ແຂວງຜົ້ງສາລີເປີດຮຽນສະໜັບສະໜູນຂະຫຍາຍເຂົ້າພັກ ຊຸດ ທີ l ປີ 2025.
22 Apr 2025 | ພາບ,ຂ່າວ: ຍີນໄຊ ສີບຸນເຮືອງ |
ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງ ວັນທີ 22 ເດືອນ ເມສາ ປີ 2025 ຢູ່ຫ້ອງປະຊຸມ
ຂອງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຊັ້ນທີ່ 3 ຕຶກສໍານັກງານປົກຄອແຂວງ,ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຮຽນສະໜັບສະໜຸນ ຂອງ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາ ອົບຮົມແຂວງ ຜົ້ງສາລີ,ເຂົ້າຮ່ວມໃນພິທີ ມີຄະນະຮັບຜິດຊອບ ແລະ ມີບັນດາ ສະຫາຍ ມະຫາຊົນຜູ້ກ້າວໜ້າທີຈະຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ທີມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງຜົ້ງສາລີ ເຂົ້າຮ່ວມຈຳນວນ 16 ສະຫາຍ,ຍິ່ງ 7 ສະຫາຍ.
ໃນພິທີ ຄະນະຈັດຕັ້ງພິທີ ໄດ້ສະເໜີຈຸດປະສົງ ແລະ ໄດ້ຜ່ານມາຕີຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ສະບັບເລກທີ 95/ຄພຂ,ລົງວັນທີ 13 ມີນາ 2025,ຈາກນັ້ນ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາ ອົບຮົມແຂວງ ຜົ້ງສາລີ,ໄດ້ມີຄຳເຫັນກ່າວເປີດພິທີ ພ້ອມທັງເຜີຍແຜ່ເອກະສານ ເປັນຕົ້ນແມ່ນເນື້ອໃນເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າພັກ ມີ 13 ຄຳຖາມ-ຄຳຕອບ ຂອງພັກປະຊາຊົນ ປະຕິວັດລາວ.ທັງນີ້ກໍ່ເພືອເຮັດໃຫ້ມະຫາຊົນຜູ້ທີຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້,ເຂົ້າໃຈກ່ຽວກັບປະຫວັດ,ຄວາມເປັນມາ,ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ,ເຂົ້າໃຈກ່ຽວກັບມາດຕະຖານ,ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຜົນປະໂຫຍດທີສະມາຊິກພັກໄດ້ຮັບ ແລະ ເມືອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ,ກຽດສັກສີຂອງພັກຄືແນວໃດ,ບົນພື້ນຖານຄວາມຮັບຮູ້ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຕະຖານ,ເງື່ອນໄຂຄົບຖວ້ນ ແລະ ມີຄວາມຕືນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພືອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ ນັບຫຼາຍຂື້ນ.
Share: