ໜ້າຫຼັກ / ການເຄື່ອນໄຫວ / ການນຳພັກ-ລັດ ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີ ປະທານ ໄກສອນ ພົມວິຫານ
ໃນຕອນແລງ ຂອງວັນທີ 13 ພຶດສະພາ 2025 ນິ້, ການນຳພັກ - ລັດເມືອງໃໝ່ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີ ປະທານ ໄກສອນ ພົມວິຫານ ເຊີ່ງນໍາໂດຍ ທ່ານ ພອນທະວີ ໄຊມົນຕີ ກຳມະກຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ-ເມືອງໃໝ່ ພ້ອມດ້ວຍການນຳພັກ-ລັດເມືອງ ພ້ອມດ້ວຍສອງກຳລັງປະ
ກອບອາວຸດ ໄດ້ນຳເອົາກະຕ່າກະຕ່າດອກໄມ້ເຂົ້າວາງຢູ່ຕໍ່ໜ້າອະນຸສາວະລີ ປະທານ ໄກສອນ ພົມວິຫານ ເນື່ອໃນໂອກາດຕ້ອນຮັບກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ2 ສະໄໝທີ XV ຂອງເມືອງ ແລະ ເພື່ອເປັນການນອມເຄົາລົບຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ເຊີ່ງເປັນຜູ້ຈົ່ງຮັກພັກດີຕໍ່ປະເທດຊາດ, ເປັນຜູ້ທີ່ມີຜົນງານຄວາມດີອັນລໍ້າເລີດ, ເປັນຜູ້ປະເສີດຂອງປະຊາຊົນບັນດາເຜົ່າ ແລະ ທ່ານເປັນຜູ້ລິເລີມສ້າງຕັ້ງພັກປະຊາຊົນລາວຜູ້ທຳອິດ, ທີ່ມີຜົນງານອັນໃຫຍ່ຫຼວງໃນການອຸທິດຕະຫຼອດຊີວິດ ເພື່ອປວງຊົນລາວທັັງຊາດ ແລະ ເປັນວິລະບຸລຸດຂອງລາວເຮົາ, ທັງໄດ້ສ້າງໄວ້ບົດຮຽນອັນລໍ້າຄ່າໃຫ້ແກ່ປະເທດຊາດ ແລະ ເປັນແວ່ນແຍງອັນເຫຼືອມໃສໃຫ້ແກ່ລູກຫຼານຊາວລາວບັນດາເຜົ່າ ເພື່ອໄດ້ສຶກສາຮໍ່າຮຽນ ສືບທອດພາລະກຳ. ດ້ວຍຄວາມຮູ້ບຸນຄຸນ, ຄວາມເຄົາລົບຮັກຂອງ ປະທານ ໄກສອນ ພວກເຮົາເປັນ, ເປັນຫຼານຂອງຊາດລາວ ຈົ່ງພ້ອມກັນເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍມໍລະດົກອັນລໍ້າຄ່າ ທີ່ປະທານ ໄກສອນ ພົມວິຫານ ໄດ້ສ້າງໄວ້ໃຫ້ພວກເຮົາມີຄວາມສົມບຸນພູນສຸກ, ຄວາມຈະເລີນຮຸ່ງເຮື່ອງມາສູ່ປະຊາຊົນລາວບັນດາເຜົ່າ.