ໜ້າຫຼັກ / ການເຄື່ອນໄຫວ / ຫ້ອງການສາທາລະນະສຸກເມືອງ ຍອດອູ ຈັດພິທີ ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຫ້ອງການຜູ້ເກົ່າ ແລະ ຜູ້ໃໝ່.

ຫ້ອງການສາທາລະນະສຸກເມືອງ ຍອດອູ ຈັດພິທີ ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຫ້ອງການຜູ້ເກົ່າ ແລະ ຜູ້ໃໝ່.

25 Apr 2025 | ຂ່າວ: ໄລພອນ, ພາບ: ບົວໄທ ຖະແຫຼງຂ່າວເມືອງຍອດອູ. |

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ເມສາ 2025 ນີ້, ຢູ່ທີຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງເປັນກຽດເຂົ້າຮ່ວມຂອງ ທ່ານ ທອງສີ ອິນຈັກ ກຳມະ
ການປະຈຳພັກເມືອງ ຮອງເລຂາພັກເມືອງ, ມີທ່ານ ນາງ ສີມອນ ອິນຈັກ ຫົວໜ້າຫ້ອງການສາທາລະນະສຸກ, ມີບັນດາທ່ານທີມງານຂອງເມືອງ, ຮອງຫົວໜ້າຫ້ອງການສາທາ, ຫົວໜ້າສຸກສາລາທົ່ວເມືອງ ຕະຫຼອດຮອດພະນັກງານພາຍໃນຫ້ອງການເຂົ້າຮ່ວມ.
ໃນພິທີທ່ານນາງ ບົວທອງ ຂົວຄຳ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າເມືອງ ສະບັບເລກທີ 112/ມຍອ ລົງວັນທີ 9 ເມສາ 2025 ວ່າດ້ວຍການແຕ່ງຕັ້ງລັດຖະກອນດຳລົງຕຳແໜ່ງປະເພດ 4 ເຊິ່ງໄດ້ແຕ່ງຕັ້ງທ່ານ ທອງດີ ແສງລາວ ຮອງຫົວໜ້າຫ້ອງການສາທາລະນະສຸກ ຂຶ້ນເປັນຫົວໜ້າຫ້ອງການສາທາລະນະສຸກເມືອງ ຍອດອູ ຈາກນັ້ນ ທ່ານ ນາງ ສີມອນ ອິນຈັກ ຫົວໜ້າຫ້ອງການສາທາລະນະສຸກ ຜູ້ເກົ່າ ກໍ່ໄດ້ຜ່ານບົດສະຫຼຸບວຽກງານໃນໄລຍະ 5 ປີ ຜ່ານມາພ້ອມທັງຜ່ານບົດບັນທຶກມອບ-ຮັບວຽກງານໃຫ້ກັບ ທ່ານ ທອງດີ ແສງລາວ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຜູ້ໃໝ່ ເພື່ອສືບຕໍ່ຊີ້ນຳນຳພາວຽກງານສາທາລະນະສຸກເມືອງຍອດອູ, ເປັນຕົ້ນແມ່ນວຽກງານພັກ - ພະນັກງານ, ວຽກງານວິຊາສະເພາະ, ວຽກງານບໍລິຫານ, ແລະ ຊັບສິນຂອງລັດກໍ່ຄືຊັບສິນຂອງຫ້ອງການ, ຈາກນັ້ນກໍ່ ໄດ້ມີການເຊັນບົດບັນທຶກ ມອບ
-ຮັບ ຮ່ວມກັນລະຫວ່າງທ່ານ ນາງ ສີມອນ ອິນຈັກ ຫົວໜ້າຫ້ອງການສາທາລະນະສຸກ ຜູ້ເກົ່າ ແລະ ທ່ານ ທອງດີ ແສງລາວ ຫົວໜ້າຫ້ອງການສາທາລະນະສຸກຜູ້ໃໝ່ ໂດຍຊ່ອງໜ້າເປັນສັກຂີພິຍານຂອງ ທ່ານ ທອງສີ ອິນຈັກ ກຳມະການປະຈຳພັກເມືອງ ຮອງເລຂາພັກເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດຽວກັນນີ້ ທ່ານ ທອງສີ ອິນຈັກ ກຳມະການປະຈຳພັກເມືອງ ຮອງເລຂາພັກເມືອງ ໄດ້ມີຄຳເຫັນເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໂດຍສະເພາະແມ່ນ ຫົວໜ້າຫ້ອງ
ການສາທາລະນະສຸກເມືອງຜູ້ໃໝ່ຈົ່ງ ພ້ອມກັນສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ເປັນຕົ້ນພະນັກງານແພດໝໍໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນ ແລະ ພາຍນອກຮັກສາຈັນຍາບັນແພດໝໍປະຕິບັດຕາມຄຳຂວັນ 5 ດີ 1 ພໍໃຈ ສືບຕໍ່ເຮັດວຽກງານສາທາລະນະສຸກທີ່ຍັງຄ້າງຄາໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ