ໜ້າຫຼັກ / ການເຄື່ອນໄຫວ / ເຈົ້າເມືອງ-ເມືອງບຸນເໜືອ ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມພໍ່ແມ່ປະຊາຊົນບ້ານເດີ່ນກິລາ

ເຈົ້າເມືອງ-ເມືອງບຸນເໜືອ ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມພໍ່ແມ່ປະຊາຊົນບ້ານເດີ່ນກິລາ

06 Sep 2024 | ສິນນະກອນ ໂນລະສິນ (ນັກຂ່າວຫ້ອງການ ຖວທ ເມືອງບຸນເໜືອ) |

ວັນທີ 5 ກັນຍາ 2024 ທ່ານ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ, ເລຂາພັກເມືອງເຈົ້າເມືອງ-ເມືອງບຸນເໜືອ ພ້ອມດ້ວຍຄະນະຕິດຕາມຂັ້ນເມືອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພໍ່ແມ່ປະຊາຊົນບ້ານ ເດີ່ນກິລາ, ເມືອງບຸນເໜືອ, ແຂວງຜົ້ງສາລີ.

ທ່ານ ສຸແທນ ວົງຄໍາ ເລຂານາຍບ້ານ-ບ້ານເດີ່ນກິລາ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານເດີ່ນກິລາຕັ້ງຢູ່ຂອບເຂດເທດສະບານເມືອງບຸນເໜືອ, ມີເນື້ອທີ່ການປົກຄອງທັງໝົດ 1.107,17 ຮຕ, ທິດເໜືອຕິດກັບບ້ານຫ້ວຍດົງ, ທິດໃຕ້ຕິດກັບບ້ານໂພນໄຊ, ທິດຕາເວັນອອກຕິດກັບທົ່ງນາ ແລະ ທິດຕາເວັນຕົກຕິດກັບໂຮງຮຽນທະຫານທ້ອງຖິ່ນ, ມີພົນລະເມືອງທັງໝົດ 350 ຄົນ, ຍິງ 174 ຄົນ, 83 ຄົວເຮືອນ, 97 ຄອບຄົວ, ມີ 7 ຊົນເຜົ່າອາໄສຢູ່ຮຮ່ວມກັນຄື: ເຜົ່າພູນ້ອຍ, ເຜົ່າລາວລຸ່ມ, ເຜົ່າລື້, ເຜົ່າກຶມມຸ, ເຜົ່າອາຄາ, ເຜົ່າຢັ້ງ ແລະ ເຜົ່າມົ້ງ. ປະຊາຊົນພາຍໃນບ້ານສ່ວນຫຼາຍປະກອບອາຊີບປະສົມປະສານ, ລາຍຮັບລວມຍອດໃນໜຶ່ງປີຜ່ານມາບັນລຸ 4.348.400.000 ກີບ, ສະເລ່ຍ12.424.000 ກີບຕໍ່ຄົນຕໍ່ປີ, ຄອບຄົວທຸກຍາກເຫຼືອພຽງ 1 ຄອບຄົວ. ນອກນີ້, ທ່ານເລຂານາຍບ້ານຍັງໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ແລະ ຂໍ້ສະເໜີຈໍານວນໜຶ່ງ. ຈາກນັ້ນ, ທີມງານຂັ້ນເມືອງຕາງໜ້າແຕ່ລະຫ້ອງການທີ່ກ່ຽວຂ້ອງຂຶ້ນມີຄໍາເຫັນ ທັງຊີ້ແຈງຂໍ້ສະເໜີຂອງບ້ານ.

ໂອກາດນີ້ທ່ານ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ, ເລຂາພັກເມືອງເຈົ້າ ເມືອງ-ເມືອງບຸນເໜືອໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຂອງອົງການປົກຄອງບ້ານ ຕະຫຼອດເຖິງພໍ່ແມ່ປະຊາຊົນທີ່ມີຄວາມສາມັກຄີສາມາດຍາດໄດ້ໝາກຜົນອັນໃຫຍ່ຫຼວງພາໃຫ້ບ້ານມີການພັດທະນາ, ພ້ອມກັນນີ້ກໍເໜັ້ນໜັກໃຫ້ອົງການປົກຄອງບ້ານໃຫ້ເພີ່ມທະວີການນຳພາ ແລະ ສຶກສາອົບຮົມໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ເປັນເຈົ້າການແກ້ໄຂຄວາມທຸກຍາກຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກ, ເອົາໃຈໃສ່ຊຸກຍູ້ໃຫ້ລູກ ຫຼານເຂົ້າໂຮງຮຽນ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ