ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ

ໜ່ວຍພັກພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ

15 May 2025 | ( ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນແຂວງ). |

ກອງປະຊຸມໃຫຍ່ຂອງໜ່ວຍພັກພະແນກແຮງງານ ແລະ ສະຫັວດດີສັງຄົມແຂວງຜົ້ງສາລີ ໄດ້ດໍາເນີນຂື້ນຢ່າງເປັນ ທາງການ ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2025 ນີ້ ທີ່ຫ້ອງປະຊຸມໂຮຽຮງນເຕັກນີກ ວີຊາຊີບ ແບບປະສົມ ແຂວງຜົ້ງສາລີ,ໂດຍການເປັນປະທານ ສະຫາຍ ດຣ ບູນສາລີ ຈິດດາພອນ ກຳມະການພັກ ແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ,ບັນດາຄະນະໜ່ວຍພັກ,ອ້ອມຂ້າງ ພ້ອມສະມາຊິກພັກສົມບູນ ແລະ ສໍາຮອງໜ່ວຍ ພັກພາຍໃນພະແນກເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ນາງ. ວັນ ຍັນຊະນະ ຄະນະພັກ, ຫົວໜ້າປະກັນສັງຄົມແຂວງ,ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດດໍາເນີນກອງປະຊຸມໃຫ່ຍສະມາຊິກພັກ ສະໄໝທີ X ຂອງໜ່ວຍພັກ ພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີແລະຜ່ານ ມະຕິຕົກລົງແຕ່ງຕັ້ງກອງເລຂາບັນທຶກກອງປະຊຸມ.
ຈາກນັ້ນສະຫາຍ ດຣ ບູນສາລີ ຈິດດາພອນ ກຳມະການພັກ ແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ, ໄດ້ກ່າວເປີດກອງປະຊຸມໃຫ່ຍ ຄັ້ງທີ X ຂອງໜ່ວຍພັກພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ, ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໃນໄລຍະ 5 ປີ ຜ່ານມາ ຄະນະໜ່ວຍ ພັກ ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາປັບປຸງກົງຈັກການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງ ມະຫາຊົນ ໃຫ້ກະທັດລັດ, ມີຄວາມເຂັ້ມແຂງ ໂດຍການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ, ສ້າງແຜນບຳ ລຸງກໍ່ສ້າງຍົກລະດັບໃຫ້ແກ່ພະນັກງານໃນແຕ່ລະໄລຍະ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນ. ໄດ້ປັບປຸງ ກົງຈັກການຈັດຕັ້ງ ໂດຍໂຮມຂະແໜງການເຂົ້າກັນ ຈາກ 6 ຂະແໜງ ລົງມາເປັນ 4 ຂະແໜງ ແລະ 1 ຫ້ອງການ ເຊີງປະຈຸບັນຄະນະໜ່ວຍພັກປະກອບມີ 3 ສະຫາຍ, ຍິງ 1 ສະຫາຍ. ມີສະມາຊິກພັກທັງໝົດ 37 ສະຫາຍ, ຍິງ. 20 ສະຫາາຍ. ສົມບຸນ 31 ສະຫາຍ, ຍິງ 17 ສະຫາຍ. ສໍາຮອງ 6 ສະຫາຍ, ຍິງ 3 ສະຫາຍ ຈາກນັ້ນ ສະຫາຍ ທອງສີ ອາຣະຍະສານ ຮອງເລຂາໜ່ວຍ ຮອງ ຫົວໜ້າພະ
ແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ,ຜ່ານບົດແຜນພັດທະນາວຽກງານແຮງານ ແລະ ສະຫັວດີການສັງຄົມແຂວງ, ການຈັດຕັ້ງປະຕິບັດວຽກງານແຮງງານ ແລະ ສະຫັວດດີການສັງຄົມ ແຕ່ປີ (2021-2025)ວາງທິດທາງແຜນການ ແຕ່ປີ (2026-2030) ຈາກນັ້ນ ສະຫາຍ ດຣ ບູນສາລີ ຈິດດາພອນ ກຳມະການພັກ ແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ,ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ,ພະແນກ ແຮງງານ ແລະ ສະຫັວດດີການສັງຄົມແຂວງ,ແລະ ຜູ້ແທນກອງປະຊຸມໄດ້ປະກອບຄຳຄິດ-ຄຳເຫັນໃສ່ຮ່າງບົດລາຍງານການເມືອງ ແຜນພັດທະນາເສດຖະກິດ ແລະ ບົດສຳຫຼວດການນຳພລວມຂອງຄະນະພັກ ຈາກນັ້ນ, ຄະນະພັກຊຸດເກົ່າ ກ່າວລາໜ້າທີ ຈາກນັ້ນອານຸກຳມະການບຸກຄະລາກອນຂັ້ນແຂວງ ຜ່ານມາດຖານເງື່ອນໄຂຜູ້ອອກສະ
ໜັກເລືອກຕັ້ງຄະນະພັກ ພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ ຊຸດທີ X ພ້ອມທັງ ຜ່ານມະຕິຕົກລົງບຸກຄະລາກອນທີ່ຈະອອກສະໜັກເລື່ອກຕັ້ງຄະນະໜ່ວຍພັກ ພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ ຊຸດໃໜ່ ຈາກນັ້ນ ສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະ
ນະຈັດຕັ້ງແຂວງ, ຮອງຫົວໜ້າຄະນະບຸກຄະລະກອນ ຂັ້ນແຂວງ, ໄດ້ມີຄຳເຫັນທິດຊີ້ນຳຕໍ່ການເລື່ອກຕັ້ງຄະນະພັກພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຜົ້ງສາລີ ຊຸດທີ X ພ້ອມທັງດໍາເນີນການ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ໂດຍເປັນເອກະພາບກັນຄັດເລືອກເອົາສະຫາຍ ດຣ ບູນສາລີ ຈິດດາພອນ ເປັນເລຂາ, ສະ
ຫາຍ .ທວນ ມະນີວົງ ເປັນຮອງເລຂາ ແລະ ສະຫາຍ .ນາງ. ວັນ ຍັນຊະນະ .ເປັນ ກຳມະການໜ່ວຍພັກ,ທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ. ທອງສະຫັວນ ລີວົງຄຳ ເປັນຮອງ ປະທານກວດກາ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ