ໜ້າຫຼັກ / ການເຄື່ອນໄຫວ / ສະຫະພັນດອກປີກໄກ່ແຂວງຜົ້ງສາລີຈັດການແຂ່ງຂັນຊິງຂັນປະທານກຳມະບານແຂວງເພື່ອຕ້ອນຮັບວັນສ້າງຕັ້ງກຳມະກອນສາກົນຄົບຮອບ 139 ປີ

ສະຫະພັນດອກປີກໄກ່ແຂວງຜົ້ງສາລີຈັດການແຂ່ງຂັນຊິງຂັນປະທານກຳມະບານແຂວງເພື່ອຕ້ອນຮັບວັນສ້າງຕັ້ງກຳມະກອນສາກົນຄົບຮອບ 139 ປີ

01 May 2025 | ແກ້ວະຫ່ວາງ ໄຊຍະເງິນ |

ໃນຕອນບ່າຍຂອງວັນທີ 1 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນດອກປີກໄກ່ ບ້ານບຸນເຟືອງ, ເມືອງບຸນເໜືອ ແຂວງຜົ້ງສາລີ ທາງສະຫະພັນດອກປີກໄກ່ແຂວງຜົ້ງສາລີ ໄດ້ຈັດໃຫ້ມີການແຂ່ງຂັນກິລາຕີດອກປີກໄກ່ຊິງຂັນປະທານສະຫະພັນກຳມະບານແຂວງ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ 01 ພຶດສະພາ 1886 ຫາ 01 ພຶດສະພາ 2025 ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ,ມີ ທ່ານ ປອ ວັນໄຊ ສຸກສັນ ປະທານສະຫະພັນດອກປີກໄກ່ແຂວງຜົ້ງສາລີ, ມີບັນດາທ່ານຈາກສະຫະພັນດອກປີກໄກ່ແຂວງ ຕະຫຼອດຮອດນັກກິລາເຂົ້າຮ່ວມ.
ຈາກນັ້ນທ່ານ. ນາງ ພອນແກ້ວ ຄຸນສົມເຮືອງ ປະທານສະຫະພັນກຳມະບານແຂວງໄດ້ກ່າວ ຈຸດປະສົງການຈັດງານຄັ້ງນີ້ ແມ່ນທາງສະຫະພັນກຳມະບານແຂວງ ໂດຍສົມທົບກັບສະຫະພັນດອກປີກໄກ່ແຂວງໄດ້ຈັດໃຫ້ມີ ຂະບວນການແຂ່ງຂັນກິລາດອກປີກໄກ່ຊີງເອົາຂັນຂອງປະທານສະຫະພັນກຳມະບານແຂວງ, ເພື່ອເປັນການສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 139 ປີ 1 ພຶດສະພາ 1886 ຫາ 1 ພຶດສະພາ 2025 ເຊິ່ງ ເປັນວັນທີ່ມີຄວາມໝາຍຄວາມສຳຄັນອັນໃຫຍ່ຫຼວງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ແລະ ເປັນເຫດການປະຫວັດສາດໜຶ່ງທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມກັນລຸກຮືຂຶ້ນເພື່ອທວງເອົາສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ ຕໍ່ກັບພວກນາຍທຶນ, ສະນັ້ນ ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍຄວາມສໍາຄັນ ໂດຍຕິດພັນກັບ 3 ວັນບຸນປະຫວັດຊາດນັ້ນທາງສະຫະພັນກຳມະບານແຂວງຮ່ວມກັບສະຫະພັນດອກປີກໄກ່ແຂວງ ໄດ້ມີຄວາມເປັນເອກະພາບກັນ ແລະ ຈັດໃຫ້ມີງານແຂ່ງຂັນດອກປີກໄກ່ຂື້ນ. ສຳລັບການແຂ່ງຂັ້ນໃນຄັ້ງໄດ້ຈັດປະກອບຄູ່ອາວຸໂສ ແລະ ໄວໜຸ່ມ ເຊິ່ງມີ 12 ຄູ່ ທີມຊາຍ 8 ຄູ່, ທີມ ຍິງ 4 ຄູ່ ເຂົ້າຮ່ວມແຂ່ງຂັນ.ແຂ່ງແບບພົບກັນໜົດ ແລະ ເອົາອັບດັບ 1-2 ແລະ ອັນດັບ 3 ຜ່ານການແຂ່ງຂັນ ປະເພດທີ່ 1 ຄູ່ຊາຍ ຂອງທ່ານ ປອ ວັນໄຊ ສຸກສັນ+ທ່ານ ເນລະມິດ, ປະເພດ 2 ທ່ານ. ເຊື້ອງ+ທ່ານ. ສົມແພງ, ປະເພດ 3 ທ່ານໄຊຍະທອງ+ທ່ານ.ໄຊສົມແພງ; ປະເພດທີ 1ຄູ່ຍິງ ທ່ານ. ນາງ ບົວວັນສີ+ທ່ານ ນາງ. ພອນແກ້ວ, ປະເພດ 2 ທ່ານ. ນາງ. ວຽງ+ທ່ານ ນາງ ແຂກ, ປະເພດ 3 ທ່ານ ນາງ ຄໍາມະລາ+ທ່ານ ນາງ. ສົມຈິດ
ຈາກນັ້ນຂຶ້ນມອບລາງວັນແຕ່ປະເພດທີມ ຊາຍ ແມ່ນ ໃຫ້ກຽດຂື້ນມອບໂດຍ ທ່ານ ນາງ ພອນແກ້ວ ຄຸນສົມເຮືອງ ປະທານສະຫະພັນກຳມະບານແຂວງ ແລະ ທີມ ຍິງ ແມ່ນ ທ່ານ ປອ ວັນໄຊ ສຸກສັນ ປະທານສະຫະພັນດອກປີກໄກ່ແຂວງຜົ້ງສາລີ, ເຊິ່ງປະເພດທີ 1 ໄດ້ຮັບລາງວັນເງີນສົດຈຳນວນ 3 ລ້ານກີບ ພ້ອມທາງ ຂັນໜ່ວຍ, ປະເພດທີ 2 ໄດ້ຮັບເງິນລາງວັນຈຳນວນ 2 ລ້ານກີບ ແລະ ປະເພດທີ 3 ໄດ້ຮັບເງິນລາງວັນຈຳນວນ 1 ລ້ານກີບ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ