ໜ້າຫຼັກ / ການເຄື່ອນໄຫວ / ພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສົມບູນ.

ພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສົມບູນ.

22 Apr 2025 | ນັກຂ່າວ ປກສ ແຂວງ |

ໃນວັນທີ 22 ເມສາ 2025 ນີ້, ຄະນະພັກຮາກຖານຫ້ອງການເມືອງ ປກສ ແຂວງ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສົມບູນ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັທ ນາງ ວຽງຄຳ ຄຸນສົມເຮືອງ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານຫ້ອງການເມືອງ ປກສ ແຂວງ, ມີຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.
ສະຫາຍ ພັຕ ບຸນເລີດ ບູໄລສິນ ຄະນະພັກຮາກຖານ ຫ້ອງການເມືອງ ປກສ ແຂວງ, ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກອງບັນຊາການ ເລກທີ 872, 873/ອພ ປກສ.ຜລ, ລົງວັນທີ 17 ມີນາ 2025 ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ, ໃນນີ້ໄດ້ຕົກລົງເລື່ອນ 02 ສະຫາຍ, ຍິງ 01 ສະຫາຍ.ໃນໂອກາດທີ່ມີຄວາມໝາຍ-ຄວາມສຳຄັນດັ່ງກ່າວ, ສະຫາຍ ພັທ ນາງ ວຽງຄໍາ ຄູນສົມເຮືອງ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫ້ອງການເມືອງ ປກສ ແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ, ເຊິ່ງກ່ອນອື່ນ ສະຫາຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະມາຊິກພັກສົມບູນໃໝ່ ທີ່ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ຈົນສາມາດຮັບຮອງເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ເປັນເຈົ້າການປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ທຸກມະຕິຄຳສັ່ງທີ່ທາງການຈັດຕັ້ງຂັ້ນເທິງວາງອອກໃນແຕ່ລະໄລຍະ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຊອກຮູ້ຮ່ຳຮຽນເອົາບັນດາທິດສະດີມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ, ກ້າຕຳນິຕິຊົມຕົນເອງ ແລະ ໝູ່ເພື່ອນ, ເຊີດຊູຄວາມເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ພ້ອມທັງປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ