ທ່ານເຈົ້າເມືອງລົງເຢື້ອມຢາມ ແລະ ເຮັດວຽກ ຢູ່ກຸ່ມບ້ານ ປ່າລັນ, ກຸ່ມເພຍລໍ ແລະ ກຸ່ມບ້ານຫ້ວຍອຸນ
25 Apr 2025 | ພາບ ຂ່າວ ວັນວິໄລ ຖວທ |
ໃນລະຫວາ່ງ ວັນທີ 23-25 ເມສາ 2025 ທ່ານ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ
ເລຂາຄະນະບໍລິການງານພັກເມືອງ ເຈົ້າເມືອງໆໃໝ່ ພ້ອມດ້ວຍຄະນະທີງານຂັ້ນເມືອງ ລົງເຢື້ອມຢາມ ແລະ ເຮັດວຽກຢູ່ກຸ່ມບ້ານ ປ່າລັນ, ກຸ່ມເພຍລໍ ແລະ ກຸ່ມບ້ານຫ້ວຍອຸນ ເມືອງໃໝ່, ແຂວງຜົ້ງສາລີ ມີບັນດາທ່ານການນໍາຂັ້ນເມືອງ, ມີເລຂາຄະນະ
ພັກຮາກຖານກຸ່ມບ້ານ, ເລຂາພັກນາຍບ້ານ, ອົງການຈັດຕັ້ງບ້ານ, ຄູ-ອາຈານ, ພະນັກງານໂຮງໝໍນ້ອຍ ຕຳຫຼອດຮອດ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍໃນການ
ລົງໃນຄັ້ງນີ້ກໍເພື່ອຕິດຕາມຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ເພື່ອຕິດຕາມກວດກາຂື້ນພື້ນຖານໂຄງລ່າງ, ທ່າແຮງບົ່ມຊ້ອມ, ການຈັດສັນອາຊີບຄົງທີ່, ການຈັດສັນເຂດທຳການຜະລິດ ໂດຍສະເພາະແມ່ນ ການຈັດສັນຂອບເຂດການປູກ-ການລ້ຽງ ໃຫ້ເປັນລະບົບ, ລະບຽບ ຕາມຄວາມເໝາະສົມຂອງແຕ່ລະພື້ນທີ່ ພ້ອມທັງລົງຕິດ
ຕາມເຂດຈຸດສຸມ, ຈຸດເຕົ້າໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່ໃນເຂດຊົນນະບົດ ຢູ່ກຸ່ມບ້ານປ່າລັນ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ເພື່ອເຮັດໃຫ້ໄດ້ຮັບການພັດທະນາຂື້ນເປັນກ້າວໆ ນອກນັ້ນຍັງໄດ້ຈັດກອງປະຊຸມວຽກງານຮອບດ້ານຂັ້ນກຸ່ມ ເຊິ່ງໃນກອງປະຊຸມໄດ້ຮັບຟັງການລາຍງານ ຈຸດພິເສດ, ທີ່ຕັ້ງພູມສັນຖານ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ຂໍ້ສະເໜີ ຂອງບັນດາເລຂາຄະນະພັກຮາກຖານກຸ່ມບ້ານ, ເລຂາພັກນາຍບ້ານ, ອົງການຈັດຕັ້ງບ້ານ, ຄູ-ອາຈານ, ພະນັກງານໂຮງໝໍນ້ອຍ ຕຳຫຼອດຮອດ ພໍ່ແມ່ປະຊາຊົນຕື່ມອີກ ຈາກນັ້ນຜູ້ແທນກອງປະຊຸມພາກສ່ວນກ່ຽວຂ້ອງກໍໄດ້ຜັດປ່ຽນກັນຂື້ນມີຄຳເຫັນຊີ້ແຈງ ພ້ອມທັງປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດ ແລະ ໄດ້ຮັບໝາກຜົນທີດີຂື້ນເລື້ອຍໆ.
ໃນໂອກາດໄດ້ລົງມາເຢື້ອມຢາມ ແລະ ເຮັດວຽກ ທ່ານ ເຈົ້າເມືອງ ໄດ້ຖືເອົາໂອກາດນີ້ຂື້ນໂອ້ລົມ ພ້ອມໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກເລຂາຄະນະພັກຮາກຖານກຸ່ມບ້ານ, ເລ
ຂາພັກນາຍບ້ານ, ອົງການຈັດຕັ້ງບ້ານ, ຄູ-ອາຈານ, ພະນັກງານໂຮງໝໍນ້ອຍ ຕໍ່ພັດສະນະລວມ ໃຫ້ສືບຕໍ່ຮັກສາຄວາມເປັນສະຖຽນລະພາບທາງດ້ານການເມືອງ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ໂດຍຕິດພັນກັບການສຶກສາອົບຮົມການເມືອງແນວຄິດ, ແນວທາງນະໂຍບາຍຂອງພັກ-ລັດ ເພື່ອຈັດຕັ້ງປະຕິບັດວຽກງານຂັ້ນກຸ່ມ ແລະ ແຜນພັດທະນາຂອງບ້ານ ໃຫ້ບັນລຸຕາມຄາດໝາຍທີວາງໄວ້ ແລະ ເພີ່ມທະວີຄວາມສາມັກ
ຄີເປັນເອກະພາບໜັກແໜ້ນພາຍໃນ, ມີລະບຽບວິໄນເຂັ້ມງວດ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມໜັກແໜ້ນທາງດ້ານອຸດົມການ, ຮັກສາໄດ້ທາດແທ້ປະຕິວັດ, ຍົກສູງຄວາມເປັນແບບຢ່າງນຳໜ້າ, ເພີ່ມທະວີ ສົ່ງເສີມ, ຊຸກຍູ້ການປູກ-ການລ້ຽງ ບົນພື້ນຖານ ກຸ່ມຕົນເອງ, ເຜີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ
ເອງ ແລະ ກ້າວໄປເຖິງການຫຼຸດຜົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
Share: