ໜ້າຫຼັກ / ການເຄື່ອນໄຫວ / ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປອງກັນຄວາມສະຫງົບ ເນັ້ນໃຫ້ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ໃຫ້ແຫຼມຄົມດ້ານວິຊາສະເພາະ
ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປອງກັນຄວາມສະຫງົບ ເນັ້ນໃຫ້ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ໃຫ້ແຫຼມຄົມດ້ານວິຊາສະເພາະ
ໃນໂອກາດເຂົ້າຮ່ວມເປັນປະທານໃນພິທີປະກາດແຕ່ງຕັ້ງຮອງປະທານ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງ ຈັດຂຶ້ນໃນຕອນແລງຂອງວັນທີ 7 ພຶດສະພາ 2025ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສຳນັກງານປົກຄອງແຂວງຜົ້ງສາລີ ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບສູນກາງ, ຮອງລັດຖະມົນຕີກະຊວງປອງກັນຄວາມສະຫງົບ ໄດ້ເນັ້ນໜັກໃຫ້ ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຈາກແຂວງຜົ້ງສາລີ ແລະ ຜູ້ເຂົ້າຮ່ວມ ຫຼາຍບັນຫາ ເພື່ື່ອໃຫ້ວຽກງານພັດທະນາຢ່າງຕັ້ງໜ້າ.
ເຊີງບາງຕອນສະຫາຍໄດ້ກ່າວວ່າ: ຄະນະນຳຂັ້ນແຂວງ ຕ້ອງກຳນົດເອົາວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເປັນແຜນນະໂຍບາຍຈັດຕັ້ງປະຕິບັດໃຫ້ແຂວງຕົນມີການຮັບປະກັນຄວາມສະຫງົບດີ; ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເປັນໃຈກາງຜັນຂະຫຍາຍແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງພັກໃຫ້ເລິກເຊີງ, ກວ້າງຂວາງ ແລະ ທົ່ວເຖິງຮາກຖານປະຊາຊົນ ໃຫ້ຮັບຮູ້, ເຂົ້າໃຈ ແລະ ມີສວ່ນຮ່ວມຂອງໝົດທຸກຄົນ, ລົງເລິກຈັດຕັ້ງຜັນຂະຫຍາຍນະໂຍບາຍປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ສືບຕໍ່ປັບປຸງກຳລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຂວງທາງດ້ານຈຳນວນ ແລະ ຄຸນນະພາບ ທີແຫຼມຄົມດ້ານວິຊາສະເພາະ, ມີຄວາມຮັບຜິດຊອບສູງ, ມີຄວາມຮູ້, ຄວາມສາມາດ, ໂປ່ງໃສສັດຊື່; ພ້ອມທັງປັບປຸງກົງຈັກອົງການປົກຄອງແຕ່ລະຂັ້ນ ໃຫ້ຕິດພັນກັບການເຮັດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ຮາກຖານໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາຢາເສບຕິດ; ປັບປຸງກົມກອງໃຫ້ມີການເຮັດພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານນັກຮົບພາຍໃນກຳລັງໃຫ້ພຽງພໍ, ບໍ່ສວຍໃຊ້ໜ້າທີແອບແຝງໃນທາງທີຜິດກົດໝາຍ; ເອົາໃຈໃສ່ພົວພັນຮ່ວມມືກັບຕ່າງປະເທດ ເພື່ອນມິດປະເທດໃກ້ຄຽງ ຍາດແຍງການຊ່ວຍເຫຼືອເຂົ້າພັດທະນາກຳລັງຂອງຕົນ; ເອົາໃຈໃສ່ຄຸ້ມຄອງຄົນເຂົ້າອອກເມືອງໃຫ້ມີຄວາມສະຫງົບປອດໄພດີ ແກ້ໄຂໃຫ້ຖືກຕາມລະບຽບ, ກົດໝາຍ; ນອກນີຕ້ອງໄດ້ສ້າງຂະບວນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບດີ ເພື່ອຕ້ອນຮັບກອງປະຊຸມອົງຄະນະພັກແຂວງ ແລະ ສູນກາງພັກໃຫ້ເປັນກຳລັງແຮງ ແລະ ຟົດຟື້ນ.
ພາບ - ຂ່າວ: ສົມຄິດ