ໜ້າຫຼັກ / ການເຄື່ອນໄຫວ / ປະກາດແຕ່ງຕັ້ງຫົວໜ້າອົງການກາແດງແຂວງຜົ້ງສາລີຜູ້ໃໝ່

ປະກາດແຕ່ງຕັ້ງຫົວໜ້າອົງການກາແດງແຂວງຜົ້ງສາລີຜູ້ໃໝ່

14 May 2025 | ຂ່າວ: ສົມຄິດ |

ພິທີປະກາດແຕ່ງຕັ້ງການດຳລົງຕຳແໜ່ງຫົວໜ້າອົງການກາແດງແຂວງຜົ້ງສາລີຜູ້ໃໝ່ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 14​ ພຶດສະພາ​ 2025​ ນີ້​ ທີ່​ຫ້ອງ​ປະຊຸມ​ອົງການ​ດັ່ງກ່າວ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ​ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ,​ ປະທານກວດກາພັກ -​ລັດແຂວງຜົ້ງສາລີ,​ເຂົ້າຮ່ວມ​ມີ​ ທ່ານ​ນາງ​ ບົວໄຂ​ ແກ້ວວິພາກອນ​ຫົວໜ້າອົງການກາແດງແຂວງ,​ ມີ​ທ່ານ​ຄຳເປືອງ ເມືອງໄຊ ຮອງຫົວໜ້າຫ້ອງວ່າການແຂວງ,​ມີຮອງຫົວໜ້າອົງການກາແດງແຂວງ,​ ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ​ແລະ​ພະນັກງານວິຊາການພາຍໃນອົງການດັ່ງກ່າວເຂົ້າຮ່ວມ.
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງຜົ້ງສາລີ ເລກທີ​ 344/ຂຜລ ລົງວັນທີ 30 ເມສາ​​2025 ວ່າດ້ວຍການຍົກຍ້າຍພະນັກງານໄປຢູ່ຂະ
ແໜງການອື່ນ ພາຍໃນ ແຂວງ​ແລະ​ແຕ່ງໃຫ້ດຳລົງຕຳແໜ່ງບໍລິຫານ ໂດຍເຫັນດີ ຍົກຍ້າຍ ແລະແຕ່ງຕັ້ງ​ທ່ານ​ ຄຳເປືອງ​ ເມືອງໄຊ​ ຮອງຫົວໜ້າຫ້ອງວ່າການແຂວງຜົ້ງສາລີ ເປັນຫົວໜ້າອົງການກາແດງແຂວງຜົ້ງສາລີຜູ້ໃໝ່.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ