ກອງປະຊຸມທາບທາມບຸກຄະລາກອນ ອົງຄະນະພັກກອງບັນຊາການປກສ ແຂວງຜົ້ງສາລີ ຮອບທີ I.
21 Apr 2025 | ນັກຂ່າວ ປກສ ແຂວງ |
ກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງອົງຄະນະພັກ ກອງບັນຊາການ ປກສ ແຂວງ ຜົ້ງສາລີ ຮອບທີ່
I ຂອງອົງຄະນະພັກກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 21 ເມສາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ສັນຕິ ແກ້ວຍະສານ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຜົ້ງສາລີ, ມີ ສະຫາຍ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີບັນດາສະຫາຍຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ຄະນະພັກ-ຄະນະຫ້ອງ, ຫົວໜ້າພະແນກ, ຮອງພະແນກເຂົ້າຮ່ວມ.
ສະຫາຍ ໂລ ອາຢິງ ຮອງປະທານກວດກາພັກ-ລັດແຂວງຜົ້ງສາລີ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະອອກສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ກຳນົດໄວ້ ຕິດພັນກັບການຈັດຕັ້ງປະຕິບັດຄໍາສັ່ງ ຄໍາແນະນໍາຂອງຄະນະພັກຂັ້ນເທິງ ເພື່ອໃຫ້ຖືກຕ້ອງຕາມລະບຽບຂອງພັກ, ເປັນການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ຖືກຕ້ອງຕາມກົດລະບຽບພັກ, ເພີ່ມທະວີຄວາມສາມັກຄີ, ຍົກສູງຄວາມສາມາດນໍາພາ ແລະ ກຳລັງແຮງສູ້ຮົບຂອງການຈັດຕັ້ງພັກ, ເສີມຂະຫຍາຍປະຊາທິປະໄຕ, ເຊີດຊູສະຕິປັນຍາ, ຄວາມຮັບຜິດຊອບຂອງຄະນະພັກ ແລະ ຄັດເລືອກບຸກຄະລາກອນທີ່ມີມາດຖານ, ເງື່ອນໄຂຕາມທີ່ກໍານົດໄວ້ ປະກອບເຂົ້າໃນລະບົບການຈັດຕັ້ງຄະນະພັກ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.
ໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ ສະຫາຍ ສັນຕິ ແກ້ວຍະສານ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຜົ້ງສາລີ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳບັນດາສະຫາຍຜູ້ແທນກອງປະຊຸມກ່ອນການທາບທາມໃນຄັ້ງນີ້ ໃຊ້ສິດປະຊາທິປະໄຕຂອງຕົນ ເຂົ້າໃນການບ່ອນບັດຄັດເລືອກເອົາບຸກຄະລາກອນທີ່ຈະສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງຜົ້ງສາລີ ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນ 3 ຮຸ່ນ: ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມມີຜູ້ເກົ່າ, ຜູ້ໃໝ່, ເຜົ່າ ແລະ ເພດ ຕາມຈຳນວນທີ່ເໝາະສົມ, ກຳແໜ້ນ ແລະ ຄຳໜຶງເຖິງມາດຖານເງື່ອນໄຂ ແລະ ໂຄງປະກອບໃຫ້ຖືກຕ້ອງຕາມນິຕິກຳທີ່ກຳນົດໄວ້.
ຫຼັງຈາກນັ້ນ ບັນດາສະຫາຍຜູ້ແທນສົມບູນທີ່ຕາງໜ້າໃຫ້ສະມາຊິກພັກ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນບ່ອນບັດທາບທາມເອົາບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງຜົ້ງສາລີ ຮອບທີ I ສະໄໝທີ VIII ໄດ້ສຳເລັດຕາມແຜນການທີ່ໄດ້ກຳນົດໄວ້.
Share: