ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມຊີ້ນຳການສະຫຼູບ 40 ປີແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກຢູ່ແຂວງຜົ້ງສາລີ ແຕ່ປີ 1986-2026

ກອງປະຊຸມຊີ້ນຳການສະຫຼູບ 40 ປີແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກຢູ່ແຂວງຜົ້ງສາລີ ແຕ່ປີ 1986-2026

05 Sep 2024 | ແສງຄຳ ສາລີວັນ |

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 2 ກັນຍາ 2024 ນີ້, ນະທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ມີບັນດາທ່ານກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ເຈົ້າເມືອງ-ຮອງເຈົ້າເມືອງ, ອົງການທຽບເທົ່າ, ລັດວິສາຫະກິດອ້ອມຂ້າງແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

        ໃນກອງປະຊຸມ ທ່ານ ອູ່ຄຳ ຕຸລາພັນ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານໜັງສືແນະນໍາ ກ່ຽວກັບ ການສະຫຼຸບ 40 ປີ ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງເປັນການທົບຄວນຄືນ ຈິນຕະນາການຂອງພັກ ແລະ ຕີລາຄາການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນຕົວຈິງ, ທັງຢັ້ງຢືນຜົນງານ, ທັງກ້າປ່ຽນແປງຂໍ້ບົກພ່ອງທາງດ້ານທິດສະດີ ແລະ ພຶດຕິກຳຂອງພັກ ແລະ ຖອດເປັນບົດຮຽນ, ແກ້ໄຂບັນຫາຢ່າງປະດິດສ້າງໃຫ້ແທດກັບເງື່ອນໄຂສະພາບແວດລ້ອມ ຂອງປະເທດເຮົາໃນແຕ່ລະໄລຍະ. ການສະຫຼຸບ 40 ປີ ເປັນໜຶ່ງໃນບັນດາເນື້ອໃນທີ່ສໍາຄັນ ຈະສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ເຊິ່ງການສະຫຼຸບແນວທາງປ່ຽນແປງໃໝ່ ຕ້ອງໄດ້ຢຶດໝັ້ນຕາມ 6 ຫຼັກການ: ຢຶດໝັ້ນຈຸດໝາຍສັງຄົມນິຍົມ; ຢຶດໝັ້ນລັດທິມາກ-ເລນິນ ແລະ ໝູນໃຊ້ຢ່າງປະດິດສ້າງ, ສອດຄ່ອງກັບຈຸດພິເສດ ຂອງປະເທດເຮົາ; ຢຶດໝັ້ນໃນການນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ບົນພື້ນຖານຫຼັກການ ລວມສູນປະຊາທິປະໄຕ ແລະ ແນວທາງຂອງພັກ; ເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ສ້າງກໍາລັງສາມັກຄີທົ່ວປວງຊົນ ແລະ ຄວາມເປັນປຶກແຜ່ນຂອງຊາດລາວເອກະພາບ; ເພີ່ມທະວີຄວາມສັກສິດ ຂອງລະບົບອຳນາດປະຊາທິປະໄຕປະຊາຊົນ, ອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ເພື່ອປະຊາຊົນ, ດ້ານປະກົດການພະຍາດ ອາດຍາສິດທຸກຮູບແບບ; ເຊີດຊູຈິດໃຈເອກະລາດ ເປັນເຈົ້າຕົນເອງ, ສົມທົບກໍາລັງແຮງຂອງຍຸກສະໄໝ. ການສະຫຼູບດັ່ງກ່າວຕ້ອງຮັບປະກັນຕາມໂຄງສ້າງຄື: ຄວາມຮັບຮູ້ຂອງທົ່ວພັກ ກ່ຽວກັບ ແນວທາງປ່ຽນແປງໃໝ່ໃນຂົງເຂດຄົ້ນຄວ້າ; ພຶດຕິກຳການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນແຕ່ລະຂົງເຂດ: ໃນນີ້ ໃຫ້ຕີລາຄາໃຫ້ເລິກເຊິ່ງ ຕາມຂອບເຂດເນື້ອໃນຂອງແຕ່ລະຫົວຂໍ້ໃຫ້ມີຄວາມຊັດເຈນ; ຄົ້ນຄວ້າໃຫ້ເຫັນແຈ້ງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນດາສາເຫດ ແລະ ບົດຮຽນ; ສະເໜີໃຫ້ກຳນົດເວລາຂອງການຕີລາຄາໃຫ້ຊັດເຈນ ໂດຍຈັດແບ່ງ 10 ປີໃດ ແມ່ນໃຫ້ມີການສົມທຽບຂໍ້ມູນ. ຕົວຢ່າງ: ປີ 1986-1996, 1996-2006, 2006-2016, 2016-2026 ເພື່ອໃຫ້ຮັບຮູ້ແຈ້ງເຖິງ ໝາກຜົນຕົວຈິງທີ່ເຮັດໄດ້, ຂໍ້ບົກຜ່ອງ ທີ່ເປັນສິ່ງທ້າທາຍ ຂອງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນ ແຕ່ລະຂົງເຂດ; ການສະຫຼຸບຕ້ອງຢຶດໝັ້ນລັກສະນະພັກ, ລັກສະນະວິທະຍາສາດ, ລັກສະນະກົມກຽວລະຫວ່າງ ທິດສະດີ ແລະ ພຶດຕິກຳ, ຕ້ອງເລີ່ມຈາກຈຸດພິເສດສະເພາະຂອງ ສປປ ລາວ ໃນແຕ່ລະຂົງເຂດ, ໃນກອງປະຊຸມ ທ່ານປະທານ ໄດ້ແນະນຳກ່ຽວກັບການປ່ອນຂໍ້ມູນໃສ່ຕາຕະລາງສະຫຼູບ 40 ປີ ຂອງແຕ່ລະຂະແໜງການ ພ້ອມທັງມີຄຳເຫັນເຈາະຈີ້ມຕໍ່ກອງປະຊຸມ.

        ຈາກນັ້ນຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ການສະຫຼູບ 40 ປີແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກຢູ່ແຂວງຜົ້ງສາລີ ແຕ່ປີ 1986-2026 ຢ່າງກົງໄປກົງມາ ບົນພື້ນຖານເພື່ອຄວາມເປັນເອກະພາບໃນການສະຫຼູບໂດຍໃຫ້ຈະແຈ້ງ, ຮັດກຸມ, ກວມລວມ, ແທດຕົວຈິງ, ເປັນວິທີທີ່ສາມາດຈັດຕັ້ງຜັນຂະຫຍາຍໄດ້.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ