ໜ້າຫຼັກ / ການເຄື່ອນໄຫວ / ພິທີປະກາດຮັບຮອງ ບ້ານນາໄຊ ແລະ ບ້ານແສນອິນໃຫມ່ ທີ່ຂຶ້ນກັບເມືອງບຸນໃຕ້ ແຂວງຜົ້ງສາລີ ເປັນບ້ານພັດທະນາ ດ້ານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ2024.

ພິທີປະກາດຮັບຮອງ ບ້ານນາໄຊ ແລະ ບ້ານແສນອິນໃຫມ່ ທີ່ຂຶ້ນກັບເມືອງບຸນໃຕ້ ແຂວງຜົ້ງສາລີ ເປັນບ້ານພັດທະນາ ດ້ານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ2024.

26 Apr 2025 | ນັກຂ່າວຫ້ອງການ ຖວທ ເມືອງບຸນໃຕ້ |

ໃນຕອນເຊົ້າຂອງວັນທີ 26 ເມສາ 2025 ນີ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດພິທີຮັບຮອງເອົາບ້ານນາໄຊ ແລະບ້ານແສນອິນໃຫມ່ ເມືອງບຸນໃຕ້ ແຂວງຜົ້ງສາລີ ເປັນບ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ2024 ຢູ່ທີ່ຫ້ອງການບ້ານນາໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງທ່ານ ບຸນສວຍ ກໍເພັງນະວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີທ່ານ ລາຄອນຊຳ ອຸລາພົມ ກຳມະການພັກເມືອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ມີບັນດາທ່ານເລຂາພັກບ້ານ-ນາຍບ້ານນາໄຊ ແລະ ເລຂາພັກບ້ານ-ນາຍບ້ານແສນອິນໃໝ່ ພ້ອມດ້ວຍຄະນະ ຕະຫຼອດຮອດອົງການຈັດຕັ້ງຂັ້ນບ້ານທັງສອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.
ໃນພິທີພາຍຫຼັງຄະນະຈັດຕັ້ງສະເໜີຈຸດປະສົງ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງບຸນໃຕ້ ສະບັບເລກທີ 66/ມບຕ, ລົງວັນທີ 27 ມີນາ 2025. ວ່າດ້ວຍການອະນຸມັດໃຫ້ຫ້ອງການ ຮສສມ ຈັດພິທີປະກາດຮັບຮອງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ. ຈາກນັ້ນ, ທ່ານ ລາຄອນຊຳ ອຸລາພົມກຳມະການພັກເມືອງ,ຫົວໜ້າຫ້ອງການ ຮສສມ ໄດ້ມີຄຳເຫັນກ່າວເປີດພິທີຢ່າງເປັນທາງການ ພ້ອມທັງຜ່ານບົດສະຫຼຸບການສ້າງຄອບຄົວ ແລະ ບ້ານ ພັດທະນາແຮງງານ ແລະ ສະຫວັດດີການສັງຄົມປະຈຳປີ2024. ຈຳນວນ2ບ້ານຄືບ້ານນາໄຊ ແລະ ບ້ານແສນອິນໃຫມ່ ທີ່ຂຶ້ນເມືອງບຸນໃຕ້, ແຂວງຜົ້ງສາລີ. ເຊິ່ງໃນບົດສະຫຼຸບ ທ່ານໄດ້ຍົກໃຫ້ເຫັນສະພາບລວມທັງສອງບ້ານ ເຊິ່ງບ້ານນາໄຊ ແລະ ບ້ານແສນອິນໃຫມ່ ເປັນບ້ານທີ່ຂຶ້ນກັບເທດສະບານເມືອງ ມີຈຳນວນຫຼັງຄາເຮືອນທັັງໝົດ 228 ຫຼັງຄາ, ມີ 158 ຄອບຄົວ, ມີພົນລະເມືອງ 1.063 ຄົນ, ຍິງ503 ຄົນ, ມີແຮງງານຜຼິດໃນເກນອາຍຸ 14-60 ປີ 672 ຄົນ, ຍິງ 314 ຄົນ, ສ່ວນຫຼາຍແມ່ນແຮງງານຜຼິດກະສິກຳ ແລະ ການບໍລິການຕ່າງໆ ຊົນເຜົ່າສ່ວນໃຫ່ຍແມ່ນຊົນເຜົ່າພູນ້ອຍ ກວມອັດຕາ 52% ແລະ ເຜົ່າອື່ນໆອີກ ມີ7ເຜົ່າກວມອັດຕາ 48%, ໃນໄລຍະຜ່ານມາທັງສອງບ້ານສາມາດສ້າງລາຍຮັບໄດ້ສະເລ່ຍໄດ້ 11 ລ້ານກວ່າກີບຕໍ່ຄົນ/ປີ. ຜ່ານຈາກການປະເມີນຜົນການສ້າງຄອບຄົວ ແລະ ບ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ຕາມ 3 ມາດຖານເງື່ອນໄຂຂອງຄອບຄົວ ແລະ 6 ມາດຖານເງື່ອນໄຂຂອງການສ້າງບ້ານ ພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ເຫັນວ່າທັງສອງບ້ານຄົບຖ້ວນຕາມມາດຖານເງື່ອນໄຂກວມ 90% ຂອງການສ້າງຄອບຄົວ ແລະ ບ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມ. ດັ່ງນັ້ນ, ຄະຮະຮັບຜິດຊອບການກໍ່ສ້າງ ບ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ຈິ່ງໄດ້ນຳສະເໜີໃຫ້ຂັ້ນເທິງພິຈາລະນາ ຮັບຮອງເອົາ ບ້ານນາໄຊ ແລະ ບ້ານແສນອິນໃຫມ່ ເປັນບ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ2024 ໄດ້.
ຈາກນັ້ນ, ຄະນະຈັດຕັ້ງພິທີໄດ້ຂຶ້ນຜ່ານຂໍຕົກລົງ ຂອງທ່ານເຈົ້າເມືອງ ສະບັບເລກທີ 467/ມບຕ, ລົງວັນທີ 25 ທັນວາ 2024. ວ່າດ້ວຍການຮັບຮອງເອົາບ້ານນາໄຊ ແລະ. ບ້ານແສນອິນໃຫມ່ ເປັນບ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ2024 ພ້ອມທັງສະເໜີມອບຮັບ ເປັນກຽດກ່າວມອບໃບຢັ້ງຢືນ ຄອບຄົວພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ໂດຍທ່ານ ລາຄອນຊຳ ອຸລາພົມ ກຳມະການພັກເມືອງ, ຫົວໜ້າຫ້ອງການ ຮສສມ, ເປັນກຽດຂຶ້ນຮັບໂດຍແມ່ນຄະນະພັກບ້ານ ທັງສອງບ້ານໄດ້ຕາງໜ້າຂຶ້ນຮັບ ແລະ ເປັນກຽດກ່າວມອບໃບຢັ້ງຢືນບ້ານນາໄຊ ແລະ ບ້ານແສນອິນໃຫມ່ ໂດຍທ່ານ ບຸນສວຍ ກໍເພັງນະວົງ ກຳມະການໃນຄະນະປະຈຳພັກ ປະທານແນວລາວສ້າງຊາດເມືອງບຸນໃຕ້, ເປັນກຽດຂຶ້ນຮັບໂດຍທ່ານ ສົມຈິດ ແລະ ທ່ານ ສີທອງ ສີສະຫວັນ ເລຂາພັກບ້ານ-ນາຍບ້ານທັງສອງບ້ານ
ໃນພິທີ ທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ບຸນສວຍ ກໍເພັງນະວົງ ກຳມະການຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບສ້າງບ້ານພັດທະນາທາງດ້ານແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ວຽກງານການສ້າງຄອບຄົວ ແລະ ບ້ານ ພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ຈົນສາມາດຈັດພິທີປະກາດຮັບຮອງເອົາຄອບຄົວ ແລະ ບ້ານ ນາໄຊ, ບ້ານແສນອິນໃໝ່ ເປັນພັດທະນາທາງດ້ານແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດຽວກັນນັ້ນທ່ານຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການສ້າງຄອບຄົວ ແລະ ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ອົງການຈັດຕັ້ງບ້ານ ຈະຕ້ອງໄດ້ເອົາໃຈໃສ່ບາງດ້ານດັ່ງນີ້:
1. ເລຂາໜ່ວຍພັກຕະຫຼອດຮອດພະນັກງານຮັບຜິດຊອບໃນຂະແໜ່ງທີ່ກ່ຽວຂ້ອງຕ້ອງລົງເລິກນໍາພາ-ຊີ້ນຳອໍານາດການປົກຄອງບ້ານ, ປະຊາຊົນພາຍໃນບ້ານເຮັດໜ້າທີ່ປົກປັກຮັກສາ ແລະ ພັດທະນາບ້ານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທຸກດ້ານ.
2. ພາຍຫຼັງສຳເລັດການຢັ້ງຢືນຮັບຮອງເອົາບັນດາບ້ານດັ່ງກ່າວແລ້ວເລຂາໜ່ວຍພັກບ້ານ, ນາຍບ້ານແຕ່ລະບ້ານຕ້ອງເອົາແຜນດັ່ງກ່າວໄປເຜີຍແຜ່ໃຫ້ປະຊາຊົນພາຍໃນບ້ານຂອງຕົນຮັບຮູ້ຕື່ມ.
3. ແຕ່ລະຄອບຄົວຕ້ອງເປັນເຈົ້າການນຳເອົາແຜນພັດທະນາໃນຄັ້ງນີ້ໄປຈັດຕັ້ງປະຕິບັດເປັນແຜນການ, ແຜນງານອັນລະອຽດຂອງຄອບຄົວເພື່ອຮັກສານາມມະຍົດຄອບຄົວພັດທະນາ, ບ້ານພັດທະນາໃຫ້ໝັ້ນຄົງ ແລະ ຍືນຍົງ.
4. ການຈັດຕັ້ງແຕ່ລະໄລຍະຕ້ອງມີບົດສະຫຼຸບລາຍງານຢ່າງລະອຽດໃຫ້ຂັ້ນເທີງຢ່າງເປັນປົກກະຕິ, ຕິດຕາມມາດຖານເງື່ອນໄຂທີ່ຍັງຄົງຄ້າງໃຫ້ສຳເລັດ ແລະ ຈັດກອງປະຊຸມຖອດຖອນບົດຮຽນເພື່ອໃຫ້ວຽກງານດັ່ງກ່າວໄດ້ຮັບຜົນດີ.
ໃນຕອນທ້າຍຂອງພິທີໄດ້ມີການຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອຮັບຮອງເອົາບ້ານນາໄຊ ແລະ ບ້ານແສນອິນໃຫມ່ ເປັນບ້ານພັດທະນາ ແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ2024 ຢ່າງເປັນທາງການ

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ