ແຂວງຜົ້ງສາລີປະກາດແຕ່ງຕັ້ງຮອງປະທານ ແລະ ກຳມະການຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງ
-----+++-----
ຕອນແລງຂອງວັນທີ 7 ພຶດສະພາ 2025ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສຳນັກງານປົກຄອງແຂວງຜົ້ງສາລີ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງປະທານ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບສູນກາງ, ຮອງລັດຖະມົນຕີກະຊວງປອງກັນຄວາມສະຫງົບ, ເຂົ້າຮ່ວມມີສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ປະທານຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂັ້ນແຂວງ, ມີກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຈາກຂັ້ນສູນກາງ - ຂັ້ນແຂວງ, ພະແນກການ, ອົງການອ້ອມຂ້າງແຂວງ, ນາຍ ແລະ ພົນທະຫານ. ນາຍ ແລະ ພົນຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພົຈວ ຄຳຈັນ ແສງລາວົງ ກຳມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ໄດ້ຂື້ນລາຍງານໂດຍສັງເຂບການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ປະຈຳປີ 2024 ແລະ ທິດທາງ 2025. ຈາກນັ້ນ, ສະຫາຍ ພົຈວ ທອງບຸນ ຂຸນລະພິດ ຕາງໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 401/ຄລສພ ລົງວັນທີ 7 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຮອງປະທານ ແລະ ກະມະການຄະນະກຳມະການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ. ໃນນີ້, ໄດ້ຕົກລົງແຕ່ງຕັ້ງສະຫາຍ ສະຫາຍ ປອ ໄຊນະຄອນ ອີນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຜົ້ງສາລີ ເປັນຮອງປະທານຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ , ສະຫາຍ ພັທ ຫຸມແພງ ຄຸນສະນິອຳໄພ ຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງ ເປັນກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ.
ພາບ - ຂ່າວ: ສົມຄິດ