ໜ້າຫຼັກ / ການເຄື່ອນໄຫວ / ພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ຈັດພິທີເປີດຮຽນສະໜັບສະໜູນ ແລະ ເປີດຮຽນກົດລະບຽບພັກຊຸດທີ 1 ປະຈໍາປີ 2025.

ພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ຈັດພິທີເປີດຮຽນສະໜັບສະໜູນ ແລະ ເປີດຮຽນກົດລະບຽບພັກຊຸດທີ 1 ປະຈໍາປີ 2025.

19 May 2025 | ຂ່າວ-ພາບ: ຮ້ອຍຕີ ນາງ ສຸນາລີ ອຸ່ນວີໄຊ. |

ໂດຍອີງຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ລະບຸໄວ້ໃນໝວດທີ I ມາດຕາ 2 ວ່າດ້ວຍລະບຽບການຂະຫຍາຍພັກ, ໃນວັນທີ 19 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ, ພະແນກໂຄສະນາອົບຮົມ ໄດ້ຈັດພິທີເປີດຮຽນສະໜັບສະໜູນ ແລະ ເປີດຮຽນກົດລະບຽບພັກໃຫ້ແກ່ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ 1 ປະຈໍາປີ 2025, ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຂອງສະຫາຍ ພັນໂທ ຄຳພອນ ຈັນຍະທໍາ ເລຂາໜ່ວຍພັກ ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີພະນັກງານວິຊາການພາຍໃນພະແນກ ແລະ ມະຫາຊົນຜູ້ກ້າວ
ໜ້າເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນຕີ ສົມເພັດ ພັນໃຈ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກກອງບັນຊາການທະຫານແຂວງ, ສະບັບເລກທີ 102/ຄຈພ.ກບຊກ, ລົງວັນທີ 27.3.2025 ວ່າດ້ວຍການອະນຸມັດມະຫາຊົນຜູ້ກ້າວໜ້າເຂົ້າຮຽນສະໜັບສະໜູນ ຊຸດທີ 1 ປະຈໍາປີ 2025, ມີຈໍານວນ 31 ສະຫາຍ, ຍິງ 10 ສະຫາຍ,ຈາກນັ້ນສະຫາຍ ພັນໂທ ຄໍາພອນ ຈັນຍະທໍາ ເລຂາໜ່ວຍພັກ ຫົວໜ້າພະແນກໂຄສະ
ນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ບັນລະຍາຍເນື້ອໃນເອກະສານອົບຮົມເຊີ່ງປະກອບມີ 13 ຄໍາຖາມ, 13 ຄໍາຕອບ ແລະ ບັນດາເນື້ອໃນພື້ນຖານກ່ຽວກັບພັກປະຊາຊົນປະຕິບັດລາວ ແລະ ໃນຕອນບ່າຍຂອງວັນດຽວກັນຍັງໄດ້ເປີດຮຽນກົດລະບຽບພັກໃຫ້ແກ່ມະຫາຊົນຜູ້ກ້າວໜ້າຕື່ມອີກ, ມີຈໍານວນເຂົ້າຮຽນທັງໝົດ 11 ສະຫາຍ, ເຊີ່ງມີເນື້ອໃນເອກະສານດັ່ງນີ້: ມາດຕະຖານຂອງສະມາຊິກພັກ ແລະ ເງື່ອນໄຂຂອງມະຫາຊົນຜູ້ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ລະບຽບການຂະຫຍາຍພັກ, ຄໍາປະຕິຍານຂອງສະມາຊິກພັກ, ໜ້າທີ່ຂອງສະມາຊິກພັກ, ສິດຂອງສະມາຊິກພັກ ແລະ ການສິ້ນສຸດເປັນສະມາຊິກພັກ, ຂໍ້ຫ້າມສໍາລັບສະມາຊິກພັກ, ລະບຽບການຄຸ້ມຄອງ ແລະ ການຍົກຍ້າຍຮ່ວມຊີວິດພັກ, ບັດສະມາຊິກພັກ ແລະ ການນໍາໃຊ້ບັດສະມາຊິກພັກ.
ຈຸດປະສົງໃນການເປີດຮຽນສະໜັບສະໜູນ ແລະ ເປີດຮຽນກົດລະບຽບພັກໃນຄັ້ງນີ້, ເພື່ອເຮັດໃຫ້ມະຫາຊົນທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກມີຄວາມຮັບຮູ້ ແລະ ເຂົ້າ
ໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະການ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ, ເປັນການປະເມີນຄວາມຮັບຮູ້, ໃນການເຊື່ອມຊຶມເອກະສານມະຫາຊົນເປົ້າໝາຍຂະຫຍາຍເຂົ້າພັກ, ເພື່ອເຮັດໃຫ້ມະຫາຊົນມີຄວາມຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອເພີ້ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ ແລະ ໃນຕອນທ້າຍຂອງພິທີສະຫາຍປະທານຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນຜູ້ເຂົ້າຮ່ວມອົບຮົມເພື່ອຂະຫຍາຍເຂົ້າເປັນສະມາຊິກພັກໃນຕາມລໍາດັບ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ