ໜ້າຫຼັກ / ການເຄື່ອນໄຫວ / ແຈ້ງເຕືອນພາຍຸ ດີເປຼຊັນ ປະຈໍາວັນທີ 09 ກັນຍາ 2024.

ແຈ້ງເຕືອນພາຍຸ ດີເປຼຊັນ ປະຈໍາວັນທີ 09 ກັນຍາ 2024.

09 Sep 2024 | ນາງ ແກ້ວມະນີ ສີເຕົ່າ |

ພະແນກຊັບພະກອນທໍາມະຊາດ ເລະ ສິ່ງເວດລ້ອມແຂວງ

ຂະເຫນງຊັບພະຍາກອນນໍ້າອຸຕຸນິຍົມ ແລະ ອຸທົກກະສາດ

                                                                  ແຈ້ງເຕືອນພາຍຸ ດີເປຼຊັນ ປະຈໍາວັນທີ 09 ກັນຍາ 2024.

1. ສະພາບລວມ : ລົມພາຍຸ ດີເປຼຊັນ, ໄດ້ອ່ອນກໍາລັງລົງກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ ປົກຄຸມຢູ່ພາກເຫນືອຂອງປະເທດລາວ ແລະ ຫວຽດນາມ, ຊຶ່ງຈະເຮັດໃຫ້ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກຫນັກ ຫາ ຫນັກຫຼາຍ ພ້ອມຈະ ມີລົມ ພັດແຮງຢູ່ບາງບໍລິເວນ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມ ໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ ແລະ ຄໍາມວ່ນ ໃນ ໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້. 

           ພະຍາກອນອາກາດແຕ່ເວລາ 07 ໂມງເຊົ້າ ຂອງວັນທີ 09/09/2024 ຫາ ເວລາ 07ໂມງ ເຊົ້າ ຂອງວັນທີ 10/09/2024.

          ສະພາບອາກາດຂອງແຂວງຜົ້ງສາລີ ຄື: ເມືອງຜົ້ງສາລີ, ເມືອງບຸນເຫນືອ, ເມືອງຍອດອູ, ເມືອງບຸນ ໃຕ້, ເມືອງສໍາພັນ, ເມືອງຂວາ ແລະ ເມືອງໃຫມ່, ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະຕົກຫນັກ ຫາ ຫນັກຫຼາຍ ພ້ອມມີລົມພັດແຮງຢູ່ທົ່ວໄປ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກອຸນຫະພູມໃນ ລະຫ່ວາງ 21–25 ອົງສາ. 

   ລາຍງານສະພາບອຸນຫະພູມ ເເລະ ປະລິມານນໍ້າຝົນ 24 ຊົ່ວໂມງ  ທົ່ແຂວງຜົ້ງສາລີ

             ອຸນຫະພູມຕໍ່າສຸດ 19, ອົງສາ ໃນມື້ນີ້. 

             ອຸນຫະພູມສູງສຸດ 24,5 ອົງສາ ໃນມື້ວານ. 

             ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ຜົ້ງສາລີ        35,5 mm 

             ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ບຸນເຫນືອ      39,5 mm 

             ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ຍອດອູ ອຸປະກອນມີບັນຫາ ( ລໍຖ້າທາງກົມມາສ້ອມແປງ ) 

             ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ບຸນໃຕ້          171,2 mm 

              ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ສໍາພັນ          112,9 mm 

              ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ຂວາ            137,4mm 

              ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ໃຫມ່ ອຸປະກອນມີບັນຫາ ( ລໍຖ້າທາງກົມມາສ້ອມແປງ ) 

             ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກຫນັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊູ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງ ໃນຕົວເມືອງ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກພະແນກຊັບພະຍາກອນທໍາມະຊາດ ເເລະ ສິ່ງ ແວດລ້ອມແຂວງຢ່າງຕໍ່ເນື່ອງ. 

                                                                                                                                                                                ລາຍງານໂດຍ

                                                                                                                                                                             ນາງ ແກ້ວມະນີ ສີເຕົ່າ

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ