ສໍາເລັດກອງປະຊຸມໃຫຍ່ຜູ້ແທນຄະນະກໍາມະການແນວລາວສ້າງຊາດ ເມືອງຂວາ ຄັ້ງທີ VII
16 May 2025 | ສອນໄຊ ແສງມະນີ |
ກອງປະຊຸມໃຫຍ່ຜູ້ແທນຄະນະກໍາມະການແນວລາວສ້າງຊາດ ເມືອງຂວາ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 16
ພຶດສະພາ 2025 ນິ້, ທີ່ສະໂມສອນຂອງເມືອງຂວາ, ແຂວງຜົ້ງສາລີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງຂວາ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພອນໄຊ ແກ້ວສົມພັນ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ທ່ານ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງຂວາ, ມີບັນດາທ່ານຄະນະກໍາມະການແນວລາວສ້າງຊາດແຂວງ, ເມືອງ, ແຂກເຊີນພ້ອມດ້ວຍຄະນະຮັບຜິດຊອບຂັ້ນເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງຂວາ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງລາຍງານການເມືອງ 2 ພາກ ແລະ ຄາດຫມາຍສູ້ຊົນ, ທິດທາງຫນ້າທີ ແລະ ວຽກງານຈຸດສຸມ 5 ປີ 2025-2029 ຂອງຄະນະກໍາມະການແນວລາວສ້າງຊາດເມືອງ ທັງຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານເປັນຕົ້ນແມ່ນຜົນງານທີ່ພົ້ນເດັ່ນໃນໄລຍະ ໃນ 5 ປີຜ່ານມາ ຄະນະກໍາມະການແນວລາວສ້າງຊາດເມືອງ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ - ແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາ ເຜົ່າ, ຊັ້ນຄົນ, ສາສະຫນາ, ເພດ - ໄວ ແລະ ການຈັດຕັ້ງສັງຄົມຕ່າງໆ ໃຫ້ເປັນປຶກແຜ່ນ ແລະ ມີຄວາມສະຫງົບ, ດ້ວຍການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິຄໍາສັ່ງ ແລະ ລັດຖະທໍາມະນູນ, ລະບຽບກົດຫມາຍຕ່າງໆອັນໄດ້ເຮັດໃຫ້ປະຊາ
ຊົນບັນດາເຜົ່າ, ເພດໄວ, ສາສະໜາຢູ່ຮ່ວມ ກັນດ້ວຍສັນຕິ, ມີຄວາມສາມັກຄີປອງດອງ, ຊ່ວຍເຫລືອເຊີ່ງກັນ ແລະ ກັນ, ມີສິດສະເໜີພາບ, ບໍ່ດຸໝີ່ນ, ບໍ່ຈໍາແນກເພດເຜົ່າ ແລະ ຮີດຄອງປະເພນີ, ສົ່ງເສີມວັດທະນະທໍາ, ຮີດຄອງປະເພນີ ອັນດີງາມຂອງບັນດາເຜົ່າ, ການຈັດງານບຸນປະເພນີຂອງເຜົ່າ, ເອົາໃຈໃສ່ຊຸກຍູ້ການກໍ່ສ້າງ, ປະຕິສັງຂອນ
ວັດວາອາຣາມ, ປຸກລະດົມຂົນຂວາຍທຸກຊັ້ນຄົນປະກອບສ່ວນ 2 ໜ້າທີ່ຍຸດທະສາດ ອັນພົ້ນເດັ່ນແມ່ນສໍາເລັດໃນການປະກາດ, ຮັບຮອງບ້ານສາມັກຄີປອງດອງແລ້ວ 61 ບ້ານ, ກວມ 65,59% ຂອງບ້ານໃນທົ່ວເມືອງ, ຊຸກຍູ້ການສ້າງກອງທຶນແນວລາວສ້າງຊາດໄດ້ 7 ບ້ານ, ມີສະມາຊິກກອງທຶນ 393 ທ່ານ, ມີເງິນກອງທຶນທັງໝົດ 802,000,000 ກີບ. ຊຸກຍູ້ບັນດາອົງການພາຄີ, ອົງການຈັດຕັ້ງສັງຄົມພະນັກງານ - ລັດຖະກອນ, ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນເມືອງ ພ້ອມກັນເປີດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ເຂົ້າຮ່ວມ ວຽກງານກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ການສ້າງບ້ານໃຫຍ່ກາຍເປັນ ຕົວເມືອງນ້ອຍໃນຊົນນະບົດ, ປະຕິບັດ ວຽກງານຕາມທິດ 3 ສ້າງ. ກອງປະຊຸມກໍ່ໄດ້ ຜັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນ ຢ່າງເລິກເຊີ່ງເພື່ອເຮັດໃຫ້ວຽກງານແນວລາວສ້າງຊາດເມືອງຂວາ, ມີບາດ
ກ້າວຂະຫຍາຍຕົວດີຂື້ນ,ໃນການຊີ້ນໍາ-ນາພາຂອງຄະນະກໍາມະການແນວລາວສ້າງຊາດຂອງເມືອງຂວາ ໃນໄລຍະຜ່ານມາ.
ຈາກນັ້ນ,ກໍ່ຜ່ານມາດຖານເງື່ອນໄຂ ແລະ ໂຄງປະກອບບຸກຄະລາກອນຄະນະກໍາມະການແນວລາວສ້າງເມືອງຊຸດໃໝ່,ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາ ທ່ານ ນາງດາວອນ ພິລາວັນ ເປັນປະທານແນວລາວສ້າງຊາດ, ທ່ານ ແສງສຸລີ ວົງສະຫວັນ ແລະ ທ່ານທິດສົມຫວັງ ແສງສຸລິວົງ ເປັນຮອງປະທານແນວລາວສ້າງຊາດເມືອງ. ພ້ອມນັ້ນກອງປະຊຸມຍັງໄດ້ຮັບຮອງເອົາຄະນະກໍາມະການແນວລາວສ້າງຊາດເມືອງຂວາ 33 ທ່ານ, ຍິງ 4 ທ່ານ.
ຕອນທ້າຍ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງທ່ານ ພອນໄຊ ແກ້ວສົມພັນ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ ຄະນະນະກຳມະການແນວລາວສ້າງຊາດເມືອງ ເອົາໃຈໃສ່ ປັບປຸງກົງຈັກການຈັດຕັ້ງແນວລາວສ້າງຊາດ ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເຊື່ອມຊຶມກຳແໜ້ນ ທີ່ຕັ້ງ ພາລະບົດບາດ ແລະ ໜ້າທີ່ວຽກງານແນວລາວສ້າງຊາດ ແລະ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ, ເພີ່ມທະວີຄວາມສາມັກຄີປອງດອງ ເປັນຈິດໜຶ່ງໃຈດຽວສຸມທຸກສະຕິປັນຍາ, ຄວາມຮູ້-ຄວາມສາມາດ ແລະ ທຶນຮອນ ເຂົ້າໃນການສ້າງສາພັດທະນາເມືອງຂວາ,
ຄຽງຄູ່ໄປກັບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ, ພ້ອມທັງນໍາເອົາເນື້ອໃນຜົນສໍາເລັດກອງປະຊຸມໃຫຍ່ໃນຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ກ້ວາງຂວາງ ແລະ ເລິກເຊິ່ງຢູ່ບັນດາທ້ອງຖິ່ນໃຫ້ໄດ້ຮັບຜົນສູງ .
Share: