ໜ່ວຍພັກພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ ທາບທາມບຸກຄະລາກອນຜູ້ອອກສະໝັກຮັບເລືອກຕັ້ງ ສະໄໝທີ X ຮອບທີ II.
13 May 2025 | (ພາບ-ຂ່າວ: ແກ້ວສະຫວ່າງ ໄຊຍະເງີນ). |
ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2025 ນື້ນະທີ່ຫ້ອງປະຊຸມໄອຊີທີ ໜ່ວຍພັກ ພະແນກແຮງງານ ແລະສະຫັວດດີການສັງຄົມແຂວງຜົ້ງສາລີ ໄດ້ຈັດກອງປະຊຸມ ທາບທາມບຸກຄະລາ ກອນຜູ້ອອກສະໝັກຮັບເລືອກຕັ້ງ ສະໄໝທີ X ຮອບທີ II.
ໂດຍການເປັນປະທານ ຂອງສະຫາຍ. ດຣ ບູນສາລີ ຈິດດາພອນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າ ພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ, ມີສະຫາຍ ໂລອາຍິງ ຮອງເລຂາພັກ, ຮອງປະທານກວດກາພັກ-ລັດແຂວງ, ມີບັນດາຕ່າງຈາກ ຄະນະຈັດຕັ້ງ-ຄະນະກວດກາພັກ-ລັດຂັ້ນແຂວງ, ບັນດາຮອງຫົວ
ໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຕະຫຼອດພະນັກງານສະມາຊີກພັກສົມບູນ ພາຍໃນພະແນກເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ. ດຣ ບູນສາລີ ຈິດດາພອນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ,ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການຈາກນັ້ນ ສະຫາຍ ທອງສີ ອາຣະຍະສານ ຮອງຫົວໜ້າ ພະແນກແຮງງານ ແລະສະຫັວດດີການແຂວງຜົ້ງສາລີ,ໄດ້ຜ່ານ ຮ່າງບົດລາຍງານການເມືອງທັງສອງພັກ ແລະທ່ານໃຫ້ຮູ່ວ່າ:
ໜ່ວຍພັກພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງ ໄດ້ຮັບການສ້າງຕັ້ງຂື້ນເມື່ອປີ 1993 ໂດຍການແຍກອອກຈາກ ໜ່ວຍພັກ ພະແນກສາທາລະນະສຸກແຂວງໂດຍພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກຂັ້ນເທິງ ແລະ ຄວາມເປັນແບບຢ່າງນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ແຕ່ລະສະໄໝ ບວກກັບຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫຼັກການນໍາພາຂອງພັກ ໃນແຕ່ລະໄລຍະ ເຮັດໃຫ້ໜ່ວຍພັກ ພະແນກ ຮສສຂ ໄດ້ຮັບການພັດທະນາ ໃຫ້ມີການເຕີບໃຫ່ຍຂະຫຍາຍຕົວ ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄືແຂວງຜົ້ງສາລີ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກລົງເທື່ອລະກ້າວ ຕາມແນວທາງ, ນະໂຍບາຍຂອງພັກວາງອອກ. ເປັນຕົ້ນແມ່ນ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ນັບທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈາກການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງໜ່ວຍພັກ ແລະ ຄັ້ງທີ XI ຂອງອົງຄະນະພັກແຂວງ ເຊີງມາຮອດປັດຈຸບັນ ກອງປະຊຸມໃຫ່ຍຄັ້ງທີ X ຂອງໜ່ວຍພັກ ມີສະມາຊິກພັກທັງໝົດ 37 ສະຫາຍ, ຍິງ 20 ສະຫາຍ, ສະມາຊິກພັກສົມບູນ 31 ສະຫາຍ, ຍິງ 17 ສະຫາຍ. ສໍາຮອງ 6 ສະຫາຍ, ຍິງ 3 ສະຫາຍ.
ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມປະກອບຄຳຄິດ-ຄຳເຫັນໃສ່ ຮ່າງບົດລາຍງານການເມືອງແລະ ສຳຫຼວດການນຳພາລວມຂອງຄະນະພັກ ຈາກນັ້ນ ກອງເລຂາຂັ້ນແຂວງ ຜ່ານມາດຖານເງື່ອນໄຂຜູ້ສະໜັກຄະນະໜ່ວຍພັກ ແລະ ປະທານກອງປະຊຸມມີຄຳເຫັນຊີ້ນຳການປ່ອດບັດທາບທາມບຸກຄະລາກອນ ຮອບທີ II ຂອງໜ່ວຍພັກພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງ ສະໄໜ່ທີ X ຮອບII.
Share: