ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມສະຫຼູບການຈັດຕັ້ງປະຕິບັດວຽກງານການລົງກໍ່ສ້າງຮາກຖານການເມືອງ ໃນ 128 ບ້ານທົ່ວແຂວງຜົ້ງສາລີ

ກອງປະຊຸມສະຫຼູບການຈັດຕັ້ງປະຕິບັດວຽກງານການລົງກໍ່ສ້າງຮາກຖານການເມືອງ ໃນ 128 ບ້ານທົ່ວແຂວງຜົ້ງສາລີ

05 Sep 2024 | ແສງຄຳ ສາລີວັນ |

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ກັນຍາ 2024 ນີ້, ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸ່ຄຳ ຕຸລາພັນ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າພະແນກ, ອົງການທຽບເທົ່າ, ສອງກຳລັງ ປກຊ-ປກສ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

        ໃນກອງປະຊຸມ ທ່ານ ຄຳເປື່ອງ ເມືອງໄຊ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຮ່າງບົດສະຫຼູບສະພາບການຈັດຕັ້ງປະຕິບັດວຽກງານ ການລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ການແກ້ໄຂຄວາມທຸກຍາກ ໃນຈຸດສຸມ 128 ບ້ານ, 7.040 ຄອບຄົວ ເຊິ່ງໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແຕ່ປີ 2021-2025 ມີທັງໝົດ 35 ພາກສ່ວນ,  ຊຶ່ງມາຮອດປັດຈຸບັນບັນດາພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ທີ່ລົງກໍ່ສ້າງຮາກຖານການເມືອງທີ່ບັນດາບ້ານນັ້ນ  ໄດ້ເອົາໃຈໃສ່ລົງເຄື່ອນໄຫວກໍ່ສ້າງຮາກຖານການເມືອງຢູບັນດາບ້ານເປົ້າໝາຍ ໂດຍໄດ້ເອົາໃຈໃສ່ລົງເຜີຍແຜ່ເຊື່ອມບັນດານີຕິກໍາ ຂອງສູນກາງ ແລະ ແຂວງວາງອອກເປັນປົກກະຕິ ພ້ອມທັງລົງເຜີຍແຜ່ບໍາລຸງ ພາລະບົດບາດ, ສິດ, ໜ້າທີ່ ໃຫ້ແກ່ຄະນະພັກ, ອົງການຈັດຕັ້ງຢູ່ຮາກຖານບ້ານເປົ້າໝາຍ ຕາມຄໍາແນະນໍາຂອງຄະນະປະຈໍາພັກແຂວງ, ມະຕິຂອງສູນກາງ ຊື່ງເຮັດໃຫ້ການບໍລິຫານວຽກງານຢູ່ຮາກຖານບ້ານເຫັນວ່າດີຂຶ້ນ ແລະ ມີຄວາມສະຫງົບໂດຍພຶ້ນຖານ, ເຮັດໃຫ້ຄະນະພັກ, ອົງການປົກຄອງບ້ານ, ອົງການຈັດຕັ້ງຢູ່ແຕ່ລະບ້ານສາມາດປະຕິບັດ ໜ້າ ທີ່ຂອງຕົນຖືກຕ້ອງຕາມພາລະບົດບາດ  ຊື່ງເຮັດໃຫ້ຮາກຖານບ້ານມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ມີຄວາມສະຫງົບໂດຍພຶ້ນຖານ ຊື່ງມາຮອດປັດຈຸບັນຮາກຖານຢູຂັ້ນບ້ານແມ່ນໄດ້ສໍາເລັດການປັບປຸງລະບົບກົງຈັກການຈັດຕັ້ງຢູ່ຂັ້ນບ້ານ 100% ແລ້ວ ສ່ວນຫຼາຍສະຫາຍເລຂາ, ຮອງເລຂາ, ຄະນະພັກ, ອົງການປົກຄອງບ້ານ, ອົງການຈັດຕັ້ງຂັ້ນບ້ານແມ່ນໄດ້ຄົນໃໝ່. ຮອດປີ 2023 ການສ້າງຄອບຄົວພັດທະນາຕາມແຜນການແມ່ນ 580 ຄອບຄົວ, ປະຕິບັດໄດ້ 1.083 ຄອບຄົວ, ລື່ນແຜນ ເຖີງ 86,72%, ສ້າງບ້ານພັດທະ ນາຕາມແຜນ 7 ບ້ານ, ປະເມີນຕົວຈີງໄດ້ 11 ບ້ານ ບັນລຸ 8 ບ້ານກວມ 114%, ການສ້າງບ້ານພັດທະນາໄດ້ຕື່ມອີກ 2 ບ້ານຄື : ບ້ານຈີ້ໂຈະ, ເມືອງຜົ້ງສາລີ, ບ້ານກາດ, ເມືອງຍອດອູ ທຽບໃສ່ແຜນປະຕິບັດໄດ້ 28,57% ແລະ ການສ້າງຕົວເມືອງນ້ອຍໃນຊົນນະບົດຕາມແຜນໃຫ້ບັນລຸ 2 ຈຸດ, ໃນ 7 ຈຸດຄື : ຈຸດບ້ານຢໍ້ ແລະ ຈຸດສິນໄຊ ເມືອງຂວາ.

ວຽກງານ ແກ້ໄຂຄວາມທຸກຍາກ ມາຮອດປັດຈຸບັນແມ່ນໄດ້ຈັດຕັ້ງປະຕິບັດສຳເລັດແລ້ວຮອດບາດກ້າວທີ 3 ເປັນຕົ້ນການກໍານົດບັນດາໂຄງການກິດຈະກໍາເພື່ອຈັດຕັ້ງປະຕິບັດ ວຽກງານສ້າງຄວາມເຂັ້ມແຂງ ໃຫ້ແກ້ການຈັດຕັ້ງຂັ້ນບ້ານ ແລະ ໂຄງການເພື່ອແກ້ໄຂຄວາມທຸກຍາກໃຫ້ແກ້ປະຊາຊົນ ເພື່ອສ້າງໃຫ້ເປັນບ້ານພົ້ນທຸກພ້ອມທັງໄດ້ມອບຄວາມຮັບຜິດຊອບໃຫ້ແຕ່ລະຂັ້ນ, ແຕ່ລະຂະແໜງການກ່ຽວຂ້ອງສໍາເລັດ, ສາມາດລົງສ້າງແຜນກຳນົດໂຄງແກ້ໄຂອອກມາແລ້ວຈໍານວນ 1.013 ໂຄງ ການ 865 ກິດຈະກໍາ ໃນນີ້: ຂັ້ນແຂວງຮັບຜິດຊອບ 242 ໂຄງການ, ຂັ້ນເມືອງ 771 ໂຄງການ, 453 ກິດຈະກໍາ ແລະ ຂັ້ນບ້ານ 412 ກິດຈະກໍາ  ແລະ ມາຮອດປັດຈຸບັນມີຫລາຍຂະແໜງການກໍ່ໄດ້ຈັດເອົາໃຈໃສ່ຊອກຫາແຫຼ່ງທຶນ ແລະ ລົງຈັດຕັ້ງປະຕິບັດຕາມຄວາມຮັບຜິດຊອບຈົນສາມາດຮັບຮອງເປັນບ້ານພົ້ນທຸກແລ້ວຈໍານວນ 49 ບ້ານ, ກວມ 38,28% ຂອງແຜນການ

        ໝາຍຄວາມວ່າ ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດລົງກໍ່ສ້າງຮາກຖານການເມືອງ ແກ້ໄຂຄວາມທຸກຍາກຂອງແຂວງແບບມີຈຸດສຸມ ຂອງແຂວງຜົ້ງສາລີ ຈໍານວນ 128 ບ້ານນັ້ນ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 38,28% ແລະ ການຈັດຕັ້ງປະຕິບັດຈໍານວນໂຄງການທີ່ກໍານົດໃສ່ແຕ່ລະມາດຖານຈຳນວນໜື່ງກໍ່ໄດ້ປະຕິບັດສໍາເລັດ ຊຶ່ງເຫັນວ່າ ຈໍານວນ 242 ໂຄງການທີ່ຂັ້ນແຂວງຮັບຜິດຊອບນັ້ນ ຜ່ານການກວດກາເຫັນວ່າ ມີ 56 ໂຄງການແມ່ນນອນໃນບ້ານພົ້ນທຸກແລ້ວ ແລະ ຍັງມີ 188 ໂຄງການທີ່ນອນໃນ 78 ບ້ານບໍ່ທັນພົ້ນທຸກ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນເປັນເອກະພາບ ກຳນົດບັນດາທິດທາງ, ແຜນການ, ບັນດາຄາດໝາຍ ແລະ ມາດຕະການ ວິທີການ ທີ່ຕ້ອງສູ້ຊົນຈັດຕັ້ງປະຕິບັດ ໃນຕໍ່ໜ້າ ເພື່ອສືບຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໃນຕໍ່ໜ້າໃຫ້ເກີດຜົນເປັນຈິງຫຼາຍຂຶ້ນແນ່ໃສ່ຍົກສູງຄຸນນະພາບການກໍ່ສ້າງ-ປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ໃນໄລຍະໃໝ່ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີບົດບາດການນຳພາຮອບດ້ານ ຂອງຄະນະພັກ, ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ-ຮາກຖານໃຫ້ດີຂຶ້ນກວ່າເກົ່າ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ