ໜ້າຫຼັກ / ການເຄື່ອນໄຫວ / ສະມາຊິກພັກ, ພະນັກງານ ອ້ອມຂ້າງແຂວງຜົ້ງສາລີ ຮັບຟັງການເຜີຍແຜ່ເອກະສານສຶກສາອົບຮົມການເມືອງແນວຄິດເພື່ອດຳເນີນຊີວິດການເມືອງ

ສະມາຊິກພັກ, ພະນັກງານ ອ້ອມຂ້າງແຂວງຜົ້ງສາລີ ຮັບຟັງການເຜີຍແຜ່ເອກະສານສຶກສາອົບຮົມການເມືອງແນວຄິດເພື່ອດຳເນີນຊີວິດການເມືອງ

25 Apr 2025 | ຂ່າວ: ສົມຄິດ ແກ້ວນວນລາ |

ກອງປະຊຸມເຜີຍແຜ່ເອກະສານສຶກສາອົບຮົມການເມືອງແນວຄິດສຳລັບສະມາຊິກພັກ, ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກອ້ອມຂ້າງແຂວງ ຈັດຂື້ນໃນຕອນເຊົ້າຂອງວັນທີ 25 ເມສາ 2025 ນີ້ ທີ່ຫ້ອງປະຊຸມຊັ້ນ 5 ຕຶກສຳນັກງານປົກຄອງແຂວງ ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ສະຫາຍ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຜົ້ງສາລີ, ເຂົ້າຮ່ວມມີ ສະຫາຍນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານສະມາຊິກພັກ, ພະນັກງານ ຈາກພະແນກການ, ອົງການ ແລະ ລັດວິສາຫະກິດ ອ້ອມຂ້າງແຂວງຜົ້ງສາລີເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລີຫານງານຂອງແຂວງ ຄັ້ງທີ 10 ສະໄໝ ທີ Xl; ເຜີຍແຜ່ ມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັັ້ງ ເລກທີ 03/ຄບສພ,ລົງວັນທີ 12 ມີນາ 2025; ມະຕິຂອງສູນກາງພັກ,ມະຕິຂອງຄະນະພັກ,ອົງການປົກຄອງແຂວງ ສະບັບເລກທີ 71/ຄພຂ ລົງວັນທີ 25 ກຸມພາ 2025; ເຜີຍແຜ່ເອກະສານສຶກສາອົບຮົມການເມືອງ - ແນວຄິດ ລວມມີ 3 ບົດຄື່: ຮ່ຳຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສີນທຳປະຕິວັດ ຂອງປະທານໄກສອນພົມວິຫານ; ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປະຈຸບັນ; ມາດຖານຂອງພະນັກງານສະມາຊິກພັກໃນເງື່ອນໄຂໃໝ່. ທັງນີ້ກໍ່ເພືອສຶກສາອົບຮົມການເມືອງ - ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດອັນສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ເພືອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ເອົາເພິ່ນເປັນແບບຢ່າງ ເພືອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກ ຜູ້ດີເດັ່ນມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ທີໜັກແໜ້ນ; ສຶກສາອົບຮົມ ສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ມາດຕະຖານ ຂອງສະມາຊິກພັກ, ພະນັກງານ ເຊຶງແມ່ນສິ່ງທີ່ສໍາຄັນ ແລະ ຈໍາເປັນ ພ້ອມທັງແມ່ນປັດໄຈພື້ນຖານ ໃຫ້ແກ່ການເລືອກເຟັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ, ກໍ່ສ້າງ, ບໍາລຸງ ແລະ ທັງເປັນບ່ອນອີງໃຫ້ພະນັກງານ, ສະມາຊິກພັກ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເພື່ອກ້າວຂຶ້ນເປັນພະນັກງານ, ສະມາຊິກພັກ ທີມີຄຸນນະພາບ, ເພືອເປັນການປຸກລະດົມຂະບວນການ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ - ສັງຄົມ 5 ປີແຫ່ງຊາດ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ