ໜ້າຫຼັກ / ການເຄື່ອນໄຫວ / ເຊັນສັນຍາສຳປະທານທີ່ດີນລັດກໍ່ສ້າງ ແລະ ບໍລິການໂຮງຮຽນມິດຕະພາບລາວ - ຈີນ ໂປເຊຍຢວນຢູ່ແຂວງຜົ້ງສາລີ

ເຊັນສັນຍາສຳປະທານທີ່ດີນລັດກໍ່ສ້າງ ແລະ ບໍລິການໂຮງຮຽນມິດຕະພາບລາວ - ຈີນ ໂປເຊຍຢວນຢູ່ແຂວງຜົ້ງສາລີ

09 May 2025 | ສົມຄິດ ແກ້ວນວນລາ |

ເຊັນສັນຍາສຳປະທານທີ່ດີນລັດກໍ່ສ້າງ ແລະ ບໍລິການໂຮງຮຽນມິດຕະພາບລາວ - ຈີນ ໂປເຊຍຢວນຢູ່ແຂວງຜົ້ງສາລີ

ພິທີເຊັນສັນຍາໂຄງການລົງທືນສຳປະທານທີ່ດິນລັດ ເພື່ອກໍ່ສ້າງ ແລະ ບໍລິການໂຮງຮຽນມິດຕະພາບລາວ - ຈີນ ໂປເຊຍຢວນຢູ່ເຂດບ້ານໂນນສະຫວ່າງ, ເມືອງບູນເໜືອ, ແຂວງຜົ້ງສາລີ ລະຫວ່າງ ອົງການປົກຄອງແຂວງຜົ້ງສາລີ (ຕາງໜ້າໂດຍພະແນກແຜນການ ແລະ ການລງທືນ) ແລະ ບໍລິສັດໂປເຊຍຢວນ ທີປຶກສາດ້ານການສຶກສາທີ່ນະຄອນພູເອີ ຈຳກັດແຂວງຢູນນານ. ແມ່ນໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ່ 9 ພຶດສະພາ 2025 ທີ່ຫ້ອງປະຊຸມຊັ້ນ 3 ສຳນັກງານປົກຄອງແຂວງຜົ້ງສາລີ. ເຂົ້າຮ່ວມມີທ່ານ ທອງສຸກ, ເປົາສຸລີ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຜົ້ງສາລີ, ມີທ່ານ ນາງ ຫລູ ຊຸນຈູ້ ປະທານບໍລິສັດໂປເຊຍຢວນ ທີປຶກສາດ້ານການສຶກສາທີ່ນະຄອນພູເອີ ຈຳກັດແຂວງຢູນນານ; ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ມີຮອງເຈົ້າເມືອງບູນເໜືອ, ມີພະແນກການ, ອົງການ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີພາຍຫຼັງຄະນະຈັດຕັ້ງໄດ້ຂື້ນກ່າວຈຸດປະສົງແລ້ວ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງເຈົ້າແຂວງຜົ້ງສາລີ ເລກທີ367/ຂຜລ ລົງວັນທີ 7 ພຶດສະພາ 2025 ວ່າດ້ວຍການອະນຸມັດ ແລະ ມອບສິດເຊັນສັນຍາ ໂຄງການ ກໍ່ສ້າງ ແລະ ບໍລິການໂຮງຮຽນມິດຕະພາບລາວ - ຈີນ ໂປເຊຍຢວນຢູ່ເຂດບ້ານໂນນສະຫວ່າງ, ເມືອງບູນເໜືອ, ແຂວງຜົ້ງສາລີ. ຈາກນັ້ນ, ໄດ້ດຳເນີນການເຊັນສັນຍາຢ່າງເປັນທາງການ ເຊີງຕາງໜ້າອົງການປົກຄອງແຂວງຜົ້ງສາລີ ຂື້ນລົງນາມເຊັນໂດຍແມ່ນທ່ານ ສຸບຸນລ້ຽງ ເນດບຸນນອງ ຮອງຫົວໜ້າພະແນກແຜນການ ແລະ ການລງທືນແຂວງຜົ້ງສາລີ ແລະ ຕາງໜ້າຝ່າຍບໍລິສັດຂື້ນເຊັນໂດຍທ່ານ ນາງ ຫລູ ຊຸນຈູ້ ປະທານບໍລິສັດໂປເຊຍຢວນ ທີປຶກສາດ້ານການສຶກສາທີ່ນະຄອນພູເອີ ຈຳກັດແຂວງຢູນນານ; ຕາງໜ້າຂື້ນເຊັນເປັນສັກຂີພິຍານໂດຍມີທ່ານ ພອນໄຊ ອ່ອນສາ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ທ່ານ ຄຳ ສຸວົງ ຮອງເຈົ້າເມືອງບູນເໜືອ, ທ່ານ ຊາວຈັ່ງຊຸນ ຈາກບໍລິສັດໂປເຊຍຢວນ ທີປຶກສາດ້ານການສຶກສາທີ່ນະຄອນພູເອີ ຈຳກັດແຂວງຢູນນານ.

ຂ່າວ: ສົມຄິດ

 

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ