ໜ້າຫຼັກ / ການເຄື່ອນໄຫວ / ເມືອງຍອດອູ ແຂວງຜົ້ງສາລີສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 2 ສະໄໝທີ X.

ເມືອງຍອດອູ ແຂວງຜົ້ງສາລີສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 2 ສະໄໝທີ X.

12 May 2025 | ຂ່າວ-ພາບ: ໄລພອນ ສີສົມພອນ ຖວທ ເມືອງຍອດອູ. |

ກອງປະຊູມຄົບຄະນະບໍລິຫານງານພັກເມືອງ ຍອດອູ ຄັ້ງທີ 2 ສະໄໝທີ X ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2025 ຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງໆຍອດອູ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສັນຕິ ແກ້ວຍະສານ ກໍາມະການປະຈໍາພັກເເຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນໍາວຽກງານຮອບດ້ານຂອງເມືອງຍອດອູ ມີບັນດາສະຫາຍ ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມພ້ອມ.
ສະຫາຍ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງໆຍອດອູ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມຢ່າງເປັນທາງການເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໃນຄັ້ງນີ້ ບັນດາສະຫາຍຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນສັງເກດຕີລາຄາຄືນບັນດາເນື້ອໃນເອກະສານຕ່າງໆພ້ອມທັງປະກອບຄຳຄິດ, ຄຳເຫັນ ຊອກໃຫ້ເຫັນດ້ານດີຜົນງານທີ່ພວກເຮົາສາມາດຍາດມາໄດ້. ພ້ອມກັນນີ້ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ທອດຖອນໄດ້ຈາກນັ້ນກໍ່ຈະໄດ້ພ້ອມກັນຄົ້ນຄວ້າພິຈາລະນາຮັບຮອງເອົາທິດທາງ, ຄາດໝາຍ ແລະ ໜ້າວຽກຈຸດສຸມ, ກໍ່ຄືການແຜນພັດທະນາເສດຖະກິດ-ສັງຄົມ 05 ປີ (2025-2029), ທັງໝົດເລົ່ານີ້ ລ້ວນແຕ່ເປັນທິດທາງທີ່ມີລັກສະນະຍຸດທະສາດ, ມີຄວາມໝາຍສຳຄັນຍິ່ງ ແລະ ເປັນບັນຫາຕັດສິນຕໍ່ການເຕີບໃຫຍ່ເຂັ້ມແຂງຂອງພັກ, ຄວາມຈະເລີນກ້າວໜ້າດ້ານເສດຖະກິດ-ສັງຄົມຂອງເມືອງຍອດອູພວກເຮົາ. ກອງປະຊຸມຄັ້ງນີ້ບັນດາສະຫາຍຜູ້ແທນຍັງໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍ ການຮັບຮອງເອົາຜົນການເລືອກຕັ້ງກອງປະຊຸມໃຫຍ່ ອົງຄະນະພັກເມືອງຍອດອູ ສະໄໝທີ X, ຜ່ານບົດຕີລາຄາ ທ່າແຂງ, ທ່າອ່ອນ ຂອງຄະນະບໍລິຫານງານພັກເມືອງຍອດອູຊຸດໃໝ່, ຜ່ານຂໍ້ກໍານົດແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກເມືອງ ສະໄໜທີ X, ຮ່າງແຜນດໍາເນີນງານຂອງຄະນະບໍລິຫານງານພັກເມືອງ ສະໄໜທີ X, ສະເໜີຮັບຮອງຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສໍາຫຼວດການນໍາພາລວມທີ່ໄດ້ຮັບການປັບປຸງພາຍຫຼັງສໍາເລັດກອງປະຊຸມໃຫຍ່, ບົດຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງ; ຜ່ານຮ່າງມະຕິລົງແຕ່ງຕັ້ງຄະນະຮັບຜິດຊອບລົງຜັນຂະຫຍາຍຜົນສໍາເລັດກອງປະ
ຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງຢູ່ບັນດາກຸ່ມບ້ານ.
ຈາກນັ້ນ ປະທານກອງປະຊຸມມີຄໍາເຫັນເຈາະຈີ້ມເພື່ອໃຫ້ບັນດາສະຫາຍຜູ້ແທນກອງປະຊຸມປະກອບຄໍາຄິດຄໍາເຫັນ ແລະ ພ້ອມກັນຮັບຮອງມະຕິກອງປະຊຸມບັນດາບັນຫາສໍາຄັນພື້ນຖານຫຼາຍດ້ານໃນການກຳນົດທິດທາງການຊີ້ນໍາຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະກອງປະຊຸມ, ການກຳນົດທ່າແຂງ - ທ່າອ່ອນຂອງຄະນະພັກ, ມະຕິຮັບຮອງຄວາມຮັບຜິດຊອບການເມືອງຂອງບັນດາ ສະຫາຍຄະນະບໍລິຫານງານພັກເມືອງ ແລະ ບັນຫາສໍາຄັນອື່ນໆ ອີກຈຳນວນໜຶ່ງ.
ມາໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ສັນຕິ ແກ້ວຍະສານ ກໍາມະການປະຈໍາພັກເເຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນໍາວຽກງານຮອບດ້ານຂອງເມືອງຍອດອູຊຶ່ງສະຫາຍ ໄດ້ເນັ້ນໜັກໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງເອົາໃຈໃສ່ປະຕິບັດຕາມມະຕິແບ່ງຄວາມຮັບຜິດຊອບຂອງຄະນະບໍລິ
ຫານງານພັກເມືອງ, ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງບັນດາຂະແໜງການທີ່ໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົນດີໂດຍສະເພາະແມ່ນ ການນໍາພາ - ຊີ້ນໍາການຈັດຕັ້ງປະຕິບັດບັນດາຄາດໝາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງຍອດອູວາງອອກ ໃຫ້ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປົວແປງດີຂື້ນກວ່າເກົ່າ ພ້ອມກັນນັ້ນ, ສະຫາຍຍັງໄດ້ເນັ້ນໜັກບັນດາບັນຫາທີ່ຄະນະບໍລິຫານງານພັກເມືອງຊຸດທີ X ຈະຕ້ອງໄດ້ເອົາໃຈໃສ່ລົງຈັດຕັ້ງຜັນຂະຫາຍເຜີຍແຜ່ບັນດາວຽກງານຈຸດສຸມເປັນຕົ້ນແມ່ນ: ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ພວກຄົນບໍ່ຫວັງດີ, ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນເຂັ້ມແຂງເທື່ອລະກ້າວ, ຄະນະພັກຂັ້ນຕ່າງໆຕ້ອງອອກແຮງຜັນຂະຫຍາຍມະຕິກອງປະ
ຊຸມໃຫຍ່ຄັ້ງນີ້ ຫັນເປັນແຜນງານ,ໂຄງການ ແລະ ແຜນດໍາເນີນງານລະອຽດ ເພື່ອຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາໃນແຕ່ລະໄລຍະ, ເພີ່ມທະວີການນໍາພາ - ຊີ້ນໍາຂອງອົງ
ຄະນະພັກ, ວຽກງານປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ກວ່າເກົ່າ. ເພີ່ມທະວີສ້າງຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໜາຂອງທົ່ວປວງຊົນຮອບດ້ານ ເພື່ອພ້ອມກັນພັດທະນາເສດຖະກິດ - ສັງຄົມໃຫ້ບັນລຸຕາມຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກເມືອງໄດ້ກໍານົດໄວ້. ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ວັນເຕັມ ແລະ ໄດ້ອັດລົງດ້ວຍຜົນສຳເລັດ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ