ໝ່ວຍພັກອົງການກາແດງແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ
14 May 2025 | ຂ່າວ: ສົມຄິດ |
ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝໝ່ວຍພັກອົງການກາແດງແຂວງຜົ້ງສາລີ ຈັດຂື້ນໃນຕອນເຊົ້າວັນທີ 14 ພຶດສະພາ 2025 ນີ້ ທີ່ຫ້ອງປະຊຸມອົງການດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ນາງ ບົວໄຂ ແກ້ວວິພາກອນ ເລຂາໜ່ວຍພັກ, ຫົວໜ້າອົງການກາແດງແຂວງ,ເຂົ້າຮ່ວມມີຄະນະໜ່ວຍພັກ,ຄະນະຈັດຕັ້ງແຂວງ
,ຄະນະກວດກາພັກ-ລັດແຂວງ ຕະຫລອດຮອດສະມາຊິກພັກໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ໃນກອງປະຊຸມນາງ ບົວໄຂ ແກ້ວວິພາກອນ ເລຂາໜ່ວຍພັກ, ຫົວໜ້າອົງການກາແດງແຂວງໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ສະຫາຍຄຳພັດສີເຈນຮອງ
ເລຂາໜ່ວຍພັກ,ຮອງຫົວໜ້າອົງການກາແດງແຂວງ ໄດ້ຜ່ານຮ່າງບົດສຳຫລວດການນຳພາລວມຂອງຄະນະພັກອົງການກາແດງແຂວງຜົ້ງສາລີສະໄໜທີ່V ໄລຍະ5ປີ 2021-2025ຜ່ານມາ ຈາກນັ້ນ, ຄະນະພັກ,ສະມາຊິກພັກແຕ່ລະສະຫາຍໄດ້ຜ່ານໃບສຳຫລວດຂອງບຸກຄົນໃນການຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານ ໃນໄລຍະສະໄໝທີ່ V ຜ່ານມາ ພ້ອມທັງພັດປ່ຽນກັນປະກອບຄຳຄິດຄຳເຫັນຕໍ່ການນຳພາລວມຂອງຄະນະພັກ ແລະ ຕຳນິສົ່ງຂ່າວຕໍ່ບຸກຄົນສະມາຊິກພັກພາຍໃນໜ່ວຍພັກ ເພື່ອກໍ່ສ້າງເຊີງກັນ ແລະ ກັນພ້ອມທັງຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກ ຕາມມາດຖານເງື່ອນໄຂຂອງການກໍ່ສ້າງພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ສະມາຊິກພັກຂອງໜ່ວຍພັກອົງການກາແດງແຂວງຜົ້ງສາລີ ຄັ້ງທີ VI.
Share: