ໜ້າຫຼັກ / ການເຄື່ອນໄຫວ / ກອງບັນຊາການທະຫານແຂວງຜົ້ງສາລີ, ຈັດພິທີມອບຫຼຽນກາລະນຶກ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ.

ກອງບັນຊາການທະຫານແຂວງຜົ້ງສາລີ, ຈັດພິທີມອບຫຼຽນກາລະນຶກ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ.

06 Sep 2024 | ທອງໄຊ ແສງອຸົມ |

ໂດຍອີງຕາມກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ລົງວັນທີ 03 ພຶດສະພາ 2017 ຕອນເຊົ້າຂອງວັນທີ 05 ກັນຍາ 2024 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງກອງບັນຊາການທະຫານແຂວງຜົ້ງສາລີ, ໄດ້ຈັດພິທີປະດັບຫຼຽນກາລະນຶກ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ( 14 ເມສາ 1955-14 ເມສາ 2020), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົງສາລີ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ, ອົງການ 5 ຫ້ອງ, ໂຮງໝໍທະຫານແຂວງ, ກອງຮ້ອຍ 23 ແລະ ກອງຮ້ອຍ 409 ເຂົ້າຮ່ວມ.

ສະຫາຍ ພັນໂທ ຄໍາເຮົ້າ ສຸກຍະລາດ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 286/ສຊປລ, ນະຄອນຫຼວງວຽງຈັນ, ລົງວັນທີ 10 ເມສາ 2024, ວ່າດ້ວຍການມອບຫຼຽນກາລະນຶກ 65 ປີ, ວັນສ້າງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ບຸກຄົນແຂວງຜົ້ງສາລີ, ທີມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນໄລຍະຜ່ານມາ. ໃນນີ້: ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຫັນດີມອບຫຼຽນກາລະນຶກ 65 ປີ, ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃຫ້ແກ່ບຸກຄົນຂອງກອງບັນຊາການທະຫານແຂວງຜົ້ງສາລີ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ( 14 ເມສາ 1955-14 ເມສາ 2020) ຈໍນວນ 16 ສະຫາຍ, ຍິງ 4 ສະຫາຍ; ໃນພິທີດັ່ງກ່າວ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ໃຫ້ກຽດຂຶ້ນປະດັບຫຼຽນກາລະນຶກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຕາມລໍາດັບ.

ພ້ອມທັງໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະໃນຕະຫຼອດ ໄລຍະຜ່ານມາ ຈົ່ງເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດ, ໃຫ້ສະມາຊິກຊາວໜຸ່ມມີຄວາມເຂັ້ມແຂງທາງດ້ານການເມືອງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍ, ໃຫ້ໜັກແໜ້ນດີຂຶ້ນກວ່າເກົ່າ ນໍາເອົາເນື້ອໃນ 4 ບຸກຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວາງອອກ ໄປຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດທິພາບສູງຂຶ້ນເລື່ອຍໆ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ