ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກຄະນະບໍລິຫານງານຊາວໜຸ່ມແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ X

ໜ່ວຍພັກຄະນະບໍລິຫານງານຊາວໜຸ່ມແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ X

06 May 2025 | ສົມຄິດ ແກ້ວນວນລາ |

ໜ່ວຍພັກຄະນະບໍລິຫານງານຊາວໜຸ່ມແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ X

ກອງປະຊຸມໃຫຍ່ຂອງສະມາຊິກໜ່ວຍພັກຄະນະບໍລິຫານງານຊາວໜຸ່ມແຂວງຜົ້ງສາລີ ໄດ້ດຳເນີນຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2025 ນີ້ ທີ່ຫ້ອງປະຊຸມຊັ້ນ 3 ຕຶກສຳນັກງານປົກຄອງແຂວງ ໂດຍການເປັນປະທານ ແລະ ກ່າວເປີດຂອງສະຫາຍ ຫຸມພັນ ຈັນທະລາ ເລຂາໜ່ວຍພັກ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຜົ້ງສາລີ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ເຂົ້າຮ່ມມີບັນດາສະຫາຍຄະນະໜ່ວຍພັກ, ໜ່ວຍພັກອ້ອມຂ້າງ ພ້ອມສະມາຊິກພັກສົມບູນ ແລະ ສຳຮອງໜ່ວຍພັກດັ່ງກ່າວ.

https://youtu.be/VvHkNBSDjBM

ໃນກອງປະຊຸມສະຫາຍ ຫຸມພັນ ຈັນທະລາ ເລຂາໜ່ວຍພັກ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຜົ້ງສາລີ ໄດ້ຂື້ນຜ່ານຮ່າງບົດລາຍງານການເມືອງ ຂອງໜ່ວຍພັກ ເຊິ່ງໃນໄລຍະ 5 ປີ 2021-2025 ຜ່ານມາ ຄະນະໜ່ວຍພັກ ໄດ້ຖືເອົາການສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ - ລັດຖະກອນ; ນຳພາການພັດທະນາວຽກງານ, ນຳພາການປ້ອງກັນພາຍໃນສຳນັກງານມີຄວາມສະຫງົບດີ; ພັດທະນາເສດຖະກິດໜ່ວຍພັກໂດຍການຈຳໜ່າຍໂຖດອກໄມ້, ເຄື່ອງແບບຊາວໜຸ່ມ - ເຍົາວະຊົນ, ຮັບຈາກການໃຫ້ເຊົ່າສູນພັດທະນາວິຊາຊີບ, ສົ່ງເສີມສ້າງຕົວແບບຊາວໜຸ່ມ 29 ຄອບຄົວ ປະຕິບັດໄດ້ 263 %, ສົ່ງຊາວໜຸ່ມຝຶກອົບຮົມວິຊາຊີບຕາມສາຂາວິຊາຊີບຕ່າງໆ ປະຕິບັດໄດ້ 60.27%, ຂະຫຍາຍກອງທຶນພັດທະນາຊາວໜຸ່ມໄດ້ 7 ເມືອງ ກວມ 100%, ລົງກໍ່ສ້າງຮາກຖານການເມືອງຢ່າງຕັ້ງໜ້າ; ປັບປຸງ ແລະ ເພີ່ມທະວີການຄຸ້ມຄອງບໍລິຫານ; ຊຸກຍູ້ອົງການຈັດຕັ້ງມະຫາຊົນເຄື່ອນໄຫວຢ່າງເປັນປົກກະຕິ; ພົວພັນກັບຕ່າງປະເທດຕາມແນວທາງຂອງພັກ; ປະຈຸບັນໜ່ວຍພັກມີຄະນະພັກ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກພັກທັງໝົດ 18 ສະຫາຍ, ຍິງ 10 ສະຫາຍ ທຽບໃສ່ກອງປະຊຸມປີຜ່ານມາເພີ້ມຂຶ້ນ 4 ສະຫາຍ, ຍິງ 3 ສະຫາຍ  ເທົ່າກັບ 24%, ສາມາດຍາດໄດ້ໃບຢ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 4 ປີລຽນຕິດ; ຕິດຕາມກວດກາພັກຢ່າງຕໍ່ເນື່ອງ ແລະ ນຳພາປະຕິບັດພາລະບົດບາດ, ໜ້າທີຂອງ 5 ຂະແໜງການ ມີພະນັກງານທັງໝົດ 24 ສະຫາຍ, ຍິງ 15 ສະຫາຍ ພ້ອມທັງໃຫ້ຄຳປຶກສາທາງອອນລາຍໃນວຽກງານຊາວໜຸ່ມເຍົາວະຊົນໄດ້ 82 ຄົນ  ແລະ ລົງໂຄສະນາໃຫ້ຄຳປຶກສາຕາມເຂດຈຸດສຸມຊາວໜຸ່ມ - ໄວໝຸ່ມ 5 ຄັ້ງ. ໃນກອງປະຊຸມຍັງໄດ້ຜ່ານແຜນພັດທະນາຂອງໜ່ວຍພັກ. ຈາກນັ້ນ, ຄະນະພັກຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາລວມ ແລະ ກ່າວລາໜ້າທີ  ພ້ອມທັງດຳເນີນການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ໂດຍເປັນເອກະສັນກັນຄັດເລືອກເອົາສະຫາຍ ຫຸມພັນ ຈັນທະລາ ເປັນເລຂາໜ່ວຍພັກ, ສະຫາຍ  ນາງ ມະໄລຄຳ ໄຊຍະເທດ ເປັນຮອງ ແລະ ສະຫາຍ ສົມເພັງ ຍິນແສງ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ນາງ ວິໄລພອນ ອຸນາພອນ ເປັນຮອງປະທານກວດກາ.

https://www.facebook.com/share/p/18Ji4EGrws/

ໂອກາດນີ້ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຊີ້ນຳຂອງສະຫາຍ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ, ສະມາຊິກພັກພາຍໃນໜ່ວຍຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ເພີ້ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ - ລັດຖະກອນ ເປັນປົກກະຕິ, ປັບປຸງບຸກຄະລາກອນ, ປັບປຸງອົງການຈັດຕັ້ງ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ແບ່ງໜ້າທີໃຫ້ຄະນະໜ່ວຍພັກຢ່າງຈະແຈ້ງ, ປະສານສົມທົບກັບສາຍຕັ້ງ - ສາຍຂວາງໃຫ້ກົມກຽວກວ່າເກົ່າ ເພື່ອພັດທະນາວຽກງານຊາວໜຸ່ມແຂວງກ່າວຂື້ນຢ່າງຕໍ່ເນື່ອງ.

https://www.tiktok.com/tiktokstudio/content

ຂ່າວ: ສົມຄິດ ແກ້ວນວນລາ (ແຂວງຜົ້ງສາລີ)

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ