ກອງບັນການທະຫານເມືອງສຳພັນ ແຂວງຜົ້ງສາລີ ຈັດຕັ້ງຫັດແອບຍິງລູກປືນແທ້ ປະຈຳໄຕມາດທີ I ປີ 2025.
15 May 2025 | ( ຂ່າວໂດຍ:ຄຳຮຸ່ງ ) |
ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2025 ນີ້. ກອງບັນການທະຫານເມືອງສຳພັນ
ແຂວງຜົ້ງສາລີ ໄດ້ຈັດຕັ້ງຫັດແອບຍິງລູກປືນແທ້ ປະຈຳໄຕມາດທີ I ປີ 2025,ໂດຍການເຂົ້າຮ່ວມຂອງທ່ານ ທອງຕື ເກຍສະບົງ ກຳມະການພັກແຂວງ ເລຂາພັກເມືອງ,ເຈົ້າເມືອງສຳພັນ,ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ,ມີທ່ານ ພັຕ ສົມເພັດ ຄູນປະເສີດ ກຳມະການພັກເມືອງ,ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງສຳພັນ,ມີແຂກຖຶກເຊີນຈາກຄະນະນຳຂອງເມືອງ,
ຫົວໜ້າຫ້ອງການ,ເລຂາພັກນາຍບ້ານ ຕະຫຼອດຮອດບັນດາສະຫາຍຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ທ່ານ ພັຕ ສົມເພັດ ຄູນປະເສີດ ກຳມະການພັກເມືອງ,ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງສຳພັນ,ໄດ້ໃຫ້ຮູ້ວ່າ;ການຈັດ ຕັ້ງຫັດແອບຍີງລູກປືນແທ້ໃນຄັ້ງນີ້ ແມ່ນການປັບປຸງກໍ່ສ້າງກຳລັງປະ ກອບອາວຸດຢູ່ຂັ້ນກົມກອງໃຫ້ເຂັ້ມແຂງ,ທັງເປັນການຍົກສູງຄວາມຮູ້,ຄວາມສາມາດ,ຄວາມຊໍານິຊໍານານໃຫ້ພະນັກງານ-ນັກຮົບ,ໃນການນຳໃຊ້ອາວຸດຂອງເຫຼົາລົບວິຊາສະ ເພາະ ແລະ ຮັບປະກັນ ສາມາດດັບສູນເປົ້າໝາຍໄດ້ຕາມລະດັບຄາດໝາຍ ແລະ ພ້ອມທັງທວນຄືນດ້ານສີລະປະຍຸດ-ຍຸດທະວິທີຂອງທະຫານຮາບ ຢ່າງຖືກຕ້ອງ ແລະ ເປັນການປະສານສົມທົບລະຫວ່າງພາກທິດສະດີຫຼັກການກັບການ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງຢູ່ສະ
ໜາມ ໃຫ້ມີໄຫວພິກຄ່ອງແຄວ ຮູ້ນໍາໃຊ້ອາວຸດສົມທົບບັນດາຮູບການຕໍ່ສູ້ຢ່າງຊໍານິຊໍານານ,ແກ້ໄຂສະພາບການທີ່ເກີດຂຶ້ນໃຫ້ໄດ້ທັນເວລາ, ນອກນັ້ນຍັງໄດ້ຮັບຟັງການສະຫຼູບຜົນໄດ້ຮັບແຕ່ລະພາກທີ່ໄດ້ຮຽນຕົວຈິງມີດັ່ງນີ້:ພາກການເມືອງ.ເກັ່ງ 35 ສະຫາຍ ກວມເອົາ 37,2%. ກາງ 49 ສະຫາຍ,ກວມເອົາ 52%.ຄາດໝາຍ 10 ສະຫາຍ,
ກວມເອົາ10,6%,ສະເລ່ຍ 99.8%,ພາກລະ ບຽບ.ເກັ່ງ 25 ສະຫາຍ ກວມເອົາ 26,5%.ກາງ 49 ສະຫາຍ ກວມ 52%.ຄາດໝາຍ 20 ສະຫາຍ ກວມ 21,2%. ສະເລ່ຍ 99.7%.ພາກພະລາທິການ-ເຕັກນິກ:ເກັ່ງ 29 ສະຫາຍ ກວມ 30,8%.ກາງ 45 ສະຫາຍ ກວມເອົາ 47,8%.ຄາດໝາຍ 20 ສະຫາຍ 21,2%.ສະເລ່ຍ 99.8%.ຜ່ານການຕີລາຄາຂອງຄະນະພັກ-ຄະນະບັນຊາ ແລະ ຄູອາຈານຕີລາ ຄາໝາກຜົນການຮໍ່າຮຽນໃນຊຸດນີ້ຜູ້ທີ ຮຽນດີ, ຮຽນເກັ່ງແຕ່ລະວິຊາ ປະເພດທີ 1 ມີ 20 ສະຫາຍ.ປະແພດທີ II ມີ 35 ສະຫາຍ ປະເພດທີ III ມີ 9 ສະຫາຍ.
ໂອກາດດັ່ງກ່າວເພື່ອເຮັດໃຫ້ການຫັດແອບຍີງລູກປືນແທ້ຄັ້ງນີ້ມີຄວາມໜາຍຄວາມສຳຄັນ ໃຫ້ແກ່ພະນັກງານ-ນັກ ຮົບກອງບັນຊາການທະຫານເມືອງສຳພັນ ໃນຄັ້ງນີ້ ທ່ານ ເຈົ້າເມືອງໆສຳພັນ,ກໍ່ໄດ້ໃຫ້ກຽດໂອ້ລົມເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ,ຄູອາຈານ,ຄະນະບັນຊາ ແລະ ນັກຮົບທີໄດ້ຕັ້ງໜ້າປະ
ກອນສ່ວນຊີ້ນຳ,ສິດສອນດ້ວຍຄວາມຮັບຜິດຊອບສູງ,ເຮັດໃຫ້ການຫັດແອບສຳເລັດໄປດ້ວຍດີ ແລະ ປອດໄພ 100%,ຈາກນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ,ຄະນະບັນຊາສືບຕໍ່ເປັນເຈົ້າການໃນການເຮັດວຽກການເມືອງ-ແນວຄິດໃຫ້ແກ່ພະນັານ-ນັກ ຮົບແຕ່ລະສະຫາຍໃຫ້ຮູ້ເຖີງໜ້າທີຄວາມຮັບຜິດຊອບຂອງຕົນເອງ,ຮຽກຮອງໃຫ້ພະນັກງານ-ນັກຮົບທີ່ເຂົ້າຮ່ວມໃນຄັ້ງນີ້ຈົ່ງພ້ອມກັນນຳເອົາບົດຮຽນປະສົບການທັງໝົດ ທີ່ໄດ້ຝືກນີ້ໄປຈັດຕັ້ງປະຕິບັດຢູ່ໃນໜ້າວຽກວິຊາະເພາະຂອງຕົນເອງຢ່າງຕັ້ງໜ້າ.
Share: