ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກອງບັນຊາການ ປກສ ເມືອງຂວາຜູ້ເກົ່າ ແລະ ຮັກສາການແທນຫົວໜ້າກອງບັນຊາການ ປກສ ເມືອງຂວາຜູ້ໃໝ່.
19 May 2025 | ນັກຂ່າວ: ປກສ ແຂວງ |
ໃນວັນທີ 19 ພຶດສະພາ 2025 ກອງບັນຊາການ ປກສ ເມືອງຂວາ ໄດ້ຈັດພິທີມອບ- ຮັບວຽກ ລະຫວ່າງ ຫົວໜ້າກອງບັນຊາການ ປກສ ເມືອງຂວາ (ຜູ້ເກົ່າ) ແລະ ຮັກສາການແທນຫົວໜ້າກອງບັນຊາການ ປກສ ເມືອງຂວາ ( ຜູ້ໃໝ່). ໂດຍການເປັນປະທານ ຂອງ ພົຈວ ຄຳຈັນ ແສງລາວົງ ກຳມະການປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີທ່ານ ສອນສະໜຸກ ສີສຸລາດ ເລຂາພັກເມືອງ, ເຈົ້າເມືອງໆຂວາ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ແຂກຖືກເຊີນ ຕະຫຼອດຮອດພະນັກງານ-ນັກຮົບ ປກສ ເມືອງຂວາເຂົ້າຮ່ວມ.
ພັທ ຊຽງພອນ ໄຊທະລາ ຫົວໜ້າກອງບັນຊາການ ປກສ ເມືອງຂວາ ( ຜູ້ເກົ່າ ) ໃຫ້ຮູ້ວ່າ: ຕະຫຼອດໄລຍະເວລາຜ່ານມາ ທີ່ໄດ້ຮັບການມອບໝາຍໜ້າທີ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກອງບັນຊາການ ເຊິ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ເຮັດໃຫ້ວຽກງານກອງບັນ
ຊາການ ປກສ ເມືອງມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.
ຈາກນັ້ນ, ກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ເມືອງຂວາ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເຊັນມອບ-ຮັບລະຫວ່າງ ທ່ານ ພັທ ຊຽງພອນ ໄຊທະລາ ຫົວໜ້າກອງບັນຊາການ ປກສ ເມືອງຂວາ (ຜູ້ເກົ່າ) ແລະ ທ່ານ ພັທ ບຸນຊູ ໄຊສະຫວັນ ຮັກສາການແທນຫົວໜ້າກອງບັນຊາການ ປກສ ເມືອງຂວາ (ຜູ້ໃໝ່) ຢ່າງເປັນທາງການ.
ຕອນທ້າຍ ທ່ານ ປະທານ ກໍ່ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄຳຍ້ອງຍໍຊົມເຊີຍທີ່ທາງຫົວໜ້າກອງບັນຊາການ ( ຜູ້ເກົ່າ ) ຍາດມາໄດ້ໃນໄລຍະຜ່ານມາ. ຈາກນັ້ນ ທ່ານກໍ່ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໃຫ້ຮັກສາການແທນຫົວໜ້າກອງບັນຊາການ ( ຜູ້ໃໝ່ ) ເອົາໃຈໃສ່ປະສານສົມທົບເປັນໝູ່ຄະນະ, ປະສານສົມທົບກັບພາກສ່ວນທີ່ກ່ຽວ
ຂ້ອງ, ຮັກສາໄດ້ຄວາມສາມັກຄີ, ປຸກລະດົມອ້າຍນ້ອງພາຍໃນກອງບັນຊາການ ປກສ ເມືອງ ໃຫ້ເປັນຈິດໜື່ງໃຈດຽວ, ປຶກສາລືຕົກລົງເປັນໝູ່ຄະນະ, ເອົາໃຈໃສ່ບໍ່ໃຫ້ມີແນວຄິດແຕກແຍກຄວາມສາມັກຄີ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ທາງດ້ານການເມືອງແນວຄິດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດຢ່າງເຂັ້ມງວດ, ມີຄວາມສາມັກຄີພາຍໃນຢ່າງໜັກແໜ້ນ, ມີແນວຄິດທີ່ທັນສະໄໝ, ມີຫົວຄິດປະດິດສ້າງ, ແບບແຜນວິທີນຳພາ, ເອົາໃຈໃສ່ກໍ່ສ້າງພະນັກງານສືບທອດປ່ຽນແທນ, ສ້າງພະລາທິການກັບທີ່ເພື່ອເພີ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເອົາໃຈໃສຊີ້ນຳໆພານາຍ ແລະ ພົນຕຳຫຼວດພາຍໃນກອງບັນຊາການ ປກສ ເມືອງຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ມີຜົນສຳເລັດຕາມການມອບໝາຍຈາກຂັ້ນເທີງ.
Share: