ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກສະຫະພັນແມ່ຍິງແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ XI

ໜ່ວຍພັກສະຫະພັນແມ່ຍິງແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ XI

07 May 2025 | ສົມຄິດ ແກ້ວນວນລາ (ແຂວງຜົ້ງສາລີ) |

ໜ່ວຍພັກສະຫະພັນແມ່ຍິງແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ XI

ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກສະຫະພັນແມ່ຍິງແຂວງຜົ້ງສາລີ ຄັ້ງທີ XI ໄດ້ດຳເນີນຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2025 ນີ້ ທີ່ຫ້ອງປະຊຸມຊັ້ນ 3 ຕຶກສຳນັກງານປົກຄອງແຂວງ ໂດຍການເປັນປະທານ ແລະ ກ່າວເປີດຂອ ງສະຫາຍ ນາງ ຄຳມະລາ ສຸວົງ ເລຂາໜ່ວຍພັກ, ປະທານສະຫະພັນແມ່ຍິງແຂວງຜົ້ງສາລີ, ໂດຍການເປັນກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນຳ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ເຂົ້າຮ່ວມມີບັນດາສະຫາຍຄະນະໜ່ວຍພັກ, ໜ່ວຍພັກອ້ອມຂ້າງ ພ້ອມສະມາຊິກພັກສົມບູນ ແລະ ສຳຮອງໜ່ວຍພັກດັ່ງກ່າວ.

ໃນກອງປະຊຸມສະຫາຍ ນາງ ຄຳມະລາ ສຸວົງ ເລຂາໜ່ວຍພັກ, ເລຂາໜ່ວຍພັກສະຫະພັນແມ່ຍິງ ແຂວງຜົ້ງສາລີ, ໄດ້ຂື້ນກ່າວ ເປີດກອງປະຊຸມ ແລະ ຜ່ານຮ່າງບົດລາຍງານການເມືອງ ຂອງໜ່ວຍພັກ ເຊິ່ງໃນໄລຍະ 5 ປີ 2021 - 2025 ຜ່ານມາ ຄະນະໜ່ວຍພັກ ໄດ້ຖືເອົາການສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ - ລັດຖະກອນ ໂດຍການເຊື່ອມຊືມແນວທາງ ນະໂຍບາຍ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ນຳພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງ 5 ຂະແໜງການ ມີພະນັກງານທັງໝົດ 18 ສະຫາຍ, ຊາຍ 1 ສະຫາຍ; ນຳພາການປ້ອງກັນພາຍໃນສຳນັກງານມີຄວາມສະຫງົບດີ; ຊຸກຍູ້ ການພັດທະນາເສດຖະກິດ, ວັດທະນະທຳ - ສັງຄມ; ລົງກໍ່ສ້າງຮາກຖານການເມືອງໃນ 2 ເມືອງ 7 ບ້ານ; ພົວພັນຮ່ວມມືກັບຕ່າງປະເທດ ຕາມແນວທາງຂອງພັກ; ປັບປຸງ ກໍ່ສ້າງພັກ - ກໍ່ສ້າງພະນັກງານ ສາມາດຮັກສາໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 4 ປີລຽນຕິດ, 5 ປີຜ່ານມາ ຂະຫຍາຍສະມາຊິກພັກໄດ້ 4 ສະຫາຍ, ຍິງ 4 ສະຫາຍ ປະຈຸບັນໜ່ວຍພັກມີຄະນະພັກ 3 ສະຫາຍ, ຍິງ 3 ສະຫາຍ, ມີສະມາຊິກພັກທັງໝົດ 17 ສະຫາຍ, ຍິງ 1 ສະຫາຍ; ນຳພາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຢ່າງເປັນປກກະຕິ. ພ້ອມທັງຜ່ານທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ   2026 - 2030. ໃນກອງປະຊຸມຍັງໄດ້ຜ່ານ ແຜນພັດທະນາຂອງໜ່ວຍພັກ. ຈາກນັ້ນ, ຄະນະພັກຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາລວມ ແລະ ກ່າວລາໜ້າທີ  ພ້ອມທັງ ດຳເນີນການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ໂດຍເປັນເອກະສັນກັນຄັດເລືອກເອົາສະຫາຍ ນາງ ຄຳມະລາ ສຸວົງ ເປັນເລຂາ ໜ່ວຍພັກ, ສະຫາຍ  ນາງ ຈັນສະໜອນ ສຸລິວັນ  ເປັນຮອງ ແລະ ສະຫາຍ ນາງ ວຽງສະໄໝ ແກ້ວວິໄລ  ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ນາງ  ພວງມະລາ ຄຸນະເສີດ  ເປັນຮອງປະທານກວດກາ.

ໂອກາດນີ້ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຊີ້ນຳຂອງ ສະຫາຍ ພອນໄຊ ແກ້ວສົມພັນ ກຳມະການປະຈຳ ພັກແຂວງ, ປະທານ ແນວລາວສ້າງຊາດແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກ, ສະມາຊິກ ພັກພາຍໃນໜ່ວຍຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ເພີ້ມທະວີ ການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ - ລັດຖະກອນ ເປັນປົກກະຕິ, ປັບປຸງ ບຸກຄະລາກອນ, ປັບປຸງອົງການຈັດຕັ້ງ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ແບ່ງໜ້າທີໃຫ້ຄະນະໜ່ວຍພັກຢ່າງຈະແຈ້ງ, ປະສານສົມທົບກັບສາຍຕັ້ງ - ສາຍຂວາງໃຫ້ກົມກຽວກວ່າເກົ່າ ເພື່ອພັດທະນາວຽກງານ ແມ່ຍິງແຂວງກ່າວຂື້ນຢ່າງຕໍ່ເນື່ອງ.

ຂ່າວ: ສົມຄິດ ແກ້ວນວນລາ (ແຂວງຜົ້ງສາລີ)

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ