ກອງປະຊຸມແນະນໍາການເກັບກຳຂໍ້ມູນຂ່າວສານພູມສາດ (GIS) ສໍາລັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ.
28 Apr 2025 | ພາບ ຂ່າວ ວັນວິໄລ |
ໃນຕອນເຊົ້າຂອງວັນທີ 28 ເມສາ 2025 ທີ່ຫ້ອງປະຊຸມຄະນະປະຈໍາພັກເມືອງ
ເມືອງໃໝ່, ແຂວງຜົ້ງສາລີ ໄດ້ຈັດໃຫ້ມີກອງປະຊຸມແນະນໍາກ່ຽວກັບການເກັບກໍາຂໍ້ມູນຂ່າວ
ສານພູມສາດ (GIS) ແລະ ມອບອຸປະກອນ (ແທບເລັດ) ເພື່ອຮັບໃຊ້ເຂົ້າໃນການກະກຽມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ຄັ້ງທີ V ປີ 2025 ໃຫ້ນັກເດີນສໍາຫຼວດຂັ້ນເມືອງ. ໂດຍພາຍໃຕ້ການເປັນປະທານ ຂອງ ຄຳເລີດ ອິນແກ້ວ ກຳມະການພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ເມືອງໃໝ່ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ສີວິໄຊ ເທບບູລີ ຮອງຫົວໜ້າພະແນກຈາກສູນສະຖິຕິແຫ່ງຊາດ, ມີທ່ານ ນ ວຽງຟອງ ລາວລີ ກໍາມະການພັກເມືອງ ຫົວໜ້າ ຫ້ອງການແຜນການ ແລະ ການລົງທຶນ, ພ້ອມດ້ວຍທີມງານກະຊວງ ແລະ ນັກເດີນສໍາຫຼວດ, ນັກກວດກາຂັ້ນເມືອງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 8 ທ່ານ ຍິງ 1 ທ່ານ.
ກອງປະຊຸມໃນຄັ້ງນີ້ ແມ່ນຖືເປັນກອງປະຊຸມທີ່ມີຄວາມສໍາຄັນ ໃນການຈັດຕັ້ງປະຕິບັດ ການເກັບກຳຂໍ້ມູນຂ່າວສານພູມສາດ (GIS). ການສໍາຫຼວດດັ່ງກ່າວນີ້ ໄດ້ສະຫນອງຂໍ້ມູນທີ່ເປັນ ປະໂຫຍດຫຼາຍ ໃຫ້ແກ່ລັດຖະບານ ໃນການຕັດສິນໃຈ ແລະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ເພາະການສໍາຫຼວດນີ້ຈະໄດ້ສະຫນອງຂໍ້ມູນທາງ ດ້ານພູມມີສາດ ແລະ ຂໍ້ມູນດ້ານສັງຄົມ ທີ່ ມີຄວາມຫນ້າເຊື່ອຖື ແລະ ທັນເວລາ ສໍາລັບການຕິດຕາມ ແລະ ທົບທວນ ນະໂຍບາຍຕ່າງໆ ລວມທັງນັກວາງແຜນ ແລະ ນັກຄົ້ນຄວ້າ ເປັນຕົ້ນແມ່ນການຄົ້ນຄ້ວາ ແລະ ການວາງນະໂຍບາຍດ້ານ ປະຊາກອນ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການແນະນໍາການຂຶ້ນບັນຊີ ແລະ ເກັບກຳຂໍ້ມູນຈຸດທີ່ຕັ້ງຂອງອາຄານ, ໂຄງສ້າງ ຢູ່ບ້ານເທດສະບານເມືອງ (ເພື່ອກະກຽມ ໃຫ້ແກ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025) ພ້ອມທັງປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ກອງປະຊຸມ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຄວາມຮັບປະກັນທາງດ້ານຄວາມຖືກຕ້ອງ, ຄົບຖ້ວນຊັດເຈນ ແລະ ທັນເວລາ.
Share: