ໜ້າຫຼັກ / ການເຄື່ອນໄຫວ / ເມືອງຂວາ ສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ ໃຫຍ່ຄັ້ງທີ VII ຂອງແນວລາວສ້າງຊາດເມືອງຂວາ

ເມືອງຂວາ ສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ ໃຫຍ່ຄັ້ງທີ VII ຂອງແນວລາວສ້າງຊາດເມືອງຂວາ

25 Apr 2025 | ຂ່າວ: ສອນໄຊ ແສງມະນີ |

ເພື່ອເປັນການສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງແນວລາວສ້າງຊາດເມືອງຂວາ ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້ໃຫ້ເປັນຂະບວນຟົດຟື້ນ ແລະ ມ່ວນຊື່ນ ທັງເປັນການຮັກສາໄດ້ຄວາມສະອາດ ຈົບງາມພາຍໃນຕົວເມືອງ ມາໃນວັນທີ 25 ເມສາ 2025 ນິ້, ທາງເລຂາຄະໜ່ວຍຊາວໜຸ່ມສໍານັກງານ ແລະ ຮາກຖານບ້ານໄດ້ນໍາພາສະມາຊິກຊາວໜຸ່ມອອກແຮງງານສ້າງຂະບວນການອານາໄມລວມ
ສຳລັບການອອກແຮງງານໃນຄັ້ງນີ້ ໄດ້ພ້ອມກັນປັດກວາດໃບໄມ້, ຕັດຫຍ້າ, ເກັບຂີ້ເຫຍື້ອຍຕາມຂອບເຂດສໍານັກງານອົງການ,ຂຸດເສັ້ນທາງໄປຫາເຂດຜະລິດຂອງພໍ່ແມ່ປະຊາຊົນທີ່ຢູ່ເຂດຫ່າງໄກຊອກຫຼີກໃຫ້ມີຄວາມສະອາດງາມຕາ ມີຄວາມເປັນລະບຽບຮຽບຮ້ອຍດີ ທັງເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງພະນັກງານ-ລັດຖະກອນ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຄວາມແໜ້ນແຟ້ນ, ມີຄວາມຫ້າວຫັນໃນການອອກແຮງງານ ຊ່ວຍໃຫ້ມີສຸຂະພາບຮ່າງກາຍແຂງແຮງ, ສາມາດປະຕິບັດທຸກໜ້າທີ່ວຽກງານສໍາເລັດຜົນຢ່າງຮອບດ້ານ. ການອອກແຮງງານກໍ່ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນໃຫ້ແກ່ ວັນສໍາຄັນຂອງພັກ-ຂອງຊາດ ໂດຍສະເພາະກໍ່ຄື ກອງປະຊຸມໃຫຍ່ຄັ້ງທີ VII ຂອງແນວລາວສ້າງຊາດເມືອງຂວາ ໃຫ້ເຕັມໄປດ້ວຍຜົນງານອັນຍິ່ງໃຫຍ່ ແລະ ໄດ້ຮັບຜົນສໍາເລັດ ຢ່າງຈົບງາມ, ໄປຄຽງຄູ່ກັບການສ້າງສາ ແລະ ພັດທະນາພື້ນຖານໂຄງລ່າງ ສະນັ້ນ ທຸກພາກສ່ວນ ຕ້ອງໄດ້ເຂົ້າຮ່ວມໃນຂະບວນການຕ່າງໆຂອງເມືອງ ທັງນິ້ ກໍເພື່ອຍັງເປັນການຮັກສາຄວາມສະອາດຈົບງາມ ຕາມສະຖານທີ່ສຳຄັນຕ່າງໆ ພາຍໃນເມືອງຂວາ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໂດຍປາສະຈາກສິ່ງຮົກເຮື້ອ ແລະ ເຮັດໃຫ້ເທດສະບານຂອງເມືອງ ມີຄວາມສວຍງາມຢູ່ສະເໝີ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ