ທະນາຄານ ແຫ່ງສປປ ລາວ ພາກເໜືອ ແຂວງອຸດົມໄຊແລະ8ພະແນກການແຂວງຜົ້ງສາລີ ເຊັນບົດບັນທືກຄວາມເຂົ້າໃຈຮ່ວມມື ແລະ ແລກປຽ່ນຂໍ້ມູນວິຊາການ
15 May 2025 | ຂ່າວ:ສົມຄິດ |
ພິທີເຊັນບົດບັນທືກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ແລະ ແລກປ່ຽນຂໍ້ມູນດ້ານວິຊາການ ລະຫວ່າງ ສາຂາທະນາຄານ ແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ແລະ 8ພະແນກການທີ່ກ່ຽວຂ້ອງ ພາຍໃນແຂວງຜົ້ງສາລີ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2025ນີ້ ທີ່ຫ້ອງປະຊຸມຊັ້ນ 3 ທະນາຄານນະໂຍບາຍ ສາຂາແຂວງຜົ້ງສາລີ ໂດຍການເປັນປະທານຂອງທ່ານວິສອນ ລາວເມົາ ຮອງເຈົ້າແຂວງ,ຜູ້ຊີ້ນຳຂົງເຂດເສດຖະກິດແຂວງຜົ້ງສາລີ, ເຂົ້າຮ່ວມມີທ່ານ ເສີມທະວີ ສີຫາຝົນ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວພາກເໜືອ ແຂວງອຸດົມໄຊ,ມີຄະນະພະແນກທີ່ເປັນຕົວແທນຈາກ 8 ພະແນກການທີ່ກ່ຽວຂ້ອງພາຍໃນແຂວງຜົ້ງສາລີ ແລະວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ເສີມທະວີ ສີຫາຝົນ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວພາກເໜືອ ແຂວງອຸດົມໄຊ.ໄດ້ຂື້ນລາຍງານຜົນສຳເລັດການກະກຽມເນື້ອໃນຂອງບົດບັນທືກຄວາມເຂົ້າໃຈ ເຊີງເປັນຂໍ້ມູນພື້ນຖານໃນການກຳນົດນະໂຍບາຍ,ຍຸດທະສາດແລະການແກ້ໄຂບັນຫາທີເກີດຂື້ນມີຄວາມຈຳເປັນຕ້ອງໄດ້ມີການປະສານສົມທົບກັບພາກສວ່ນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ມີປະສິດທິພາບແລະແລກປ່ຽນກັນດ້ານຂໍ້ມູນວິຊາການໃຫ້ມີຄວາມກົມກຽວ,ຄອ່ງຕົວ,ຖືກຕ້ອງ,ຄົບຖ້ວນ ແລະ ທັນສະພາບການຫລາຍຂື້ນ.
ຈາກນັ້ນ, ຕາງຫນ້າ 8 ພະແນກການທີ່ກ່ຽວຂ້ອງ ພາຍໃນແຂວງຜົ້ງສາລີຄື່:ພະແນກ ແຜນການ ແລະການລົງທຶນ, ພະແນກ ອຸດສາຫະກຳ ແລະ ການຄ້າ, ພະແນກການເງີນ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກກະສິກຳ ແລະປ່າໄມ້, ພະແນກຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ພາສີປະຈຳແຂວງ ແລະພະແນກຕຳຫລວດປ້ອງກັນເສດຖະກິດໄດ້ພັດປ່ຽນກັນຂື້ນເຊັນບົດບັນທືກກັບ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວພາກເໜືອ ແຂວງອຸດົມໄຊຕາມລຳດັບ.
ການເຊັນສັນຍາໃນເທື່ອນີ້ແມ່ນເພື່ອຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງທ່ານນາຍົກລັດຖະມົນຕີເລກທີ10/ນຍ ແລະເລກທີ13/ນຍດ້ວຍຮູບແບບການຮ່ວມມືສອງຝ່າຍ, ພ້ອມທັງເປັນການສ້າງເງື່ອນໄຂໃນການແລກປ່ຽນຂໍ້ມູນດ້ານວິຊາການເພື່ອຈັດຕັ້ງປະຕິບັດນິຕິກຳທີ່ກ່ຽວຂ້ອງໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດ
ຖະກິດ- ການເງີນ ແລະວຽກງານຄຸ້ມຄອງເງີນຕາຕ່າງປະເທດ
Share: