ໜ້າຫຼັກ / ການເຄື່ອນໄຫວ / ກອງບັນຊາການທະຫານເມືອງບຸນເໜືອເປິດຊຸດອົບຮົມການເມືອງ-ການທະຫານແລະ ພາລາທິການເຕັກນິກ.

ກອງບັນຊາການທະຫານເມືອງບຸນເໜືອເປິດຊຸດອົບຮົມການເມືອງ-ການທະຫານແລະ ພາລາທິການເຕັກນິກ.

24 Apr 2025 | ຂ່າວ: ເມືອງບຸນເໜືອ |

ໃນທ່າມກາງບັນຍາກາດ ທົ່ວພັກ - ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດພວມອອກແຮງແຂ່ງຂັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນ ບຸນສໍາຄັນ ຂອງຊາດ ແລະ ຂອງພັກ, ເວົ້າລວມ, ເວົ້າສະເພາະຊາວເມືອງບຸນເໜືອ ກໍ່ຄືກອງບັນຊາການທະຫານ ເມືອງບຸນເໜືອ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ່ IV ຂອງກະຊວງປ້ອງກັນປະເທດ, ກອງ ປະຊຸມໃຫ່ຍຄັ້ງທີ່ IV ຂອງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ແລະມະຕິກອງປະຊຸມໃຫ່ຍຄັ້ງທີ່ IX ຂອງອົງຄະນະພັກເມືອງບຸນເໜືອເຂົ້າສູ່ຊີວິດຕົວຈິງໃຫ້ແຕກດອກອອກຜົນ.ຕອນເຊົ້າວັນທີ 24 ເມສາ 2025 ທີ່ສະໂມສອນກອງບັນຊາການທະຫານເມືອງບຸນເໜືອ ຈັດພິທີເປິດຊຸດອົບຮົມການເມືອງການທະຫານແລະ ພາລາທິການ ເຕັກນິກໃຫ້ພະນັກງານ-ນັກຮົບ ປະຈໍາໄຕມາດ 1 ປີ 2025 ຂຶ້ນ ໂດຍເປັນປະທານຂອງ ສະຫາຍ ສົມພາບ ດາລາຈັກ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງບຸນເໜືອ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບເມືອງ, ເຂົ້າຮ່ວມມີ ສະຫາຍ ບຸນຈັນ ທະໄລຄໍາ ກຳມະການພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ, ມີຄະນະພັກຄະນະບັນຊາ, ຫົວໜ້າ ຮອງຫົວໜ້າຫ້ອງການ, ແຕ່ລະພະແນກ, ຂະແໜງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັທ ບຸນຈັນ ທະໄລຄໍາ ກໍາມະການພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງໄດ້ຂຶ້ນກ່າວຈຸດປະສົງພ້ອມທັງຜ່ານຂໍ້ຕົກລົງ ກອງບັນຊາການທະຫານແຂວງສະບັບເລກທີ 94/ກບຊຂ ຜົ້ງສາລີ, ລົງວັນທີ 25 ມີນາ 2025 ວ່າດ້ວຍອະນຸມັດໃຫ້ກອງບັນຊາການທະຫານເມືອງບຸນເໜືອເປິດຊຸດອົບຮົມ ຫັດແອບການທະຫານ,ການເມືອງ ແລະ ພາລາທິການ-ເຕັກນິກປະຈຳໄຕມາດ 1 ປີ2025. ຈາກນັ້ນ ສະຫາຍ ພັທ ວຽງຄໍາ ມົນທະມິດ ຂຶ້ນຜ່ານແຜນການອົບຮົມ-ຫັດແອບການທະຫານ, ການເມືອງ, ພາລາທິການ, ເຕັກນິກ ແລະ ວິຊາສະເພາະປະຈໍາໄຕມາດທີ 1 ປະຈໍາປີ2025.ການອົບຮົມ-ຫັດແອບຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ - ຄວາມສາມາດດ້ານສິລະປະຍຸດ, ຍຸດທະວິທີໃຫ້ນາຍ ແລະ ພົນທະຫານມີຄວາມຊໍານິຊໍານານ ມີພິກໄຫວ, ຄວາມຄ່ອງແຄ້ວຮັບປະກັນການກຽມພ້ອມສູ້ຮົບ ແລະ ກຽມພ້ອມຕອບຕ້ານໃນທຸກກໍລະນີທີ່ອາດຈະເກີດຂື້ນ.ເພື່ອເປັນການປັບປຸງ ແລະ ກໍ່ສ້າງກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບປະຕິບັດລະບຽບແບບແຜນທັນສະໄໜຂຶ້ນເທື່ອລະກ້າວທັງເປັນການຝຶກຝົນໃຫ້ນາຍ ແລະ ພົນທະຫານມີສຸຂະພາບແຂງແຮງທົນທານແຂງແກ່ນໜຽວແໜ້ນກຽມພ້ອມຮັບໃຊ້ໜ້າທີ່ໃນການກະກຽມພ້ອມສູ້ຮົບ ແລະ ສູ້ຮົບໃນທຸກໆເງື່ອນໄຂ, ທຸກໆກໍລະນີ.ເຊິ່ງການຝີກແອບຄັ້ງນີ້ໃຊ້ເວລາ 15 ວັນຈື່ງຈະສຳເລັດ. ມີພະນັກງານ-ນາຍ ແລະ ພົນທະຫານເຂົ້າຮ່ວມທັງໝົດຈໍານວນ 125 ສະຫາຍ, ຍິງ 23 ສະຫາຍ.
ຕອນທ້າຍພິທີໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສົມພາບ ດາລາຈັກ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງບຸນເໜືອ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບເມືອງ.ສະຫາຍໄດ້ຊົມເຊີຍມາຍັງຄະນະພັກ, ຄະນະບັນຊາທີ່ມີຄວາມຮັບຜິດຊອບສູງ ຈັດຕັ້ງປະຕິບັດຫັດແອບສຳເລັດຕາມແຜນການທີ່ໄດ້ກຳນົດ ແລະ ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາໃຫ້ຍົກສູງຄວາມຮັບຜິດຊອບສູມໃສ່ສະຕິປັນຍາກ່ຽວກັບການຮໍ່າຮຽນເພື່ອໃຫ້ບັ້ນຝຶກອົບຮົມບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ແລະ ມີຄວາມປອດໄພ 100% .

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ