ໜ້າຫຼັກ / ການເຄື່ອນໄຫວ / ພິທີ ປະກາດຍຸບໜ່ວຍພັກ, ສ້າງຕັ້ງຄະນະພັກຮາກຖານ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ

ພິທີ ປະກາດຍຸບໜ່ວຍພັກ, ສ້າງຕັ້ງຄະນະພັກຮາກຖານ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ

05 Sep 2024 | ແສງຄຳ ສາລີວັນ |

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 3 ກັນຍາ 2024 ນີ້, ນະທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ທະນູຄຳ ປິດຈະວົງ ກຳມະການພັກແຂວງ, ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ, ມີບັນດາສະຫາຍຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາແຂວງ, ບັນດາສະຫາຍສະມາຊີກພັກຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີເຂົ້າຮ່ວມ.

        ໃນພິທີ ສະຫາຍ ນາງ ຟອງມະລີ ລາວລີ ຫົວໜ້າຂະແໜງຈັດຕັ້ງ ແລະ ກົດລະບຽບພັກ, ຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ 514, 515, 516, 517/ຄພລ ລົງວັນທີ 23 ສິງຫາ 2024 ເຊິ່ງໃນນີ້ມີມະຕິວ່າດ້ວຍການຍຸບໜ່ວຍພັກ ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ, ມະຕິວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເຊິ່ງປະກອບມີ 5 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຄື: ໜ່ວຍພັກບໍລິຫານ ແລະ ສົ່ງເສີມການຄ້າ, ໜ່ວຍພັກກວດກາລັດ ແລະ ການຄ້າພາຍໃນ, ໜ່ວຍພັກທະບຽນ ແລະ ຊັບສິນທາງປັນຍາ, ໜ່ວຍພັກອຸດສາຫະກຳ ແລະ ການຄ້າຕ່າງປະເທດ ແລະ ໜ່ວຍພັກສະພາການຄ້າ ແລະ ອຸດສາຫະກຳ; ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ກຳມະການຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເຊິ່ງປະກອບມີ: ສະຫາຍ ທະນູຄໍາ ປິດຈະວົງ ຫົວໜ້າພະແນກ ເປັນເລຂາຄະນະພັກຮາກຖານ, ສະຫາຍ ຄຳເຫຼັກ ແສນທະພູມ ຮອງຫົວໜ້າພະແນກ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ບຸນລົມ ຫົງຄຳ ຮອງຫົວໜ້າພະແນກ ເປັນກຳມະການຄະນະພັກຮາກຖານ, ທັງເປັນປະທານກວດກາ; ສະຫາຍ ອຸດອນ ມະນີຈັນ ຮອງຫົວໜ້າພະແນກ ເປັນກຳມະການຄະນະພັກຮາກຖານ, ສະຫາຍ ແສງຫຼ້າ ດາວເຮືອງ ຮອງຫົວໜ້າພະແນກ ເປັນກຳມະການຄະນະພັກຮາກຖານ, ສະຫາຍ ເຫຼັກ ສຸກສັນ, ປະທານ ສຄອຂ ເປັນກໍາມະການຄະນະພັກຮາກຖານ; ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ກຳມະການໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເຊິ່ງປະກອບມີ: ໜ່ວຍພັກບໍລິຫານ ແລະ ສົ່ງເສີມການຄ້າປະກອບມີ ສະຫາຍ ຄໍາເຫຼັກ ແສນທະພູມ ຮອງຫົວໜ້າພະແນກ ເປັນເລຂາໜ່ວຍພັກ; ສະຫາຍ ຄໍາໄລ ຄຸນສະຫງ່າ ຫົວໜ້າຂະແໜງ ເປັນຮອງເລຂາໜ່ວຍພັກ; ສະຫາຍ ນາງ ແສງເພັດ ແສນວົງ ຫົວໜ້າຂະແໜງ ເປັນກຳມະການໜ່ວຍພັກ, ທັງເປັນປະທານກວດກາ; ໜ່ວຍພັກກວດກາລັດ ແລະ ການຄ້າພາຍໃນ ປະກອບມີ ສະຫາຍ ບຸນລົມ ຫົງຄຳ ຮອງຫົວໜ້າພະແນກ ເປັນເລຂາໜ່ວຍພັກ; ສະຫາຍ ແສງທະວີ ຊີງເຈົ້າ ຫົວໜ້າຂະແໜງ ເປັນຮອງເລຂາໜ່ວຍພັກ; ສະຫາຍ ສົມຈິດ ວັນນະວົງ ຫົວໜ້າຂະແໜງ ເປັນກຳມະການໜ່ວຍພັກ, ທັງເປັນປະທານກວດກາ; ໜ່ວຍພັກທະບຽນ ແລະ ຊັບສິນທາງປັນຍາ ປະກອບມີ ສະຫາຍ ອຸດອນ ມະນີຈັນ ຮອງຫົວໜ້າພະແນກ ເປັນເລຂາໜ່ວຍພັກ, ສະຫາຍ ນາງບົວວັນ ແກ້ວຫຼ້າ ຫົວໜ້າຂະແໜງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ທອງສະຫັວນ ແສງໄຊຍະລາດ ຫົວໜ້າຂະແໜງ ເປັນກຳມະການໜ່ວຍພັກ, ທັງເປັນປະກວດກາ; ໜ່ວຍພັກ ອຸດສາຫະກຳ ແລະ ການຄ້າຕ່າງປະເທດປະກອບມີ ສະຫາຍ ແສງຫຼ້າ ດາວເຮືອງ ຮອງຫົວໜ້າພະແນກ ເປັນເລຂາໜ່ວຍພັກ, ສະຫາຍ ສົມຈິດ ແກ້ວໄຊຍະຈັກ ຫົວໜ້າຂະແໜງ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາ; ໜ່ວຍພັກ ສະພາການຄ້າ ແລະ ອຸດສາຫະກຳ ປະກອບມີ ສະຫາຍ ເຫຼັກ ສຸກສັນ ປະທານ ສຄອຂ ເປັນເລຂາໜ່ວຍພັກ, ສະຫາຍ ອຳພົນ ແກ້ວສຸກກະເສີມ ຫົວໜ້າຂະແໜງ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານ ກວດກາ.

ພ້ອມກັນນີ້ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 545/ຄພລ ລົງວັນທີ 27 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານກວດກາປະຈຳຄະນະພັກຮາກຖານ ແລະ ປະທານ, ຮອງປະທານກວດກາ ຂອງໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ຕື່ມອີກ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ