ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກສານປະຊາຊົນແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ III

ໜ່ວຍພັກສານປະຊາຊົນແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ III

16 May 2025 | ຂ່າວ: ສົມຄິດ ແກ້ວນວນລາ |

ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກສານປະຊາຊົນແຂວງຜົ້ງສາລີ ຄັ້ງທີ III ໄດ້ດຳເນີນຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025 ນີ້ ທີ່ຫ້ອງປະຊຸມສານປະຊາຊົນແຂວງ ໂດຍການເປັນປະທານ ແລະ ກ່າວເປີດຂອງສະຫາຍ ອິກ ເພັງສະໝຸດ ເລຂາໜ່ວຍພັກ,​ຮັກສາການ ປະທານສານປະຊາຊົນແຂວງຜົ້ງສາລີ, ໂດຍການເປັນກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຜົ້ງສາລີ,​ ມີສະຫາຍ ພູເງີນ ສີຫາບຸດ​ຮອງເລຂາໜ່ວຍພັກ ຮອງປະທານສານປະຊາຊົນແຂວງ,​ ເຂົ້າຮ່ວມມີບັນດາສະຫາຍຄະນະໜ່ວຍພັກ, ອະນຸກຳມະການບຸກຄະລາກອນຂັ້ນແຂວງ,​ສະພາປະຊາຊົນແຂວງ,​ໜ່ວຍພັກອ້ອມຂ້າງ ພ້ອມສະມາຊິກພັກສົມບູນ ແລະ ສຳຮອງຂອງໜ່ວຍພັກດັ່ງກ່າວ.
ໃນກອງປະຊຸມສະຫາຍ ອິກ​ເພັງສະໝຸດ ເລຂາໜ່ວຍພັກ, ຮັກສາການປະທານສານປະຊາຊົນ ແຂວງຜົ້ງສາລີ​ ໄດ້ຂື້ນກ່າວເປີດກອງປະຊຸມ ແລະ ຜ່ານຮ່າງບົດລາຍງານການເມືອງຂອງໜ່ວຍພັກ ໃນໄລຍະ 5 ປີ 2021 - 2025 ຜ່ານມາ.​ ເຊີງປະຈຸບັນໜ່ວຍພັກມີຄະນະພັກ 3 ສະຫາຍ,​ມີສະມາຊິກພັກທັງໝົດ 22 ສະຫາຍ,​ຍິງ​ 8​ ສະຫາຍ,​ ຄະນະໜ່ວຍພັກ ໄດ້ຖືເອົາການສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ - ລັດຖະກອນ ໂດຍການເຊື່ອມຊືມແນວທາງ ນະໂຍບາຍ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ຂະຫຍາຍສະມາຊິກພັກໄດ້ 5 ສະຫາຍ,​ຍິງ​2 ສະຫາຍ,​ ສາມາດຮັກສາໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 4 ປີຊ້ອນ ແຕ່ປີ 2020-2025,​ ປັບປຸງ ກໍ່ສ້າງພັກ - ກໍ່ສ້າງພະນັກງານເປັນເຈົ້າການຍົກສູງຄວາມຮູ້ ຄວາມສາມາດຂອງພະນັກງານສະມາຊິກພັກທາງດ້ານທິດສະດີການເມືອງ ແລະ​ ວິຊາສະເພາະ,​ ນຳພາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຢ່າງເປັນປົກກະຕິ,​ ນຳພາການປ້ອງກັນພາຍໃນ​ພັກ​ແລະ​ ປ້ອງກັນສຳນັກງານມີຄວາມສະຫງົບດີ,​ ນຳພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງ ບັນດາຄະນະສານ 6 ຄະນະ​ຮັບສຳນວນຄະດີມາຄົ້ນຄວ້າລວມທັງໝົດ​ 606 ເລື່ອງ,​ຄົ້ນຄວ້າ ແລະ​ ຕັດສີນເປັນຂັ້ນຕົ້ນ ແລະ​ ຂັ້ນອຸທອນມີ 594 ເລື່ອງ,​ ຍັງຄ້າງ 17 ເລື່ອງ; ຈັດຕັ້ງປະຕິບັດວາລະແຫ່ງຊາດຢ່າງເປັນເຈົ້າການ; ລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ ແລະ​ ຕາມທິດ​3 ສ້າງ; ພົວພັນຮ່ວມມືກັບຕ່າງປະເທດ ຕາມແນວທາງຂອງພັກ. ພ້ອມທັງຜ່ານທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ 2026 - 2030. ພ້ອມນີ້ຄະນະພັກຊຸດເກົ່າໄດ້ຜ່ານບົດສຳ
ຫຼວດການນຳພາລວມ ແລະ ຜູ້ແທນທີ່ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ​ ແລະ​ພ້ອມກັນຮັບຮອງເອົາບົດລາຍງານ ແລະ​ ບົດສຳຫລວດການນຳພາລວມ.​ຈາກນັ້ນ,​ ຄະນະ
ພັກຊຸດເກົ່າໄດ້ຂື້ກ່າວລາໜ້າທີ ພ້ອມທັງ ດຳເນີນການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່​ເຊີງມີຜູ້ສະໝັກ​ 5 ສະຫາຍ,​ ຍິງ​ 1 ສະຫາຍ ໂດຍເປັນເອກະພາບກັນຄັດ
ເລືອກເອົາສະຫາຍ​ ອິກ ເພັງສະໝຸດ ເປັນເລຂາໜ່ວຍພັກ, ສະຫາຍ ຄຳເລີດ ອຸ່ນນະຄຳ​ ເປັນຮອງເລຂາ
ສະຫາຍ ບຸນປັນ ເພັດສະໝອນ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ​ ນາງ​ ຈັນສະໄໝ ນະຄອນສຸກ ເປັນຮອງປະທານກວດກາພັກ​ພ້ອມທັງຄັດເລືອກເອົາຜູ້ແທນສົມບູນ ແລະ​ ສຳຮອງໄປເຂົ້າຮ່ວມກອງປະຊຸມອົງຄະນະພັກແຂວງ.
ໂອກາດນີ້ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຊີ້ນຳຂອງ ສະຫາຍ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຜົ້ງສາລີ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກ, ສະມາຊິກ ພັກພາຍໃນໜ່ວຍຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ເພີ້ມທະວີ ການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ - ລັດຖະກອນ ເປັນປົກກະຕິ, ປັບປຸງ ບຸກຄະລາກອນ, ປັບປຸງອົງການຈັດຕັ້ງ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ແບ່ງໜ້າທີໃຫ້ຄະນະໜ່ວຍພັກຢ່າງຈະແຈ້ງ, ປະສານສົມທົບກັບສາຍຕັ້ງ - ສາຍຂວາງໃຫ້ກົມກຽວກວ່າເກົ່າ ເພື່ອພັດທະນາວຽກງານ ສານປະຊາຊົນແຂວງກ່າວຂື້ນຢ່າງຕໍ່ເນື່ອງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ