ້ງສາລີ, ມີທ່ານ ວົງເດືອນ ພູມມີທໍາ ກໍາມະການປະຈໍາພັກເມືອງຮອງເຈົ້າເມືອງ ເມືອງຂວາ, ມີບັນດາທ່ານຄະນະກໍາມະການຄັດເລືອກສິນຄ້າໂອດັອບຂັ້ນເມືອງ, ເລຂາຄະນະພັກຮາກຖານກຸ່ມ,ນາຍບ້ານ, ກຸ່ມການຜະລິດ, ຫົວໜ່ວຍທຸລະກິດ ແລະ ແຂກເຊີນເຂົ້າຮ່ວມ.
ໃນພິທີທ່ານ ບຸນກິ່ງ ໄຊຍະເວດ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ຕາງໜ້າຄະນະກໍາມະການຄັດເລືອກສິນຄ້າໂອດັອບຂັ້ນເມືອງຂຶ້ນລາຍງານສະພາບ
ການຊຸກຍູ້ສົ່ງເສີມຜະລິດຕະພັນໂອດັອບໜັງຍໍາແຫ່ງຊາດ ແລະ ທິດທາງແຜນການໃນຕໍ່ໜ້າເຊິ່ງໄດ້ໃຫ້ຮູ້ວ່າ: ເລີ່ມແຕ່ປີ2015ຫຼັງຈາກໄດ້ກໍານົດເຂົ້າໃນແຜນເປົ້າໝາຍຊຸກຍູ້ສົ່ງເສີມແມ່ນໄດ້ລົງຊຸກຍູ້ ແລະ ເກັບກໍາສິຖິຕິຂໍ້ມູນການຜະລິດ ແລະ ຍອດການຂາຍແລ້ວທາງທີມງານໄດ້ລົງຊຸກຍູ້ຜະລິດຕະພັນສິນຄ້າດັ່ງກ່າວໃຫ້ປຸງແຕ່ງມີຄວາມສະອາດປອດໄພ, ມີຄຸນນະພາບດີ, ໄດ້ນໍາເອົາສິນຄ້າດັ່ງກ່າວເຂົ້າຮ່ວມງານວາງສະແດງທຸກໆຄັ້ງທີ່ມີກິດຈະກໍາຂອງເມືອງຈັດຂຶ້ນເພື່ອເຮັດໃຫ້ສິນຄ້າດັ່ງກ່າວເປັນທີ່ຮູ້ຈັກຂອງລູກຄ້າ ແລະ ອອກສູ່ສັງຄົມໃຫ້ກ້ວາງຂວາງມີຄວາມຍືນຍົງສາມາດຕອບສະໜອງໃຫ້ແກ່ທ້ອງຕະຫຼາດໄດ້ຈາກນັ້ນທາງທີມງານຈຶ່ງໄດ້ລົງປະເມີນໂດຍອີງໃສ່ເງື່ອນໄຂ, ມາດ
ຖານ, ຂັ້ນຕອນການຜະລິດ, ແຫຼ່ງທີ່ມາຂອງວັດຖຸດິບເຫັນວ່າຖືກຕ້ອງ ແລະ ສອດຄ່ອງຕາມມາດຖານເງື່ອນໄຂຢ່າງຄົບຖ້ວນຈຶ່ງສາມາດນໍາໃຊ້ກາໝາຍດັ່ງກ່າວໄດ້. ຈາກນັ້ນທ່ານ ສົມພອນ ແກ້ວພິລາ ຫົວໜ່ວຍທຸລະກິດຜະລິດຕະພັນໂອດັອບໜັງຍໍາຂຶ້ນລາຍງານປະຫວັດຄວາມເປັນມາສະພາບການກ່ຽວກັບທຸລະກິດໜັງຍໍາໃນໄລຍະທີ່ຜ່ານມາໂດຍຍໍ້ພ້ອມທັງມອບໃບອະນຸຍາດນໍາໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໃຫ້ກຽດກ່າວມອບໂດຍທ່ານ ຄໍາເຫຼັກ ແສນຕະພູມ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຜົ້ງສາລີ ແລະ ຂຶ້ນຮັບໂດຍທ່ານ ສົມພອນ ແກ້ວພິລາ ຫົວໜ່ວຍທຸລະກິດຜະລິດຕະພັນໂອດັອບໜັງຍໍາຢ່າງສົມກຽດ.
ໃນພິທີທີ່ມີຄວາມໝາຍສໍາຄັນນີ້ທ່ານ ຄໍາເຫຼັກ ແສນຕະພູມ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກັບພິທີດັ່ງກ່າວເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາທ່ານຄະນະກໍາມະການຄັດເລືອກສິນຄ້າໂອດັອບຂັ້ນເມືອງ ແລະ ຫົວໜ່ວຍທຸລະກິດຜະລິດຕະພັນໂອດັອບໜັງຍໍາທີ່ສາມາດຍາດມາໄດ້ຜົນສໍາເລັດຈົນສາມາດປະກາດນໍາໃຊ້ກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໄດ້ ແລະ ທ່ານຍັງໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າເປັນຕົ້ນແມ່ນການຂະຫຍາຍທຸລະກິດດັ່ງກ່າວໃຫ້ກາຍເປັນສິນຄ້າທີ່ສາມາດນໍາສົ່ງອອກສູ່ຕະຫຼາດໄດ້ຢ່າງເປັນປົກກະຕິທາງພາຍໃນ ແລະ ຕ່າງປະເທດ ແລະ ມີການພັດທະນາໃຫ້ສິນຄ້າມີການຂະຫຍາຍຕົວຂຶ້ນໄປເລື້ອຍໆຈາກນັ້ນທາງຄະນະປະທານພ້ອມດ້ວຍແຂກທີ່ເຂົ້າຮ່ວມໄດ້ພ້ອມກັນເປີດປ້າຍ ແລະ ລັ່ນຄ້ອງ 9 ບາດເພື່ອເປັນສິຣິມຸງຄຸນອີກດ້ວຍ.
Share: