ໜ້າຫຼັກ / ການເຄື່ອນໄຫວ / ການນຳພັກ-ລັດເມືອງຜົ້້ງສາລີ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າ ປະທານໄກສອນພົມວີຫານ

ການນຳພັກ-ລັດເມືອງຜົ້້ງສາລີ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າ ປະທານໄກສອນພົມວີຫານ

14 May 2025 | (ພາບ ຂ່າວ : ສົມຈັນຄຸນແກ້ວ ) |

ເນື່ອງໃນໂອກາດ ກອງປະຊຸມໃຫ່ຍຜູ້ແທນຄະນະກໍາມະການແນວສ້າງຊາດເມືອງຜົ້ງສາລີຄັ້ງທີ VIII ອົງການ ນຳພັກ-ລັດເມືອງຜົ້ງສາລີ ເຊີ່ງນຳໂດຍທ່ານ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລີຫານງານພັກເມືອງ ເຈົ້າເມືອງຜົ້ງສາລີ,ພ້ອມດ້ວຍກຳມະການປະຈໍາພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງການ,ສອງກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ, ປະທານ-ຮອງປະທານອົງການຈັດຕັ້ງມະຫາຊົນ,ໄດ້ພ້ອມກັນວາງກະຕ່າດອກໄມ້ຢູ່ອະນຸສາວະລີຕໍ່ໜ້າຮູບປັ່ນຫຼໍ່ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ເປັນການສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ຈັດຕັ້ງນຳພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດເຮົາມາແຕ່ໄລຍະຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຍາດໄດ້ໄຊຊະນະຢ່າງສະຫງ່າງາມ ສະຖາປະນາ ສປປລາວ ສືບຕໍ່ນໍາພາທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດປົກປັກຮັກສາ ສ້າງສາປະເທດຊາດອັນແສນຮັກ, ວາງແນວທາງການປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກຢ່າງມີໄຊ. ເພື່ອເປັນການເຮັດໃຫ້ຄົນຮຸ່ນຫຼັງສຶບຕໍ່ນໍາເອົາມູນເຊື້ອອັນພິລະອາດຫານຂອງເພີ່ນເຂົ້າໃນການສຶກສາຮ່ຳຮຽນເອົາເປັນແບບຢ່າງໃນການຮັກຊາດ,ປົກປັກຮັກສາປະເທດຊາດເສຍສະຫຼະເພື່ອຊາດສືບທອດມູນເຊື້ອອັນອົງອາດກ້າຫານຕໍ່ສູ້ບໍ່ຍອມຈຳນົນ. ຜົນງານອັນໃຫຍ່ຫຼວງຂອງບັນພະບູລຸດທີ່ໄດ້ສ້າງໄວ້ ພວກເຮົາຈົ່ງພ້ອມກັນປົກປັກຮັກສາໝາກຜົນຂອງການປະຕິວັດລາວໃຫ້ໝັ້ນຄົງຖາວອນຕະຫຼອດໄປ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ