ໜ້າຫຼັກ / ການເຄື່ອນໄຫວ / ໂຮງຮຽນ ມສ ນາຕູ່ນ, ເມືອງຂວາ ຈັດພິທີໄຂສົກຮຽນໃໝ່ 2024-2025

ໂຮງຮຽນ ມສ ນາຕູ່ນ, ເມືອງຂວາ ຈັດພິທີໄຂສົກຮຽນໃໝ່ 2024-2025

05 Sep 2024 | ສອນໄຊ ແສງມະນີ (ນັກຂ່າວຫ້ອງການ ຖວທ ເມືອງຂວາ) |

ຕອນເຊົ້າຂອງວັນທີ 5 ກັນຍາ 2024 ນີ້ ນະທີ່ເດີ່ນໂຮງຮຽນ ມສ ນາຕູ່ນ, ເມືອງຂວາ, ແຂວງຜົ້ງສາລີ ໄດ້ຈັດພິທີໄຂສົກຮຽນໃໝ່ສົກຮຽນ 2024-2025 ຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມນຶກ ໄຊຍະຈິດ ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ມີທ່ານ ນາງ ສາວເຫຼັກ ແກ້ວຕັນລາ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານ ນາງ ພວງມະລີ ແກ້ວໂສພາ, ອຳນວຍການໂຮງຮຽນ ມສ ນາຕູ່ນ, ມີບັນດາແຂກຖືກເຊີນຈາກອົງການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກຄອງນັກຮຽນ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນນັບແຕ່ຊັ້ນມໍ1, ຊັ້ນມໍ7 ເຂົ້າຮ່ວມຢ່າງພ້ອມພຽງ

ໃນພິທີທ່ານ ນາງ ພວງມະລີ ແກ້ວໂສພາ, ອຳນວຍການໂຮງຮຽນ ມສ ນາຕູ່ນ ໄດ້ຂື້ນກ່າວເປີດສົກຮຽນໃໝ່ ແລະ ຜ່ານສະຫຼຸບຜົນການເຄື່ອນໄຫວ ສົກຮຽນ 2023-2024 ແລະ ຜ່ານແຜນການພັດທະນາໂຮງຮຽນ ມສ ນາຕູ່ນ ສົກຮຽນ 2024-2025; ໂດຍປະຕິບັດຕາມແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມເຂັ້ມແຂງພຽບພ້ອມໄປດ້ວຍພູມປັນຍາເວົ້າລວມ, ເວົ້າສະເພາະ ແມ່ນນັກຮຽນບັນດາເຜົ່າຜູ້ທີ່ພວມຮໍ່າຮຽນຢູ່ໂຮງຮຽນ ມ.ສ ນາຕູ່ນໃຫ້ມີຄວາມຮູ້, ມີຄຸນສົມບັດ, ມີຈິດໃຈຮັກຊາດ, ມີຄວາມຕື່ນຕົວເປັນເຈົ້າຕົນເອງມີຄວາມສາມັກຄີ ແລະ ເປັນເອກະພາບກັນພ້ອມກັນສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນທີ່ມີກາຍຍະພາບທີດີ ຕາມ 5 ຫຼັກມູນຂອງການສຶກສາ, ມີຄວາມເປັນລະບຽບຮ້ອຍເຮັດໃຫ້ໂຮງຮຽນໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ນອກຈາກນີ້ຍັງໄດ້ຮັບຟັງການຜ່ານກົດລະບຽບຄຸ້ມຄອງນັກຮຽນ. ໃນພິທີຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ທັງນີ້ ກໍເພື່ອເຮັດໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມ 3 ຂໍ້ແຂ່ງຂັນ ແລະ 3 ຄຸນລັກສະນະ 5 ຫຼັກມູນຂອງການສືກສາວາງອອກ ແລະ ເຮັດໃຫ້ການຮຽນ-ການສອນໄດ້ທັງປະລິມານ ແລະ ຄຸນນະພາບ.

ໃນຕ້ອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ສົມນຶກ ໄຊຍະຈິດ ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງຄູ-ອາຈານ, ນັກຮຽນທຸກໆຄົນ ໃນໂຮງຮຽນມັດທະຍົມສົມບູນນາຕຸ່ນ ຈົ່ງພ້ອມກັນສຸມສະຕິປັນຍາ ແລະ ຫຸ້ມເທແຮງກາຍ, ແຮງໃຈເຂົ້າໃນວຽກງານການຮຽນ-ການສອນ ກໍ່ຄືທຸກພາກສ່ວນໃນສັງຄົມຕ້ອງໄດ້ຊ່ວຍກັນສຶກສາອົບຮົມແນວຄິດການເມືອງໃຫ້ແກ່ນ້ອງໆນັກຮຽນ ຫຼື ລູກຫຼານຂອງຕົນໃຫ້ກາຍເປັນນັກຮຽນຮູ້ມີມາລະຍາດໃນສັງຄົມ ແລະ ກາຍເປັນພົນລະເມືອງດີຂອງຊາດ. ພໍ່ແມ່ຜູ້ປົກຄອງເປັນຕົວແທນເບິ່ງແຍງດູແລນອກຈາກຊົ່ວໂມງຮຽນ. ເພື່ອເຮັດໃຫ້ຜົນການຮຽນຂອງນັກຮຽນໄດ້ຮັບຜົນດີ ເວົ້າລວມເວົ້າສະເພາະແມ່ນເພື່ອໃຫ້ນັກຮຽນໃນທົ່ວເທດສະບານເມືອງຂວາຂອງພວກເຮົາເຂົ້າສູ່ຄວາມເປັນລະບຽບ ເຮັດໃຫ້ການຮຽນ-ການສອນໃນໂຮງຮຽນມັດທະຍົມສົມບູນນາຕຸ່ນນັບມື້ນັບມີຄວາມເຂັ້ມແຂງ ແລະ ມີຄຸນນະພາບຂຶ້ນເທື່ອລະກ້າວ. ພໍ່ແມ່ຜູ້ປົກຄອງນັກຮຽນ ກໍຄືສັງຄົມ ຈົ່ງພ້ອມກັນສືບຕໍ່ຊ່ວຍຊຸກຍູ້, ສົ່ງເສີມລູກຫຼານຂອງຕົນເອງ ໃຫ້ໄດ້ເຂົ້າຮຽນພ້ອມທັງແນະນໍາ, ຕັກເຕືອນບອກສອນ ແລະ ສຶກສາອົບຮົມລູກຫຼານຂອງຕົນ ໃຫ້ເອົາໃຈໃສ່ຕໍ່ການສຶກສາຮໍ່າຮຽນ, ຮູ້ຄຸນຄ່າຂອງການຮຽນ ແລະ ຮຽກຮ້ອງໃຫ້ບັນດາລູກ-ຫຼານນັກຮຽນ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຂອງໂຮງຮຽນທີ່ວາງອອກຢ່າງເຂັ້ມງວດ, ດຸໝັ່ນຄົ້ນຄວ້າ, ຮໍ່າຮຽນ, ຊອກສະແຫວງຫາຄວາມຮູ້ດ້ວຍຕົນເອງຈາກຫຼາຍໆແຫ່ງ ເພື່ອມາພັດທະນາປະເທດຊາດ, ພັດທະນາຕົນເອງ ໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນສິດທີ່ດີຂອງຄູ-ອາຈານ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ