ໜ້າຫຼັກ / ການເຄື່ອນໄຫວ / ແຈ້ງເຕືອນຝົນຕົກຫນັກ ປະຈໍາວັນທີ 11 ກັນຍາ 2024

ແຈ້ງເຕືອນຝົນຕົກຫນັກ ປະຈໍາວັນທີ 11 ກັນຍາ 2024

11 Sep 2024 | ນາງ ແສງດາວອນ ອິນຍະລາດ  |

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ພະແນກຊັບພະກອນທໍາມະຊາດ ແລະ ສິ່ງເເວດລ້ອມແຂວງ

 ຂະແຫນງຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ 

ແຈ້ງເຕືອນຝົນຕົກຫນັກ ປະຈໍາວັນທີ 11 ກັນຍາ 2024

          ສະພາບລວມ: ຍ່ອມຄວາມກົດດັນອາກາດຕໍ່າຍັງຈະສືບຕໍ່ປົກຄຸມຢູ່ເຂດພາກເຫນືອຂອງປະເທດລາວ, ສົມທົບກັບກະແສລົມຕາເວນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງແຮງ ຊຶ່ງຈະເຮັດໃຫ້ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກຫນັກຢູ່ບາງທ້ອງຖິ່ນແຂວງພາກເຫນືອ ແລະ ພາກກາງ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ: ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິໄຊ ຈາກນັ້ນໃນວັນທີ 12-13 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນຍັງສືບຕໍ່ພາດຜ່ານຢູ່ເຂດພາກເຫນືອລົງ ຫາ ພາກກາງຂອງປະເທດລາວ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ. 

ພະຍາກອນອາກາດແຕ່ເວລາ 07 ໂມງເຊົ້າ ຂອງວັນທີ 11/09/2024 ຫາ ເວລາ 07 ໂມງ ເຊົ້າ ຂອງວັນທີ 12 /09/2024

         ສະພາບອາກາດຂອງແຂວງຜົ້ງສາລີ ແລະ ບັນດາ 7 ເມືອງຄື: ເມືອງຜົ້ງສາລີ, ເມືອງບຸນເຫນືອ, ເມືອງຍອດອູ, ເມືອງບຸນໃຕ້, ເມືອງສໍາພັນ, ເມືອງຂວາ ແລະ ເມືອງໃຫມ່, ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະຕົກຫນັກຢູ່ບາງບ່ອນຂອງແຂວງພາກເຫນືອ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ ອຸນຫະພູມໃນລະຫ່ວາງ 18 – 25 ອົງສາ. 

ລາຍງານສະພາບອຸນຫະພູມ ເເລະ ປະລິມານນໍ້າຝົນ 24 ຊົ່ວໂມງ ທົ່ວແຂວງຜົ້ງສາລີ 

              ອຸນຫະພູມຕໍ່າສຸດ 18,0 ອົງສາ ໃນມື້ນີ້. 

              ອຸນຫະພູມສູງສຸດ 1,5 ອົງສາ ໃນມື້ວານ. 

              ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ຜົ້ງສາລີ         37,5 mm 

              ປະລີມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ບູນເຫນືອ       40,1 mm 

              ປະລີມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ຍອດອູ ອຸປະກອນມີບັນຫາ ( ລໍຖ້າທາງກົມມາສ້ອມແປງ ) 

              ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ບຸນໃຕ້          103,2 mm 

              ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ສໍາພັນ           7,2 mm 

              ປະລີມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ຂວາ            187,7 mm 

              ປະລີມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ໃຫມ່ ອຸປະກອນມີບັນຫາ ( ລໍຖ້າທາງກົມມາສ້ອມແປງ ) 

           ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ບັນດາ ແຂວງພາກເຫນືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກຫນັກຕິດຕໍ່ກັນຫຼາຍວັນ ທີ່ຈະ ເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊູ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກພະ ແນກຊັບພະຍາກອນທໍາມະຊາດ ເເລະ ສິ່ງເເວດລ້ອມເເຂວງຢ່າງຕໍ່ເນື່ອງ. 

                                                                                                                                            ລາຍງານໂດຍ

                                                                                                                               ນາງ ແສງດາວອນ ອິນຍະລາດ 

 

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ