ປກສ ເມືອງ ຂວາ ແຂວງຜົ້ງສາລີ ເລົ່າຄືນມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ
08 Apr 2025 | ຂ່າວ: ສອນໄຊ ແສງມະນີ |
ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 64 ປີ
(5 ເມສາ 1961-5 ເມສາ 2025) ໃນຕອນເຊົ້າ ວັນທີ 8 ເມສາ 2025 ນີ້, ການນໍາພັກ-ລັດເມືອງຂວາ ໄດ້ເຂົ້າວາງ ວາງກະຕ່າດອກໄມ້ຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ເພື່ອລະນຶກເຖິງຄຸນງາມຄວາມດີຂອງບັນດາທ່ານຜູ້ນໍາ ແລະ ນັກຮົບປະ
ຕິວັດ ທີ່ເສຍສະຫຼະເລືອດເນື້ອເພື່ອຊາດເພື່ອປະຊາຊົນ. ຈາກນັ້ນໃນຕອນເຊົ້າຂອງວັນດຽວກັນກໍໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 64 ປີ ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງຂວາ, ໃຫ້ກຽດເປັນປະທານ ແລະ ເລົ່າຄືນມູນເຊື້ອວັນສໍາຄັນດັ່ງກ່າວ ໂດຍສອນສະໜຸກ ສີສຸລາດ ເລຂາພັກເຈັ້າເມືອງໆຂວາ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະພັກ ກອງບັນຊາການ ຕະຫຼອດຮອດນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມຮັບຟັງ.
ໃນພິທີທ່ານ ພັນໂທ ບຸນຊູູ ໄຊສະຫວັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງກໍາລັງ ປກສ ເມືອງຂວາ ຄົບຮອບ 63 ປີ ຊຶ່ງທ່ານ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງກໍາລັງປ້ອງກັນຄວາມສະຫງົບເມືອງຕະຫລອດໄລຍະ 63 ປີ ຜ່ານມາ. ຈາກນັ້ນ, ທ່ານ ພັນໂທ ຊຽງ ພອນ ໄຊທະລາ ຫົວໜ້າກອງບັນຊາການ ປກສ ເມືອງຂວາ ເລົ່າຄືນມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ ຄົບຮອບ 62 ປີ. ໂອກາດນິ້, ທ່ານ ສອນສະໜຸກ ສີສຸລາດ ເລຂາພັກເຈົ້າເມືອງໆຂວາ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຂອງວັນດັ່ງກ່າວຄື: ວັນທີ 5 ເມສາ 1961 ແມ່ນວັນສ້າງຕັ້ງກຳລັງປ້ອງ
ກັນຄວາມສະຫງົບ ປະຊາຊົນ ເປັນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກຳລັງ ປກສ ທີ່ໝູນມາບັນຈົບຄົບຮອບ ອີກວາລະໜຶ່ງເຊິ່ງປີນີ້ຄົບຮອບ 64 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດ ປະຕິວັດອັນແຫຼມຄົມ ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງຮອບດ້ານ; ເປັນກຳລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ
,ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ຕ້ານຈັກກະພັດຜູ້ຮຸກຮານ, ມີນ້ຳໃຈເສຍສະຫຼະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. ເພື່ອສືບຕໍ່ເສີມຂະຫຍາຍທາດແທ້-ມູນເຊື້ອ ຂອງກໍາລັງປ້ອງກັນຄວາມສະ
ຫງົບປະຊາຊົນ ຕ້ອງສຸມໃສ່ດັ່ງນີ້: ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງດ້ານການເມືອງ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມໃຫ້ໜັກແໜ້ນ, ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ເລີກເຊິ່ງ ແລະ ກາຍເປັນໜ້າທີ່ຂອງທົ່ວປວງຊົນຢ່າງແທ້ຈິງ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ການເມືອງ, ເສດຖະກິດວັດທະນະທຳ-ສັງຄົມມີການພັດທະນາຢ່າງຕໍ່ເນື່ອງ. ພ້ອມນີ້ໃນພິທີ ຍັງໄດ້ມີການເລື່ອນຊັ້ນໃຫ້ນາຍຕຳຫລວດຄື: ຮ້ອຍເອກຂຶ້ນຊັ້ນພັນຕີ 4 ສະຫາຍ, ເລື່ອນຊັ້ນຮ້ອຍໂທຂຶ້ນຊັ້ນຮ້ອຍເອກ 1 ສະຫາຍ, ຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ 3 ສະຫາຍ, ເລື່ອນຊັ້ນວາທີຂຶ້ນຊັ້ນຮ້ອຍຕີ 1 ສະຫາຍ, ເລື່ອນຊັ້ນສິບໂທຂຶ້ນຊັ້ນສິບເອກ 2 ສະຫາຍ. ໃຫ້ກຽດປະດັບຊັ້ນໂດຍ ທ່ານ ພັນໂທ ຊຽງ ພອນ ໄຊທະລາ ຫົວໜ້າກອງບັນຊາການ ປກສ ເມືອງຂວາ ແລະ ທ່ານ ສອນສະໜຸກ ສີສຸລາດ ເລຂາພັກເຂົ້າເມືອງໆຂວາ
Share: