ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2025 ນີ້ ທ່ານ ວັນໄຊ ຊົ່ງຊາຢູ ຮອງປະທານຄະນະກວດກາສູນກາງພັກ
ແລະ ອົງການກວດກາແຫ່ງລັດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຍອດອູ ແຂວງຜົ້ງສາລີ ໂດຍມີທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ພ້ອມດ້ວຍພະນັກງານພາຍໃນຫ້ອງການກວດກາຕ້ອນຮັບຢ່າງອົບອຸ່ນ, ໃນໂອກາດນີ້ທ່ານ ວັນໄຊ ຊົ່ງຊາຢູ ພ້ອມດ້ວຍຄະນະກໍ່ໄດ້ຮັບຟັງການລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດວຽກງານກວດກາເມືອງ ຍອດອູ ຈາກທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເຊິ່ງທ່ານໄດ້ກ່າວວ່າ: ຫ້ອງການກວດກາພັກ-ລັດເມືອງຕັ້ງຢູ່ຈຸດໃຈກາງເມືອງ, ເປັນເສນາທິການໃຫ້ແກ່ກໍາມະການປະຈໍາພັກເມືອງ, ກຳມະການປະຈຳພັກເມືອງເປັນຜູ້ຊີ້ນຳໂດຍກົງ, ປະກອບມີ 3 ໜ່ວຍງານ, ມີພະນັກນັກງານກວດກາ 5 ທ່ານ, ຍິງ 2 ທ່ານ, ປະທານ 1 ທ່ານ, ຮອງປະທານ 2 ທ່ານ, ຍິງ 1 ທ່ານ, ຫົວໜ້າໜ່ວຍງານ 1 ທ່ານ, ຍິງ 1 ທ່ານ, ຮອງໜ່ວຍງານ1 ທ່ານ. ໃນໄລຍະທີ່ຜ່ານມາ ຄະນະກວດກາພັກ-ລັດເມືອງໄດ້ພ້ອມກັນຄົ້ນຄ້ວາ ແລະ ເຊື່ອມຊຶມບັນດານິຕິກຳຕ່າງໆເປັນຕົ້ນແມ່ນ ກົດລະບຽບຂອງພັກສະໄໝທີ XI, ກົດໝາຍວ່າດ້ວຍກວດກາລັດ, ກົດໝາຍວ່າດ້ວຍແກ້ໄຂຄຳຮ້ອງທູກ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ນິຕິກຳຕ່າງໆຂອງພັກ-ລັດ ເພື່ອນຳໄປເຜີຍແຜ່, ເຊື່ອມຊຶມໃຫ້ພະນັກງານລັດຖະກອນ ແລະ ປະຊາຊົນບັນດາເຜົ່າທີ່ຢູ່ຮາກຖານບ້ານໃນທົ່ວເມືອງຢ່າງທົ່ວເຖິງ ແລະ ໄດ້ເຂົ້າຮ່ວມເຊື່ອມຊຶມການເຜີຍແຜ່ເອກະສານຕ່າງໆຂອງພັກ-ລັດເປັນປົກກະຕິ, ໄດ້ຕິດຕາມ ຄະນະພັກ, ຄະນະພັກຮາກຖານ, ບັນດາໜ່ວຍພັກ, ຄະນະກວດກາພັກ ແລະ ສະມາຊິກພັກໃນທົ່ວເມືອງ ໃນການຈັດຕັ້ງປະຕິບັດ ແນວທາງ, ແຜນນະໂຍບາຍຂອງພັກ, ມະຕິ, ຄຳສັງ ແລະ ກົດລະບຽບຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງເປັນປົກກະຕິ, ຕິດຕາມ, ກວດກາ ແລະ ຊູກຍູ້ການເຄື່ອນໄຫວຮ່ວມຊີວິດພັກຂອງແຕ່ລະໜ່ວຍພັກ, ຕິດຕາມການຕີລາຄາຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກອ້ອມຂ້າງ ແລະ ໜ່ວຍພັກຮາກຖານບ້ານ ມາຮອດປີ 2024 ໃນທົ່ວເມືອງ ມີ 128 ຮາກຖານພັກ, ມີ 11 ຄະນະພັກຮາກຖານ, ມີ 117 ໜ່ວຍພັກ, ມີໜ່ວຍພັກສໍານັກງານອ້ອມຂ້າງ 32 ໜ່ວຍພັກ, ໜ່ວຍພັກຮາກຖານບ້ານ 85 ໜ່ວຍພັກ, ໜ່ວຍພັກປອດໃສ່ເຂັ້ມແຂງໜັກແໜ້ນ ປີ 2024 ໄດ້ 70 ໜ່ວຍພັກ, ກວມເອົາ 63%, ໜ່ວຍພັກກາງ 319 ໜ່ວຍພັກ, ກວມເອົາ 30, 63%, ໜ່ວຍພັກອອ່ນມີ 3 ໜ່ວຍພັກ ກວມ 2,70%, ບໍ່ໄດ້ຕິ 4 ໜ່ວຍພັກ ກວມ3,60%, ທົ່ວເມືອງມີຈໍານວນສະມາຊິກພັກທັງໜົດ 1.512 ສະຫາຍ, ຍິງ 477 ສະຫາຍ, ໃນນີ້ສະມາຊິກພັກສໍາຮອງ 39 ສະຫາຍ, ຍິງ 15 ສະຫາຍ, ມີສະມາຊິກພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ 1.134 ສະຫາຍ, ກວມ 75%,ສະມາຊິກພັກກາງ 319 ສະຫາຍ, ກວມ 21,09%, ສະມາຊິພັກອ່ອນ 12 ສະຫາຍ, ກວມ 0,79%, ບໍ່ໄດ້ຈັດປະເພດ 47 ສະຫາຍ, ກວມ 3,10%, ຕິດຕາມການຂະຫຍາຍພັກເປັນລະບົບຕໍ່ເນື່ອງ ແລະ ຮັບປະກັນໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ, ຂະຫຍາຍໜ່ວຍພັກໄດ້ 12 ໜ່ວຍພັກ, ຂະຫຍາຍສະມາຊິພັກໄດ້ 56 ສະຫາຍ, ຍິງ 41 ສະຫາຍ, ບ້ານທີ່ມີໜ່ວຍພັກນຳພາ 70 ບ້ານ, ບ້ານທີ່ມີສະມາຊິກພັກນໍາພາ 73 ບ້ານ ແລະ ບ້ານທີ່ບໍ່ມີໜ່ວຍພັກນຳພາ 3 ບ້ານ, ໄດ້ຕິດຕາມ, ກວດກາ ແລະ ຊູກຍູ້ໜ່ວຍພັກຕາມແຜນປົກກະຕິໄດ້ 20 ໜ່ວຍພັກ, ຜ່ານການຕິດຕາມ, ກວດກາເຫັນໄດ້ສະມາຊິກພັກທີ່ຜິດຕໍ່ກົດລະບຽບຂອງພັກ 5 ສະຫາຍ, ຍິງ 2 ສະຫາຍ, ໄດ້ປະຕິບັດວິໄນຕໍ່ສະມາຊິກພັກທີ່ຜິດຕໍ່ກົດລະບຽບພັກ 5 ສະຫາຍ ຍິງ 2 ສະຫາຍ , ໂຈະການຮ່ວມຊີວິດພັກ 3 ສະຫາຍ, ຍີງ 2 ສະຫາຍເອົາອອກຈາກພັກ 2 ສະຫາຍ, ຕິດຕາມ, ກວດກາທາງກົງ ແລະ ທາງອ້ອມແຕ່ລະໜວຍພັກເປັນປົກກະຕິ ແລະ ຕິດຕາມການສົ່ງເງິນສະຕິພັກຂອງແຕ່ລະໜ່ວຍພັກໃຫ້ເມືອງປະຕິບັດໄດ້ 85%.
ໃນໂອກາດນີ້ທ່ານ ວັນໄຊ ຊົ່ງຊາຢູ ຮອງປະທານຄະນະກວດກາສູນກາງພັກ ກໍ່ໄດ້ມີຄຳເຫັນພ້ອມທັງແລກປ່ຽນບາງວຽກງານຕໍ່ກັບການຂັດຕັ້ງປະຕິບັດວຽກງານກວດກາຢູ່ພາຍໃນເມືອງໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ທາງຄະນະກວດກາພັກເມືອງຍາດມາໄດ້ ເຊິ່ງທັງໝົດນັ້ນແມ່ນ ຍ້ອນຄວາມເອົາໃຈໃສ່ຂອງຄະນະກວດກາພັກ-ລັດເມືອງ ກໍ່ຄືອຳນາດການປົກຄອງແຕ່ລະຂັ້ນໄດ້ຊີ້ນຳ-ນຳພາ ແລະ ທ່ານຍັງໄດ້ເນັ້ນໃຫ້ພະນັກງານພາຍໃນກວດກາພັກເມືອງ ໂດຍສະເພາະກໍ່ແມ່ນຜູ້ທີ່ຈະມາຮັບໜ້າທີ່ໃໝ່ ຈົ່ງເປັນເຈົ້າການໃນການນຳພາຈັດຕັ້ງປະຕິບັດວຽກງານກວດກາ ແລະ ພ້ອມກັນແກ້ໄຂບາງບັນຫາທີ່ຍັງຄົງຄ້າງທີ່ຍົກຂຶ້ນມາໃນບົດລາຍງານເພື່ອແກ້ໄຂໃຫ້ຖືກປະເດັນ ແລະ ເຂັ້ມງວດ, ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານຕິດຕາມ, ກວດກາຢ່າງແຂງແຮງ ແລະ ສ້າງເງື່ອນໄຂເຮັດໃຫ້ວຽກງານຕິດຕາມ, ກວດກາພັກມີຄວາມເຂັ້ມແຂງ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ.