ໜ້າຫຼັກ / ການເຄື່ອນໄຫວ / ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 02 ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດ ບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມປະຈໍາປີ 2025

ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 02 ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດ ບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມປະຈໍາປີ 2025

16 May 2025 | ພາບ-ຂ່າວ: ນາງ ຈັນສະໝອນ |

ໃນຕອນເຊົ້າວັນທີ 16 ພຶດສະພາ 2025 ທີ່ ຫ້ອງປະຊຸມຊັ້ນສາມອົງການປົກຄອງເມືອງບຸນເໜືອ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 02 ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດ ບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມປະຈໍາປີ 2025 ເຊີ່ງນໍາ ໂດຍ ທ່ານ ອູ່ຄໍາ ຕຸລາພັນ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຜົ້ງສາລີ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 02 ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງໃນຄັ້ງນີ້ ມີ ທ່ານ ສົມພາບ ດາລາຈັກ ກໍາມະການພັກແຂວງເລຂາພັກເມືອງ ເຈົ້າເມືອງໆບຸນເໜືອ-ມີບັນດາທ່ານຮອງເຈົ້າເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ,
ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າຫ້ອງການ ໃນຂົງເຂດວັດທະນະທໍາ-ສັງຄົມ ພ້ອມດ້ວຍວິຊາການຜູ້ເຮັດວຽກບໍລິຫານຂັ້ນເມືອງເຂົ້າ
ຮ່ວມ.
ກອງປະຊຸມ ຕິດຕາມກວດກາ ການຈັດຕັ້ງປະຕິບັດ ບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມປະຈໍາປີ 2025 ຄັ້ງນີ້ ບັນດາພະແນກການທີ່ກ່ຽວຂ້ອງ ໃນຂົງເຂດວັດທະນະທໍາ-ສັງຄົມແຂວງ ໄດ້ຮັບຟັງການລາຍງານບັນດາຄາດໝາຍຕ່າງໆຕາມຄໍາຖາມເຈາະຈີ້ມ ຈາກບັນດາຫ້ອງການໃນຂົງເຂດວັດທະນະທໍາ-ສັງຄົມຂັ້ນເມືອງ ຢ່າງມີຄວາມຮັບຜິດຊອບສູງໃນການປະຕິບັດວຽກງານ ຢ່າງລະອຽດ ຈາກນັ້ນ ປະທານກອງປະຊຸມໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ແຕ່ລະພາກສ່ວນປະກອບຄໍາເຫັນບົດລາຍງານຂອງເມືອງ-ແຂວງ ເພື່ອເຮັດໃຫ້ເນື້ອໃນຂອງກອງປະຊຸມໃນຄັ້ງນີ້ ມີຄຸນນະພາບ ແລະ ນໍາໄປຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ຖືກຕ້ອງສອດຄ່ອງຕາມ ໜ້າທີ່ວຽກງານຂອງຕົນໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ