ໜ້າຫຼັກ / ການເຄື່ອນໄຫວ / ເມືອງໃໝ່ ສ້າງຂະບວນການອອກແຮງງານອະນາໄມລວມ
ເພື່ອເຮັດໃຫ້ການສ້າງຂະບວນການອອກແຮງງານ ມີຄວາມເປັນເອກະພາບ, ເປັນຂະບວນການຟົດຟື້ນ ແລະ ກາຍເປັນຂະບວນການອັນກ້ວາງຂວາງຂອງມະຫາຊົນ ມາໃນຕອນເຊົ້າຂອງ ວັນທີ 02 ພຶດສະພາ 2025 ນີ້, ເມືອງໃໝ່, ແຂວງຜົ້ງສາລີ ໄດ້ພ້ອມອອກແຮງງານ ອະນາໄມລວມຂອບເຂດອ້ອມຂ້າງເທດສະບານເມືອງ ເພື່ອຂໍ້ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີVII ຂອງແນວລາວສ້າງຊາດເມືືອງທີຈະໄດ້ໄຂຂື້ນໃນມໍ່ໆນີ້ ເຊິ່ງນຳພາກໂດຍ ທ່ານ ບົວວັນ ສູນທອນວິຈິດ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ ເຊິ່ງມີບັນດາສະຫາຍປະທານ-ຮອງປະທານ, ສະມາຊິກຊາວໜຸ່ມ, ສະມາຊິກກຳມະບານ, ສະມາຊິກສະຫະພັນແມ່ຍິງເມືອງ ຕະຫຼອດຮອດກຳລັງ ປກສ-ປກຊ ອ້ອມຂ້າງເທດສະບານເມືອງ ເຂົ້າຮ່ວມຢ່າງຫຼວງຫຼາຍ ໂດຍໄດ້ອະນາໄມຂອບເຂດຮັບຜິດຊອບ ແລະ ພ້ອມກັນ ເກັບຂີ້ເຫຍື້ອ, ຖ້າງຫຍ້າ, ຕັດຫຍ້າ, ຕັກດິນ, ເກັບສິ່ງເສດເຫຼືອຕາມເສັ້ນທາງ, ແຄມທາງ, ແລະ ໄດ້ອານາໄມຕາມເສັ້ນຮ່ອມ, ເສັ້ນທາງຊອຍ, ສຳນັກງານ, ອົງການ, ສະຖານທີ່ສາທາລະນະ ແລະ ໂດຍສະເພາະແມ່ນໄດ້ອະນາໄມສະໂມສອນຫຼັງໃໝ່ຂອງເມືອງ ທັ້ງນີ້ກໍ່ເພື່ອຍົກສູງສະຕິໃຫ້ທຸກພາກສ່ວນ ໃນສັງຄົມມີຄວາມເປັນເຈົ້າການໃນການເຕົ່າໂຮມຄວາມສາມັກຄີ ແລະ ເພີ້ມທະວີວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມຈົບງາມພາຍໃນເທດສະບານເມືອງໃໝ່ ທັງເປັນການເພື່ອປູກຈິດສຳນຶກໃຫ້ທຸກຄົນ, ທຸກພາກສ່ວນໃນສັງຄົມ ເປັນເຈົ້າການໃນການຮັກສາອະນາໄມ, ເອົາໃຈໃສ່ອະນາໄມຂອບເຂດຮັບຜິດຊອບຂອງຕົນໃຫ້ມີຄວາມສະອາດງາມຕາຢູ່ສະເໝີ ໂດຍຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 3 ສໍ ໃນການປຸກລະດົມຂະບວນການແຂ່ງຂັ້ນຮັກຊາດ ແລະ ພັດທະນາຂອງເມືອງ ເພື່ອຮັບປະກັນໃຫ້ທົ່ວທຸກສັງຄົມມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ.