ໜ້າຫຼັກ / ການເຄື່ອນໄຫວ / ຄະນະໜ່ວຍພັກພະແນກແຮງງານ ແລະສະຫັວດດີການສັງຄົມແຂວງຜົ້ງສາລີ ທາບທາມບຸກຄະລາກອນ ສະໄໜທີ X ຮອບທີ I

ຄະນະໜ່ວຍພັກພະແນກແຮງງານ ແລະສະຫັວດດີການສັງຄົມແຂວງຜົ້ງສາລີ ທາບທາມບຸກຄະລາກອນ ສະໄໜທີ X ຮອບທີ I

12 May 2025 | (ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນ). |

ຕອນບ່າຍຂອງວັນທີ 12 ພຶດສະພາ 2025 ນີ້ ນະທີ່ຫ້ອງປະຊຸມໄອຊີທີ ໜ່ວຍພັກ ພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງ ຜົ້ງສາລີ ຈັດກອງປະຊຸມທາບ
ທາມບຸກຄະລາກອນ ຜູ້ອອກສະໜັກຮັບເລືອກຕັ້ງຄະນະໜ່ວຍພັກພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງ,ສະໄໜທີX ຮອບທີI ໂດຍການເປັນກຽດເຂົ້າ
ຮ່ວມ ສະຫາຍ ບູນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ,ປະທານກວດກາພັກ-ລັດຂັ້ນແຂວງ, ມີບັນດາຕາງຈາກ ຄະນະຈັດຕັ້ງ-ຄະນະ ກວດກາພັກ-ລັດຂັ້ນແຂວງ, ມີສະຫາຍ ດຣ ບູນສາລີ ຈິດດາພອນ ກຳມະການພັກ ແຂວງ, ເລຂາໜ່ວຍພັກ, ຫົວໜົວພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງບັນດາທ່ານຕາງໜ້າຈາກ ຄະນະຈັດຕັ້ງ-ຄະນະກວດກາພັກ-ລັດຂັ້ນແຂວງ,ບັນດາຮອງຫົວໜ້າ ພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຕະຫຼອດ ຮອດພະນັກງານສະມາຊີກພັກສົມບູນ-ພະນັກ
ງານລັດຖະກອນພາຍໃນ ພະແນກເຂົ້າຮ່ວມ.
ຈາກນັ້ນ ຄະນະຮັບຜິດຊອບຂັ້ນແຂວງ,ຜ່ານ ຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ພະນັກງານ ເລກທີ 341 /ຄຜລຜົ້ງສາລີ, ວັນທີ 20 ເມສາ 2025 ໄປຢູ່ຂະແໜງການອື່ນ ພາຍໃນແຂວງ ແລະ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງບໍລິຫານ ເຫັນດີຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ທວນ ມະນີວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຜົ້ງ ສາລີ, ໄປເປັນຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຈາກນັ້ນ ສະຫາຍ ດຣ ບູນສາລີ ຈິດດາພອນ ກຳມະການພັກ ແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງ ຜົ້ງສາລີ,ໄດ້ຜ່ານບົດລາຍງານໂດຍຫຍໍ້ເຊີງຕະຫຼອດໄລຍະ 05 ປີ ຜ່ານມາ ຄະນະໜ່ວຍພັກພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງ ຜົ້ງສາລີ,ໄດ້ຖຶເອົາການເມືອງແນວຄິດ ຕັ້ງໜ້າປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ສິດຂອງຄະນະພັກ ໂດຍໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໃນສະພາບເງື່ອນໄຂທີ່ມີທັງຂໍ້ສະດວກ, ມີຂໍ້ຫຍຸ້ງຍາກທີ່ເປັນສິ່ງທ້າທາຍທົດສອບໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ຂອງພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງ, ໂດຍສະເພາະໄດ້ປັບປຸງບູລະນະຕາມ 5 ຫຼັກການ, 3 ທິດນໍາ ທັງຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນຫຼັກເຊິ່ງມາຮອດປະຈຸບັນໜ່ວຍພັກພະແນກແຮງງານ ແລະສະຫັວດດີກາແຂວງຄະນະໜ່ວຍພັກປະກອບມີ 3 ສະຫາຍ, ຍິງ 1 ສະຫາຍ. ມີສະມາຊິກພັກທັງໝົດ 31 ສະຫາຍ, ຍິງ. 17 ສະຫາາຍ. ສໍາຮອງ 4 ສະຫາຍໂອກາດນື້ ສະຫາຍ ບູນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ,ປະທານກວດກາພັກ-ລັດຂັ້ນແຂວງ, ໄດ້ເຊື່ອມຊືມເອກະສານຂອງພັກ 4 ເອກະສານ ຂໍ້ຫ້າມຂອງສະມາຊີກພັກ, ພາຍຫຼັງໄດ້ຮັບຟັງການເຊື່ອມຊຶມເອກະສານແລ້ວ ຄະນະຮັບຜິດຊອບຂັ້ນແຂວງ,ຜ່ານມາດຖານເງື່ອນໄຂຜູ້ສະໜັກ ແລະ ແຈກບັດພ້ອມທັງແນະນຳວິທິການປ່ອນບັດທາບທາມ ຈາກນັ້ນ ຜູ້ແທນທີ່ເຂົ້າຮ່ວມທັງໝົດ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ເປັນຄະນະບໍລິຫານໜ່ວຍພັກພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງ ຜົ້ງສາລີ ຊຸດໃໜ່ສະໄໜທີ X ຮອບທີ I ຕາມລຳດັບ

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ