ພະແນກສາທາລະນະສຸກແຂວງຜົ້ງສາລີ ຊຸກຍູ້ວຽກງານຢູ່ຫ້ອງການສາທາລະນະສຸກເມືອງບູນເເໜືອ
20 May 2025 | ຂ່າວ: ສົມຄິດ |
ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2025 ນີ້ ທ່ານ ໄຊນຸພາບ ສຸຈັນ ຫົວໜ້າພະແນກສາທາລະນະສຸກແຂວງຜົ້ງສາລີ ພ້ອມທີມງານ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ2025 ຢູ່ຫ້ອງການສາທາລະນະສຸກເມືອງບູນເໜືອ ໂດຍການຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງທ່ານ ບຸນໄຊ ປັນອ່ອນ ຫົວໜ້າຫ້ອງການສາທາລະນະສຸກເມືອງບູນເໜືອ ພ້ອມພະນັກງານວິຊາການພາຍໃນຫ້ອງການເຂົ້າຮ່ວມ.
ຫ້ອງການສາທາລະນະສຸກເມືອງບູນເໜືອ ມີພະນັກງານທັງໝົດ 39 ຄົນ,30 ຍິງ, ປະຈຳຢູ່ສຸກສາລາ3 ແຫ່ງ 13 ຄົນ,ຍິງ 12 ຄົນ, ປະກອບມີ 4 ໜ່ວຍງານຄື່: ໜ່ວຍງານບໍລິຫານ,ຈັດຕັ້ງ,ກວດກາ, ສະຖິຕິ ແລະການເງິນ, ໜ່ວຍງານ ອະນາໄມ-ສົ່ງເສີມສຸຂະພາບແມ່ ແລະ ເດັກ/ສັກຢາກັນພະຍາດ, ນ້ຳລີນ-ນ້ຳສະອາດ, ວິດຖ່າຍ, ໄຂ້ຍຸງ,ລະບາດ
ວຽກງານແມ່ ແລະເດັກ(ແມ່ຍິງຖືພາ ແລະ ຫລັງເກີດ), ໜ່ວຍງານປະກັນສັງຄົມ ແລະ ໜ່ວຍງານອາຫານ ແລະ ຢາ. ເຊີງໄລຍະໄຕມາດ I (1,2,3) ຕົ້້ນປີ2025ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກເມືອງບູນເໜືອສຳລັບຄາດໝາຍ 11 ຕົວເລກSDGs: ອັດຕາເດັກລຸ່ມ 5 ປີນ້ຳໜັກຕ່ຳ 2.4%, ເດັກລຸມ 5 ປີລວງສູງບໍ່ໄດ້ມາດຖານ5%, ອັດຕາການຕາຍເດັກລຸ່ມ1 ປີ 0 ຄົນ, ອັດຕາການຕາຍເດັກລຸ່ມ 5 ປີ 0 ຄົນ, ອັດຕາການຕາຍຂອງແມ່ 0 ຄົນ, ອັດຕາການເກີດມີແພດຊ່ວຍ 5%, ອັດຕາສັກຢາກັນພະຍາດເດັກລຸ່ມ1ປີ22%, ອັດຕາຊົມໃຊ້ນ້ຳລີນ-ນ້ຳສະອາດ 97%, ອັດຕາຊົມໃຊ້ວິດຖ່າຍ91%, ສ້າງບ້ານແບບຢ່າງສາທາລະນະສຸກ 88%,ອັດຕາປົກຄຸມປະກັນສຸຂະພາບ 99%. ພ້ອມທັງຜ່ານທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ, ທາງຄະນະທິມງານພະແນກສາທາລະນະສຸກແຂວງແລະຫ້ອງການສາທາລະນະສຸກເມືອງບູນເໜືອ ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນແລກແປ່ຽນບົດຮຽນເຊີງກັນ ແລະ ກັນ ເພື່ອເຮັດໃຫ້ການປະສານວຽກງານ ແລະການຈັດຕັ້ງປະຕິບັດວຽກງານສາທາລະນະສຸກພັດທະນາຂື້ນເລື້ອຍໆ
Share: