ອງປະຊຸມເຜີຍແຜ່ ຂໍ້ຕົກລົງຂອງຈົ້າແຂວງ ວ່າດ້ວຍແຜນຜັງຕົວເມືອງ ໃນຊົນນະບົດ ແລະ ທາບທາມຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນທາງຫຼວງທ້ອງຖິ່ນ.
15 May 2025 | ຂ່າວ: ສອນໄຊ ແສງມະນີ |
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2025 ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບເມືອງຂວາ, ແຂວງຜົ້ງສາລີ ໂດຍການເປັນປະທານຂອງ
ທ່ານ ເພັດ ອານາ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ, ເຂົ້າຮ່ວມມີທ່ານ ສົມນຶກ ໄຊຍະຈິດ ຮອງເຈົ້າເມືອງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງ
ຄົມຂັ້ນເມືອງ, ມີບັນດາຄະນະພັກ,ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ-ປກສ, ເລຂາພັກກຸ່ມສິນໄຊ, ກຸ່ມແສນລາດ, ພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ-ນາຍ ແລະ ພົນຕະຫຼວດ ເລຂາພັກພາຍບ້ານພາຍໃນເທດສະບານເມືອງເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ຕົກລົງຂອງຈົ້າແຂວງ ວ່າດ້ວຍແຜນຜັງຕົວເມືອງ ໃນຊົນນະບົດ ແລະ ທາບທາມຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນທາງຫຼວງທ້ອງຖິ່ນ. ຊຶ່ງ ກຳນົດຫຼັກການ, ລະບຽບການ, ມາດຕະການ, ຂັ້ນຕອນໃນການຄຸ້ມຄອງ ແລະ ຈັດສັນ ວາງແຜນຜັງການພັດທະນາຕົວເມືອງໃນຊົນ
ນະບົດຂອງແຂວງ ແນໃສ່ການຄຸ້ມຄອງແຜນຜັງຕົວເມືອງໃນ ຊົນນະບົດ ໄດ້ຮັບການພັດທະນາໄປຕາມທິດສາມສ້າງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫົງບ ຈົບງາມ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ກຳນົດຫຼັກການ, ລະບຽບການ, ກ່ຽວກັບການລະດົມທຶນ, ການຄຸ້ມຄອງ ແລະນໍາໃຊ້ເງິນກອງທຶນທາງ ຫຼວງທ້ອງຖິ່ນຂັ້ນແຂວງ, ເພື່ອສະໜອງທຶນເຂົ້າໃນການບູລະນະຮັກສາ, ສ້ອມແປງ ແລະແກ້ໄຂສຸກເສີນສະພາບການສັນຈອນຕາມທາງຫຼວງທ້ອງຖິ່ນ ໃຫ້ສາມາດສັນຈອນໄປ-ມາໄດ້ ໂດຍພື້ນຖານ ແນໃສ່ຫຼຸດຜ່ອນດ້ານງົບປະມານຂອງລັດ. ທັງນິ້ ເພື່ອເຮັດໃຫ້ວຽກງານກອງທຶນທາງຫຼວງທ້ອງຖິ່ນ ຂອງແຂວງຜົ້ງສາລີ ໄດ້ດໍາເນີນການໄປຖືກຕ້ອງຕາມລະບຽບການທີ່ກ່ຽວຂ້ອງຕ່າງໆ, ຖືກຕ້ອງກັບສະພາບຈຸດພິເສດຕົວຈິງ ຂອງແຂວງໃນແຕ່ລະໄລຍະ, ເວົ້າສະເພາະແມ່ນວຽກບູລະນະຮັກສາ, ສ້ອມແປງ ແລະແກ້ໄຂ-ສຸກເສີນ ທີ່ເກີດຂຶ້ນຕາມເສັ້ນທາງຫຼວງທ້ອງຖິ່ນ ແລະເສັ້ນທາງໃນຕົວເມືອງ ເພື່ອແກ້ໄຂສະ ພາບການສັນຈອນໄປ-ມາ ຕາມລະດູການໄດ້ໂດຍພື້ນ
ຖານ. ໂດຍອີງໃສ່ກົດໝາຍຂອງກາງຫຼວງ ສະບັບເລກທີ 03/ສພຊ, ລົງວັນທີ 8 ພະຈິກ 2016, ມາດຕາ 6 ພັນທະກ່ຽວກັບວຽກງານ ທາງຫຼວງນັ້ນ ເຫັນວ່າ: ມີຄວາມຈໍາເປັນຕ້ອງໄດ້ປູກລະດົມ, ຂົ້ນຂວາຍ, ປູກຈິດສໍານຶກໃຫ້ແກ່ພະນັກງານ-ລັດຖະອນ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ, ນັກທຸລະກິດທັງພາຍໃນ-ພາບ ນອກ ທີ່ດໍາເນີນກິດຈະການຕ່າງໆພາຍໃນແຂວງ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າທີ່ອາໄສຢູ່ໃນທົ່ວແຂວງຜົ້ງສາລີ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະປະກອບສ່ວນເຂົ້າໃນການລະ ດົມທຶນເຂົ້າກອງທຶນທາງຫຼວງທ້ອງຖິ່ນດັ່ງກ່າວ ໃຫ້ມີຄວາມຮັບປະກັນ, ໂປ່ງໃສ, ມີປະສິດທິພາບ, ປະສິດທິຜົນ ແລະ ຍືນຍົງ.
Share: