ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນ 3 ເອກະສານ ແລະ ສະຫຼຸບປະຈໍາເດືອນ ເມສາ 2025

ໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນ 3 ເອກະສານ ແລະ ສະຫຼຸບປະຈໍາເດືອນ ເມສາ 2025

22 Apr 2025 | ນັກຂ່າວ ພະແນກສຶກສາ ແຂວງ |

ໃນຕອນເຊົ້າຂອງວັນທີ 22 ເມສາ 2025 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລແຂວງ, ສອງໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການພະແນກສຶກສາທິການ ແລະ ກິລາແຂວງໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນ 03 ເອກະສານທີ່ສໍາຄັນ ໃຫ້ແກ່ສະມາຊິກພັກພາຍໃນໜ່ວຍ ໂດຍການເປັນປະທານຂອງ ສະຫາຍ ບຸນຈັນ ໄມ່ຕ່ວນ ຮອງເລຂາຄະນະພັກຮາກຖານ ເລຂາໜ່ວຍພັກບໍລິຫານ, ມີສະຫາຍ ຊາຍຄໍາ ຍືນສົມບັດ ຄະນະພັກຮາກຖານ ປະທານກວດກາໜ່ວຍພັກວິຊາການ, ມີບັນດາສະຫາຍຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງລວມທັງໝົດ 67 ສະຫາຍ, ຍິງ 28 ສະຫາຍເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ເນື້ອໃນ 03 ເອກະສານທີ່ສໍາຄັນຄື: ມະຕິຂອງຄະນະບໍລິຫານງານສູນກາງພັກ; ມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ແລະ ເອກະສານສຶກສາອົບຮົມການເມືອງແນວຄິດສໍາລັບພະນັກງານ, ສະມາຊິກພັກ ເພື່ອດໍາເນີນຊີວິດການເມືອງທົ່ວພັກ. ພ້ອມດຽວກັນນີ້, ໃນກອງປະຊຸມຍັງໄດ້ ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານພັກປະຈໍາເດືອນ ເມສາ ແລະ ວາງທິດທາງແຜນການ ປະຈໍາເດືອນ ພຶດສະພາ 2025.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ບຸນຈັນ ໄມ່ຕ່ວນ ຮອງເລຂາຄະນະພັກຮາກຖານ ເລຂາໜ່ວຍພັກບໍລິຫານ ໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກຈົ່ງສືບຕໍ່ສຶກສາ ຄົ້ນຄວ້າບັນດາເນື້ອໃນເອກະສານດັ່ງກ່າວໃຫ້ເລີກເຊິ່ງ ເພື່ອຫັນເຂົ້າມາໝູນໃຊ້ໃນວຽກງານສຶກສາ ແລະ ກິລາຕາມຂະແໜງ ກໍ່ຄືໜ້າວຽກທີ່ກ່ຽວຂ້ອງໃຫ້ເກີດດອກອອກຜົນ, ສືບຕໍ່ສຶກສາ ຄົ້ນຄວ້າ ແລະ ກໍາແໜ້ນບັນດາເນື້ອໃນຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນ ສົມບັດສິນທໍາປະຕິວັດ, ຂອງປະທານ ໄກສອນ ພົມວິຫານ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ ແລະ ມາດຕະຖານ ຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂໃໝ່ ເພື່ອໃຫ້ຄວາມແຕກໂຕນທາງດ້ານຄຸນນະພາບ ແລະ ປະລິມານຂອງວຽກງານສຶກສາ ລະຫວ່າງ ຕົວເມືອງ ແລະ ຊົນນະບົດນັບມື້ຍັບເຂົ້າສູ່ຄວາມເທົ່າທຽມກັນ ແລະ ພັກດັນວຽກງານສຶກສາ ແລະ ກິລາຫັນໄປສູ່ຄຸນນະພາບໃໝ່ເທື່ອລະກ້າວ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ