ແຂວງຜົ້ງສາລີ ປາຖະກະຖາ ວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ
28 Apr 2025 | ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ |
ໃນຕອນເຊົ້າ ຂອງວັນທີ 28 ເມສາ 2025 ນະທີ່ຫ້ອງປະຊຸມອົງການປົກຄອງແຂວງ ໄດ້ຈັດພິທີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ
ຄົບຮອບ 139 ປີ (1ພຶດສະພາ 1886 -1 ພຶດສະພາ 2025) ໂດຍການເປັນປະທານ ທ່ານ.ປອ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ສະມາຊີກສະພາແຫ່ງຊາດ, ມີທ່ານ. ນາງ ພອນແກ້ວ ຄຸນສົມເຮືອງ ປະທານ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີບັນດາ ປະທານ-ຮອງປະທານ ຕະຫຼອດຮອດສາມະຊີກສະຫະພັນກຳມະບານອ້ອມຂ້າງແຂວງເຂົ້າຮ່ວມ.
ພິທີດັ່ງກ່າວ ທານ.ປອ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄດ້ຫວນຄືນປະຫັວດວັນກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886 -1 ພຶດສະພາ 2025) ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກໄດ້ລຸກຮືຂຶ້ນເພື່ອຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ ຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764 ເພາະປະເທດອັງກິດໃນເວລານັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳໄວກວ່າໝູ່. ໃນເດືອນພະຈິກ ປີ 1884 ຢູ່ເມືອງຫຼວງ ຊິກາໂກ ເປັນຈຸດໃຈກາງອຸດສາຫະກຳຂອງປະເທດອາເມຣິກາ ຂະບວນກຳມະກອນໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸ່ນແຮງ, ຮຽກຮ້ອງ ແລະ ປຸກລະດົມໃຫ້ກຳມະກອນ, ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມຣິກາ ໄດ້ມີການຕໍ່ສູ້ ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5,000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມຣິກາເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ, ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ. ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ເປີດຂຶ້ນຢູ່ທີ່ນະຄອນຫຼວງປາຣີ (ປະເທດຝັ່ຣງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ, ເອີຣົບ, ອາເມຣິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ແມ່ນ ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ຣັດເຊຍໂດຍໂຄ່ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂັວນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກປັດຈຸບັນ ສປປ ລາວ ມີພົນລະເມື່ອງ 7.849.209 ຄົນ, ມີຜູ້ອອກແຮງງານໃນເກນອາຍຸອອກແຮງງານ 15 ປີ ຂຶ້ນໄປມີ 5,382,000 ຄົນ ເທົ່າກັບ 47,26%; ແຮງງານທີິ່ມີວຽກເຮັດງານທໍາ (ແຮງງານໃນລະບົບ) ມີ 2,475,000 ຄົນ ກວມເອົາ 2,5 ລ້ານຄົນ (ເທົ່າກັບ 97,6%) ຂອງກໍາລັງແຮງງານທັງໝົດ ແລະ ອັດຕາວ່າງງານ 61,000 ຄົນ (2,4%). ສໍາລັບຜູ້ອອກແຮງງານລາວ ກໍ່ມີສີ່ງທ້າທາຍຫຼາຍດ້ານ ກັບຜູ້ອອກແຮງງານຢູ່ໃນບັນດາປະເທດຕ່າງໆໃນ ທົ່ວໂລກ ແລະ ອາຊຽນເຊິ່ງສະແດງອອກໃນສະຖີຕິ ປີ 2024 ມີຈໍານວນຜູ້ອອກແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດທັງໝົດ 97.965 ຄົນ, ຍິງ 52.827 ໃນນັ້ນໄປອອກແຮງງານຢູ່ປະເທດໄທ 91.682 ຄົນ, ຍິງ 50.306 ຄົນ ໄປອອກແຮງງານຢູ່ຍີິ່ປຸ່ນ 671 ຄົນ, ຍິງ 243 ຄົນ ໄປເກົາຫຼີ ອອກແຮງງານປະຈໍາ EPS 1.540 ຄົນ, ຍິງ 141 ຄົນ ອອກແຮງງານຕາມລະດູການ 4.072 ຄົນ, ຍິງ 12.137 ຄົນ ສະຖິຕິ 3 ເດື່ອນ ຕົ້ນປີ 2025 ມີຜູ້ ອອກແຮງງານລາວໄປອອກແຮງງານຢູ່ຕ່າງປະເທດລວມທັງໝົດ 76.664 ຄົນ, ຍິງ 42.553 ຄົນ ໃນນັ້ນ, ມີຜູ້ອອກແຮງງານລາວ ທີ່ໄປອອກແຮງງານຢູ່ປະເທດໄທມີ 73.311 ຄົນ, ຍິງ 41.569 ຄົນໄປອອກແຮງງານຢູ່ປະເທດ ຍີປຸ່ນມີ 267 ຄົນ, ຍິງ 105 ຄົນ; ໄປເກົາຫຼີ 3.086 ຄົນ; ຍິງ 879 ຄົນ; ເຊຶ່ງມີທັງໄປອອກແຮງງານປະຈໍາ 518 ຄົນ, ຍິງ 220 ຄົນໄປອອກແຮງງານຕາມລະດູການ 2.568 ຄົນ, ຍິງ 659 ຄົນ; (ຂ ໍ້ມູນ: ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ) ສະຫະພັນກໍາມະບານລາວໄດ້ຮ່ວມກັບຄະນະກໍາມະການແຮງງານແຫ່ງຊາດໄດ້ແກ້ໄຂຂ ໍ້ຂັດແຍ່ງດ້ານແຮງງານ, ທວງເງິນຄ່າແຮງງານໃຫ້ຜູ້ອອກແຮງງານ; ໄດ້ຄົ້ນຄວ້າ ແລະ ນໍາສະເໜີປັບປຸງຄ່າແຮງງານຂັ້ນຕໍໍ່າໃຫ້ແກ່ຜູ້ອອກ ແຮງງານລາວໄດ້ທັງໝົດ 10 ຄັ້ງ ໂດຍເລີ່ມຈາກ 26.000 ກີບ ຂຶ້ນມາເປັນ 1.600.000 ກີບ, ເລີ້ມຈັດຕັ້ງປະຕິບັດ ແຕ່ວັນທີ 1 ຕຸລາ 2023 ເປັນຕົ້ນມາ ນອກຈາກນັ້ນ ກໍ່ໄດ້ສະເໜີເງິນອຸດໜຸນຄ່າຄອງຊີບໃຫ້ແກ່ຜູ້ອອກແຮງງານ ທີ່ມີລາຍໄດ້ຕໍໍ່າ 900,000 ກີບ ຕໍ່ຄົນຕໍ່ເດື່ອນ ເຊິິ່ງລວມທັງຄ່າແຮງງານ ແລະ ເງິນອຸດໜຸນເປັນ 2,500,000 ກີບ ຕໍ່ ຄົນ/ເດື່ອນ, ເລີ່ມປະຕິບັດແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນມາ.
Share: