ສະຫະພັນກຳມະບານແຂວງຜົ້ງສາລີ ກອງປະຊຸມເຜີຍແຜ່ເຊື່ອມຊຶມ ເອກະສານສືກສາອົບຮົມການເມືອງ-ແນວຄິດ ສຳລັບພະນັກງານ, ສະມາຊິກພັກ ເພື່ອດຳເນີນຊີວິດການທົ່ວພັກ.
23 Apr 2025 | ນັກຂ່າວ ກຳມະບານ ແຂວງ |
ໃນຕອນເຊົ້າວັນທີ 23 ເມສາ 2025 ຜ່ານມານີ້, ທາງສະຫະພັນກໍາມະບານແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານສືກສາອົບຮົມການເມືອງ-ແນວຄິດ ສຳລັບພະນັກງານ, ສະມາຊິກພັກ ເພື່ອດຳເນີນຊີວິດການທົ່ວພັກ, ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງສະຫະພັນກຳມະບານແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ພອນແກ້ວ ຄູນສົມເຮືອງ ເລຂາໜ່ວຍພັກ, ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງຜົ້ງສາລີ, ມີບັນດາສະຫາຍຄະນະໜ່ວຍພັກ, ຮອງປະທານສະຫະພັນກຳມະບານແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະຫະພັນກຳມະບານແຂວງ, ມີຜູ້ເຂົ້າຮ່ວມທັງໜົດ 17 ສະຫາຍ, ຍິງ 9 ສະຫາຍ.
ໃນວາລະກອງປະຊຸມ ສະຫາຍ ນາງ ພອນແກ້ວ ຄຸນສົມເຮືອງ ເລຂາໜ່ວຍພັກ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານຂອງສູນກາງ ແມ່ນ ຮ່ຳຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດຂອງ ປະທານໄກສອນ ພົມວິຫານ, ມະຕິ ສະບັບເລກທີ 02/ຄບສພ, ລົງວັນທີ 7 ມີນາ 2025 ວ່າດ້ວຍມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານສູນກາງພັກ ສະໄໝທີXI, ມະຕິ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ.
ຈຸດປະສົງຕົ້ນຕໍຂອງການເຜີຍແຜ່ເອກະສານຄັ້ງນີ້, ກໍ່ເພື່ອໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນສະຫະພັກຳມະບານແຂວງ ໃຫ້ມີຄວາມຮັບຮູ້-ເຂົ້າໃຈເຖິງຄວາມໝາຍ, ຄວາມສຳຄັນ ແນ່ໃສ່ສ້າງຄວາມຕື່ນຕົວ, ການຍົກສູງບົດບາດການນຳພາຂອງພັກ, ເປັນເຈົ້າການອຸທິດສະຕິປັນຍາ, ເຫື່ອແຮງເຂົ້າໃນພາລະກິດປະຕິວັດຂອງຊາດ, ສ້າງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ, ເຮັດໃຫ້ປະເທດຊາດມີຄວາມເຂັ້ມແຂງ ປະຊາຊົນຮັ່ງມີພາສຸກ ແລະ ເປັນເຈົ້າ
ການໃນການເຂົ້າຮ່ວມ ເພື່ອກະກຽມການດຳເນີນກອງປະຊຸມໃຫ່ຍ 3 ຂັ້ນໃຫ້ດຳເນີນໄປດ້ວຍດີ ແລະ ມີຜົນສຳເລັດອັນຈົບງາມ ແລະ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານຮັບຮູ້ເຂົ້າໃຈ ແລະ ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດອັນສູງສົງຂອງ ປະທານ ໄກສອນ ພົມວິຫານ ເພື່ອພ້ອມ
ກັນຕັ້ງໜ້າຄົ້ນຄົ້ວາສຶກສາຮໍ່າຮຽນເອົາເປັນແບບຢ່າງເພື່ອຝືກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານສະມາຊິກພັກຜູ້ທີດີເດັ່ນມີຄຸນທາດການເມືອງຄຸນສົມບັດທີໜັກແໜ້ນ, ເພື່ອສຶກສາອົບ ຮົມໃຫ້ພະນັກງານສະມາຊິກພັກໄດ້ຮັບຮູ້ເຂົ້າໃຈມາດຕະຖານຂອງສະມາຊິກພັກເຊິງແມ່ນສິງທີສໍາຄັນ ແລະ ຈໍາເປັນພ້ອມທັງແມ່ນປັດໃຈພື້ນຖານໃຫ້ແກ່ການເລືອກເຟັ້ນເອົາພະນັກງານສະມາຊິກພັກເຂົ້າໃນການສັບຊ້ອນຈັດວາງ ບໍາລຸງກໍ່ສ້າງ ແລະ ທັງເປັນບ່ອນອີງໃຫ້ພະນັກງານສະມາຊິກພັກໄດ້ຝືກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ,ຄຸນ ສົມບັດສິນທໍາປະຕິວັດເພື່ອກ້າວຂຶ້ນເປັນພະນັກງານສະມາຊິກພັກທີມີຄຸນນະພາບເປັນເທື່ອລະກ້າວ.
Share: