ຈັດງານສະເຫຼີມສະຫຼອງອາຣາມ ເພື່ອສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568.
19 Apr 2025 | ຂ່າວ-ພາບ: ທອງໄຊ ແສງອຸດົມ |
ໂດຍອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ
2015 ໃນລະຫວ່າງວັນທີ 18-19 ເມສາ 2025 ທີ່ຜ່ານມານີ້, ອໍານາດການປົກຄອງບ້ານ ບ້ານກຸງເກືອຍ ເມືອງຂວາ ແຂວງຜົ້ງສາລີ, ໄດ້ຈັດພິທີສະເຫຼີມສະຫຼອງອາຣາມ ແລະ ສົມໂພດພຣະພຸດທະຮູບ, ທີ່ວັດບ້ານກຸງເກືອຍ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພົມມີ ອິນມະສອນ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງຂວາ, ສະຫາຍ ພັນໂທ ຊຽງ ສົມຈີນ ດວງບຸນຕາ ເລ
ຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງໝໍທະຫານແຂວງຜົ້ງສາລີ, ມີພຣະອາຈານ ບົວຄໍາ ໄຊຍະວົງ, ພຣະອາຈານ ບຸນລີ ແລະ ພຣະສົ່ງສໍາມະເນນທີ່ມາຈາກພາຍໃນ ແລະ ຕ່າງແຂວງ ຕະຫຼອດຮອດອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ, ເຈົ້າສັດທາ ແລະ ຊາວພຸດທະສາສະນິກະຊົນ ລູກຫຼານຊາວບ້ານທີ່ຍັງບໍ່ທັນຍົກຍ້າຍຈາກບ້ານເດີມປະກອບສ່ວນປະຕິບັດໜ້າທີ່ຕ່າງເມືອງ, ຕ່າງແຂວງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ໄດ້ເຕົ້າໂຮມເຈົ້າສັດທາ, ອອກຕົນຍາດໂຍມ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆຂວາ ສະບັບເລກທີ 137/ມຂ ລົງວັນທີ 3 ເມສາ2025 ວ່າດ້ວຍການອະນຸມັດໃຫ້ບ້ານກຸງເກືອຍສະເຫຼີມສະຫຼອງອາຣາມຫຼັງໃໝ່, ຈາກນັ້ນ ສະຫາຍ ພັນໂທ ຊຽງ ສົມຈີນ ດວງບຸນຕາ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງໝໍທະຫານແຂວງຜົ້ງສາລີ, ໄດ້ເລົ່າປະຫວັດຄວາມເປັນມາຂອງບ້ານກຸງເກືອຍ, ເຊິ່ງບ້ານດັ່ງກ່າວແມ່ນມີອາຍຸປະມານ 150 ກວ່າປີ, ມີ 56 ຄອບຄົວ, ມີ 49 ຫຼັງຄາເຮືອນ, ມີພົນລະເມືອງທັງ
ໝົດ 258 ສະຫາຍ, ຍິງ 131 ສະຫາຍ, ມີຄະນະພັກບ້ານ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກພັກສົມບູນ 17 ສະຫາຍ, ສໍາຮອງ 2 ສະຫາຍ, ມີສະຫະພັນແມ່ຍິງ 31 ສະ
ຫາຍ, ສະມາຊິກຊາວໜຸ່ມ 17 ສະຫາຍ, ໃນໄລຍະຜ່ານມາຄະນະພັກບ້ານໄດ້ຊີ້ນໍາ-ນໍາພາພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ມີຄວາມສາມັກຄີເປັນປຶກແຜນແໜ້ນໜ້າ ພ້ອມ
ກັນສ້າງສາພັດທະນາບ້ານໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະອາດຈົບງາມບ້ານກຸງເກືອຍເປັນບ້ານສາທາລະນະສຸກ, ທີ່ໄດ້ຮັບໃບຢັ້ງຢືນເປັນບ້ານ 3 ປອດຄື: ປອດໄພ,ປອດໄສ, ປອດຄະດີ, ປະກາດເປັນບ້ານປ້ອງກັນຄວາມສະຫງົບ ແລະ ເປັນບ້ານສາມັກຄີປ້ອງດອງ, ພໍ່ແມ່ປະຊາຊົນໄດ້ພ້ອມກັນສ້າງສາພັດທະນາບ້ານ ແລະ ຄອບຄົວໃຫ້ມີຢູ່ມີກິນທຸກໆປີ, ດ້ວຍການປູກຝັງລ້ຽງສັດເປັນຕົ້ນແມ່ນປູກໝາກແໜ່ງ, ປູກຂ່າ, ປູກແຄມ, ປູກກາເຟ, ລ້ຽງສັດໃຫຍ່, ສັດນ້ອຍ ແລະ ສັດປີກ, ສາມາດສ້າງລາຍຮັບໄດ້ 8-9 ລ້ານກີບ/ຄົນ/ປີ, ຍ້ອນຄວາມດຸໝັ້ນຫ້າວຫັນຈຶ່ງເຮັດໃຫ້ແຕ່ລະຄອບຄົວຫຼຸດຜົ້ນຄວາມທຸກຍາກເທື່ອລະກ້າວນອກນີ້ຍັງໄດ້ສົ່ງລູກຫຼານໄປຮໍ່າ
ຮຽນທາງພາຍໃນ ແລະ ຕ່າງປະເທດ, ມາຮອດປັດຈຸບັນນີ້ມີພະນັກງານສັງກັດ-ລັດ 94 ກວ່າສະຫາຍ, ອາຣາມທີ່ໄດ້ຈັດພິທີສະເຫຼີມສະຫຼອງຄັ້ງນີ້ໄດ້ເລີ່ມກໍ່ສ້າງແຕ່ວັນທີ 17/12/2020 ໂດຍແມ່ນທຶນພໍ່ແມ່ປະຊາຊົນບ້ານກຸງເກືອຍ 714,291,000 ລ້ານກີບ, ທຶນລູກຫຼານອຸປະທໍາ 50,600,000 ລ້ານກີບ, ທຶນແຜ່ສົມທົບບໍລິສັດຫ້າງຮ້ານ ແລະ ສັງຄົມ 175,704,000 ລ້ານກີບ, ທຶນວັດ 20,000,000 ລ້ານກີບ ລວມທຶນການກໍ່ສ້າງເງິນທັງໝົດ 923,011,000 ລ້ານກີບ, ແຮງງານການກໍ່ສ້າງຂອງບ້ານກຸງເກືອຍ ແລະ ບ້ານອ້ອມຂ້າງ 3,857 ແຮງງານ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນທ່ານ ພົມມີ ອິນມະສອນ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງຂວາ ມີຄໍາເຫັນຕໍ່ພິທີ ເຊິ່ງກອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ພໍ່ແມ່ປະຊາຊົນທຸກຊັ້ນຄົນໃນບ້ານໄດ້ພ້ອມພຽງຮຽງໜ້າກັນກໍ່ສ້າງອາຣາມຄັ້ງນີ້ສໍາເລັດຕາມຄາດໝາຍ ແລະ ຈັດໃຫ້ມີພິທີສະເຫຼີມສະ
ຫຼອງຢ່າງຄຶກຄືນມ່ວນຊື່ຖືກຕ້ອງຕາມພິທີການທາງດ້ານພຸດທະສາສະໜາ ແລະ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາເຈົ້າສັດທາ, ອົງການຈັດຕັ້ງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ, ທີ່ໄດ້ສະຫຼະເວລາອົນມີຄຸນຄ່າມາຮ່ວມງານສະເຫຼີມສະຫຼອງອາຣາມວັດບ້ານກຸງເກືອຍ ເມືອງຂວາ ແຂວງຜົ້ງສາລີໃນຄັ້ງນີ້, ທາມກາງເສດຖະກິດ ພົບຄວາມຫຍຸງຍາກ ເປັນຕົ້ນແມ່ນລາຄ່າສິນຄ້າ, ນັບມື້ເພີ່ມຂຶ້ນ, ໄພເງິນເຝີ້ ແລະ ໄພພິບັດທາງທໍາມະຊາດ ເຊິ່ງກໍ່ໃຫ້ເກີດມີຂໍ້ຫຍຸງຍາກຫຼາຍດ້ານ, ແຕ່ກໍ່ຍ້ອນຄວາມສາ
ມັກຄີເປັນໜຶ່ງດຽວ, ເປັນປຶກແຜນຂອງຊາວບ້ານໄດ້ສຸມຈິດສຸມໃຈກໍ່ສ້າງອາຣາມວັດບ້ານກຸງເກືອຍທັງນີ້ກໍ່ເພື່ອປະຕິບັດແຜນພັດທະນາເສດຖະກິດ-ສັງຄົມກໍ່ຄືການຊີ້ນໍາ-ນໍາພາຂອງເມືອງ, ບ້ານ ແລະ ເຈົ້າສັດທາ ວັດເປັນການສຶກສາຮຽນຮູ້ທາງດ້ານວັດທະນາທໍາຮີດຄອງປະເພນີ ຫຼື ທີ່ເອີ້ນກັນວ່າ: ຮີດ 12 ຄອງ 14 ແລະ ເປັນບ່ອນເຕົ້າໂຮມຄວາມສາມັກຄີ ຫຼື ເປັນບ່ອນເພິ່ງທາງຈິດໃຈທໍາບຸນກຸສົນ, ຂອງຊາວພຸດທັງຫຼາຍກໍ່ຄືຊາວບ້ານກຸງເກືອຍ, ໃນນີ້ຮອດເວລາ 20:00 ນາທີຍັງໄດ້ມີພິທີສູດມົນຟັງທໍາຕາມຮີດຄອງປະເພນີ ຈູດບັງໄຟດອກ ແລະ ຍັງໄດ້ຮັບຊົມການສະແດງສີລະປະວັນນະຄະດີ ຂອງນ້ອງນ້ອຍນັກຮຽນ ແລະ ໜ່ວຍສະຫະພັນແມ່ຍິງບ້ານກຸງເກືອຍຕືມອີກ, ພ້ອມທັງຈູດທູບທຽນບູຊາພຣະຣັດຕະນະໄຕ, ນໍາພາໄຫ້ວພະຮັບສິນສູດປະລິຕະມຸງຄຸນບວດຈົວ 1 ອົງ ແລະ ບວດສີພາມ ເລີ່ມເຂົ້າພິທີສົມໂພດພຸດທະຮູບຮອດເວລາ 24:30 ນາທີ ຕອນເຊົ້າມື້ໃໝ່ຂອງວັນທີ 19 ເມສາ 2025 ເວລາ 7:00 ນາທີ ຂອງວັນທີ 19 ເມສາ 2025 ໄດ້ມີການຕັກບາດຢາດນໍ້າ, ຍົກຍອດຊໍ່ຟ້າ ແລະ ພຣະຣັດຕະນະໄຕນໍາພາໄຫວພະຮັບສິນ, ຮອດເວລາ 10:30 ນາທີ ຍັງໄດ້ສົ່ງຜາສາດ ແລະ ຖວາຍສັງຂະທານ ເປັນຂະບວນການຄຶກຄື້ນມ່ວນຊື່ນຕາມປະເພນີ ຂອງລາວທີ່ສືບຖອດກັນມາແຕ່ບູຮານ
ນະການ.
Share: